ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸດທີ IX ໄດ້ສະຫລຸບສັງລວມໂດຍຫຍໍ້ຕົວເລກເສດຖະກິດປະຈຳປີ 2025

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸດທີ IX ໄດ້ສະຫລຸບສັງລວມໂດຍຫຍໍ້ຕົວເລກເສດຖະກິດປະຈຳປີ 2025

ໃນວັນທີ 09 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕົວເລກເສດຖະກິດ ສປປ ລາວໄລຍະ 5 ເດືອນຕົ້ນປີ 2025 ມີດ່ັງນີ້:

  1. ເສດຖະກິດໄຕມາດ 1 ປີ 2025 ຂະຫຍາຍຕົວ 4.5% ໂດຍສະເລ່ຍເປັນມູນຄ່າ 84,207 ຕື້ກີບ, ເທົ່າກັບ 22.4% ລາຍຮັບຂອງແຜນການປະຈຳປີ
  • ດ້ານກະສິກຳ: 3.1% ກວມເອົາ 20.2%.
  • ດ້ານອຸດສາຫະກຳ: 4.7% ກວມເອົາ 30.9%.
  • ດ້ານບໍລິການ: 4.7% ກວມເອົາ 37.1%.
  • ດ້ານພາສີ-ອາກອນ 4.3% ກວມເອົາ11.7%.
  1. ລາຍຮັບເລີ່ມແຕ່ວັນທີ 01 ມັງກອນ ຫາ 06 ມິຖຸນາ 2025 ມີ 33,565 ຕື້ກີບ ເທົ່າກັບ 8.95% GDP (+29% ປະມານ 7,607 ຕື້ກີບ)

ຄາດຄະເນ 6 ເດືອນຕົ້ນປີ 2025 ຈະໄດ້ຮັບ 37,100 ຕື້ກີບ ເທົ່າກັບ54.42% ຂອງ GDP

  1. ລາຍຈ່າຍ: 22,968 ຕື້ກີບ
    ຄາດຄະເນ 6 ເດືອນຕົ້ນປີ 2025 ຈະເພີ່ມຂຶ້ນເປັນ 36,380 ຕື້ກີບ

ການແກ້ໄຂບັນຫາໜີ້ສິນ

  1. ໜີ້ສິນພາຍໃນ: 2,301 ກວ່າຕື້ກີບ ເທົ່າກັບ 13.54% ຂອງ GDP
  2. ໜີ້ສິນຕ່າງປະເທດ: 533.58 ລ້ານໂດລາສະຫະລັດ ທຽບເທົ່າ 29.38% ຂອງ GDP

ນອກນັ້ນລັດຖະບານຍັງໄດ້ສຸມໃສ່ ແກ້ໄຂ 7 ວຽກງານບຸລິມະສິດຂອງລັດຖະບານໃນ 6 ເດືອນທ້າຍປີ 2025ຄື:

  1. ແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ

ເງິນຕາຕ່າງປະເທດ ໃຫ້ມີຄວາມສະຖຽນ ແລະ ສູ້ຊົນໝົດປີ 2025 ໃຫ້ຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ເຊິ່ງເປັນສິ່ງທ້າທາຍສົມຄວນ.

  1. ຍູ້ແຮງການຜະລິດພາຍໃນ

ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງ ເພື່ອຫຼຸດຜ່ອນການ ນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ.

  1. ເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ.
  2. ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ ເພື່ອແກ້ໄຂບັນຫາຄ່າຄອງຊີບແພງຂອງປະຊາຊົນ.
  3. ຫັນເປັນທັນສະໄໝໂດຍສະເພາະການເກັບລາຍຮັບພາສີ-ອາກອນ ຢູ່ດ່ານສາກົນ, ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ ແລະ ບົນຈິດໃຈປະຢັດ.
  4. ສຸມໃສ່ແກ້ໄຂບັນຫາໜີ້ສິນຕ່າງປະເທດ

ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດ ຕື່ມອີກ ໂດຍຈະເອົາງົບປະມານເກີນແຜນ2024 ພູດຂອງສູນກາງສ່ວນໜຶ່ງ (500-800 ຕື້ກີບ).

  1. ສຸມໃສ່ແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດທີ່ບໍ່ຖືກຕ້ອງ.