ກົມກວດກາຄະນະໂຄສະນາອົມຮົມສູນກາງພັກ ລົງຕິດຕາມກວດກາປົກກະຕິ  ປະຈໍາປີ 2024ຢູ່ຫ້ອງການ.

ກົມກວດກາຄະນະໂຄສະນາອົມຮົມສູນກາງພັກ ລົງຕິດຕາມກວດກາປົກກະຕິ  ປະຈໍາປີ 2024ຢູ່ຫ້ອງການ.

ປະຕິບັດຕາມແຜນການເຄື່ອນໄຫວວຽກງານ ຂອງກົມກວດກາ ໃນຕອນບ່າຍ ວັນທີ 06 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ 02ໂຕະມົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ສະຫວ່າງ ດາລາແສນ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ໄດ້ນໍາພາທີມງານກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວກວດກາ ຕາມແຜນປົກກະຕິ ປະຈໍາປີ 2024 ຢູ່ ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມຄະນະກົມ, ພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ  ບຸນເພັງ ຈັນທະດາລາ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ, ໄດ້ລາຍງານຜົນສໍາເລັດທີ່ພົ້ນເດັ່ນໃນການເຄື່ອນ ໄຫວ ຊີ້ນໍາ-ນໍາພາວຽກງານ ຫ້ອງການ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະການນໍາພາເຮັດວຽກງານການເມືອງແນວຄິດໃຫ້ແກ່ພະນັກງານ; ນໍາພາຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ກົດລະ ບຽບຂອງພັກ, ໜ້າທີ່, ສິດຂໍ້ຫ້າມຂອງສະມາຊິກພັກ ແລະ ດໍາເນີນຊິວິດການເມືອງພາຍໃນໜ່ວຍພັກປົກກະຕິແຕ່ລະເດືອນ, ອັນໄດ້ສະແດງອອກໜຶ່ງປີຜ່ານມາບໍ່ມີສະມາຊິກພັກພາຍໃນຫ້ອງການລະເມີດຂໍ້ຫ້າມກໍຄືກົດລະບຽບຂອງພັກ ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີຄວາມສາມັກຄີ, ມີແບບແຜນດໍາລົງຊີວິດປອດໃສ, ສະມາຊິກໃນໜ່ວຍພັກມີຄວາມອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໜັ້ນ ຕໍ່ການນໍາພາຂອງພັກ ແລະ ໄດ້ຍົກສູງຄວາມຮັບຜິດຊອບ ໃນການເຮັດວຽກຕາມພາລະບົດບາດ ອັນໄດ້ເຮັດໃຫ້ວຽກງານຫ້ອງການ ພົ້ນເດັ່ນຂຶ້ນເທື່ອລະກ້າວ, ຄຽງຄູ່ກັບດ້ານດີ, ຍັງມີບາງດ້ານຄວນເອົາໃຈໃສ່ເປັນຕົ້ນ ການຄວ້າເຊື່ອມຊຶມແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໜາຍ ຂອງລັດ, ການປະຕິບັດລະບຽບຂອງລັດຖະກອນຍັງບໍ່ທັນເຂັ້ມງວດ, ການຕໍານິຕິຊົມເຊິ່ງ ກັນ ແລະ ກັນ ໃນເວລາຮ່ວມຊີວິດພັກ ຍັງມີລັກສະ ນະຈົ່ງຈຽມ, ການປະຕິບັດພາລະບົດບາດເປັນເສນາທິການດ້ານບໍລິການຍັງບໍ່ທັນວ່ອງໄວທັນການ, ການບໍລິການຮັບໃຊ້ວຽກງານປິ່ນອ້ອມຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກຕົວຈິງ, ເນື່ອງຈາກພະນັກງານມີຈໍານວນຈໍາກັດຈຶ່ງບໍ່ສາມາດຈັດຕັ້ງປະຕິບັດ ແຜນການ, ໂຄງການ ແລະ ບໍລິການປິ່ນອ້ອມວຽກງານອັນ ລວມທົ່ວຄະນະໂຄສະນາອົບຮົມສູນກາງພັກ ໄດ້ທັນການ, ການສ້າງແຜນການເຄື່ອນໄຫວວຽກງານຕ່າງໆ ຂອງບັນດາກົມສ່ວນຫຼາຍເວລາຈໍ້.

ໃນຕອນທ້າຍ ສະຫາຍ ສະຫວ່າງ ດາລາແສນ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ສະແດງຄວາມຊົມເຊີຍ ຕໍ່ຄະນະ ໜ່ວຍພັກຫ້ອງການ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານກໍຄືປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດ ຊອບສູງ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມນັ້ນ ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະ ກິດປັດຈຸບັນ ສະ ຫາຍຍັງໄດ້ເນັ້ນໃຫ້ສຶບຕໍ່ນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ, ມີຄວາມສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັັນ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການທີ່ໜ່ວຍພັກວາງອອກໃຫ້ມີຜົນສໍາເລັດຕາມແຜນການ.