ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຄັ້ງທີ VII ຂອງຕົນ.

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຄັ້ງທີ VII ຂອງຕົນ.

ກອງປະຊຸມໃຫຍ່ສະມາຊິກກຳມະບານ ຂອງສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນ ກາງພັກ ສະໄໝທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2025, ເວລາ 8:30 ໂມງ, ທີ່ ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະ ທານສະພາທິດສະດີສູນກາງພັກ; ສະຫາຍ ນ. ອາລິຍາວັນ ອັກຄະວົງ, ຮອງເລຂາຄະນະພັກ, ຮອງປະ ທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ສະຫາຍ ວັນຕຸລາ ຣັກນຸດ, ຄະນະພັກ, ປະ ທານສະຫະພັນກຳມະບານ ຄອສພ; ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ບັນດາສະຫາຍຄະ ນະບໍລິຫານງານສະຫະພັນກຳມະບານ ຄອສພ; ມີຜູ້ຕາງໜ້າ 4 ກົມຈາກສູນກາງສະຫະພັນກຳມະບານ ລາວ, ຕາງໜ້າສະຫະພັນກຳມະບານອ້ອມຂ້າງຫຼັກ 6 ແລະ ສະມາຊິກກຳມະບານທົ່ວຄະນະໂຄສະນາ ອົບຮົມສູນກາງພັກ ເຂົ້າຮ່ວມທັງໝົດ ຈໍານວນ 165 ສະຫາຍ, ຍິງ 78 ສະຫາຍ.

ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງຂອງສະຫະ ພັນກຳມະບານ ຄອສພ ທີ່ສະເໜີໂດຍສະຫາຍ ວັນຕຸ ຣັກນຸດ, ຄະນະພັກ, ປະທານສະຫະພັນກຳມະ ບານ ຄອສພ ກ່ຽວກັບການເຄື່ອນໄຫວປະຕິບັດວຽກງານກຳມະບານໃນໄລຍະ 5 ປີ ຜ່ານມາ ແລະ ວາງ ທິດທາງແຜນການໃນ 5 ປີຕໍ່ໜ້າ. ບັນດາຜົນງານ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນຕະຫຼອດໄລຍະ ເກືອບ 5 ປີຜ່ານມາ ໄດ້ຢັ້ງຢືນເຖິງການປະ ກອບສ່ວນສໍາຄັນຂອງສະມາຊິກກຳມະບານ ຄອສພ ເຂົ້າໃນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນກຳມະບານ ຄອສພ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທັງເປັນການສືບຕໍ່ປັບປຸງ ວຽກງານກຳມະບານຂອງສະຫະພັນກຳມະບານ ຄອສພ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕິດພັນກັບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ເປັນຂະບວນການຟົດຟື້ນ.

ກອງປະຊຸມໄດ້ຮັບຟັງບົດສຳຫຼວດການນໍາພາ ຂອງສະຫະພັນກຳມະບານ ຄອສພ ໃນໄລຍະ 5 ປີ ຜ່ານມາ ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືວຽກ ກຳມະບານ ຂອງຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ຊຸດເກົ່າ ຕິດພັນກັບການເຄື່ອນໄຫວ ວຽກງານວິຊາສະເພາະຂອງສະມາຊິກແຕ່ລະສະຫາຍ ເຊິ່ງມີຜົນສໍາເລັດໃນຫຼາຍດ້ານ. ນອກນັ້ນ, ຍັງໄດ້ ຮັບຟັງການສະເໜີ “ແຜນຍຸດທະສາດການພັດທະນາວຽກງານກຳມະບານ ຂອງຄະນະໂຄສະນາອົບຮົມ ໃນໄລຍະ 5 ປີ (2025-2029) ແລະ ວິໄສທັດ 10 ປີ (2026-2035)” ຕິດພັນກັບການຈັດຕັ້ງຜັນ ຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຄອສພ ກໍຄືແຜນການວຽກ ງານຂອງຮາກຖານກຳມະບານແຕ່ລະກົມ.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳ ມະບານ ຄອສພ ຊຸດໃໝ່ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານ ກຳມະບານໃນຕໍ່ໜ້າ, ໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາສະ ຫາຍ ວັນລາຕີ ຄໍາວານວົງສາ, ເປັນປະທານ; ສະຫາຍ ພູວັນ ສຸວັນ, ເປັນຮອງປະທານ; ສະຫາຍ ລິດ ສະໄໝ ເພັງສະຫວັນ ເປັນຮອງປະທານ ທັງເປັນປະທານກວດກາ; ສະຫາຍ ນ. ຄໍາພັດ ຄຸນວີທອງ, ເປັນຮອງປະທານກວດກາ ແລະ ສະຫາຍ ໄຊຍະວົງ ອຸດົມ, ເປັນຄະນະກວດກາ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຕໍ່ກອງປະຊຸມຂອງສະຫາຍ ນ. ອາລິຍະ ວັນ ອັກຄະວົງ, ຮອງເລຂາຄະນະພັກ, ຮອງປະທານສູນກາງສະຫະພັນກຳມະບານລາວ, ຄໍາເຫັນໂອ້ລົມ ຂອງສະຫາຍ ໄດ້ເປັນບົດຮຽນ ແລະ ເປັນສິ່ງກະຕຸກຊຸກຍູ້ການເຄື່ອນໄຫວໜ້າທີ່ວຽກງານຂອງກຳມະ ບານໃນຕໍ່ໜ້າ, ເປັນເຂັມຊີ້ທິດໃນການປັບປຸງວິທີການໃນການເຄື່ອນໄຫວປະຕິບັດວຽກງານໃຫ້ມີຄຸນ ນະພາບ, ມີປະສິດທິຜົນສູງຂຶ້ນກ່າວເກົ່າ. ນອກນັ້ນ, ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານ ງານຊຸດໃໝ່, ສະມາຊິກກຳມະບານທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ພ້ອມກັນ ບຸກບືນພັດທະນາຕົນເອງຢ່າງຮອບດ້ານ ທັງດ້ານທິດສະດີ, ແນວທາງ ແລະ ວຽກງານວິຊາສະເພາະ, ເຊີດ ຊູນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າ ໃນການຈັດຕັ້ງປະຕິບັດມະຕິ, ໜ້າທີ່ຈຸດສຸມທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ແລະ ຮັບຮອງເອົາເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຢ່າງແທ້ຈິງ.