ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນ ຢູ່ລຽບຕາມຊາຍແດນ ທີ່ເມືອງລະຄອນເພັງ, ແຂວງສາລະວັນ.
ໃນລະຫວ່າງວັນທີ 10-11 ມິຖຸນາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມອົບຮົມແຂວງສາລະວັນ ແລະ ຄະນະໂຄສະນາອົບຮົມເມືອງລະຄອນເພັງ ໄດ້ຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນ ຢູ່ລຽບຕາມຊາຍແດນ ຢູ່ບ້ານນາໂພສີ, ເມືອງລະຄອນເພັງ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ລີຈາວ ໄຊເຍ໋ຍຊ່າງ ຮອງຫົວໜ້າກົມອົບຮົມ, ມີທ່ານ ສີສຸພັນ ມະຫາວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງລະຄອນເພັງ, ໃນບັ້ນອົບຮົມຄັ້ງນີ້ ໄດ້ນໍາໃຊ້ເອກະສານເຂົ້າໃນການຝຶກອົບຮົມ 7 ບົດຄື: ບົດທີ 1: ຊາດລາວຄົນລາວແລະມນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ, ບົດທີ 2: ລະບົບການເມືອງ,ການປົກຄອງ ຢູ່ ສປປ ລາວ, ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກແຂງຮູນໍາພາຮອບດ້ານ, ບົດທີ 4: ການສ້າງບ້ານເປັນຫົວໜ່ວຍພັດທະນາ, ບົດທີ 5: ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ, ບົດທີ 6: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ບົດທີ 7: ອົບຮົມປະຊາຊົນຢູ່ລຽບຕາມຊາຍແດນ ໃນນັ້ນ, ມີຄູ-ອາຈານຂື້ນຫ້ອງສອນ ທັງໝົດ 5 ທ່ານ, ມາຈາກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ 2ທ່ານ; ມາຈາກຄະນະໂຄສະນາອົບຮົມແຂວງ 2 ທ່ານ, ມາກຈາກເມືອງລະຄອນເພັງ 1 ທ່ານ, ມາຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ 1 ທ່ານ, ມີນັກສໍາມະນາກອນ ທັງໝົດ 50 ທ່ານ, ຍິງ 6 ທ່ານ. ການດໍາເນີນບັ້ນອົບຮົມໃນເທື່ອນີ້ ຈະດໍາເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ.