ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກລະຄະກອນ ພາຍຫຼັງໂຮມວຽກງານຈຳນວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ 23 ມິຖຸນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກ ໄດ້ຈັດພິທີ ປະກາດກົງຈັກການຈັດຕັ້ງ ແລະ ບຸກລະຄະກອນ ພາຍຫຼັງໂຮມວຽກງານຈຳນວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ, ເຂົ້າຮ່ວມມີ: ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນ. ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ມີ:ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ, ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງສອງພາກສ່ວນ.
ໃນພິທີ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນລາຍງານຜົນການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ແລະ ໂຮມວຽກງານຈຳນວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກໃນໄລຍະຜ່ານມາ ແລະ ວຽກງານຕໍ່ໜ້າ. ປັດຈຸບັນ ດ້ານກົງຈັກ, ການຈັດຕັ້ງຂອງຄະນະໂຄສະນາອົບຮົມສູນກາງພັກມີ 09 ກົມ, ມີ 42 ພະແນກ, ມີພະນັກງານ-ລັດຖະກອນ ທັງໝົດ 201 ຄົນ, ຍິງ 97 ຄົນ; ມີ 10 ໜ່ວຍພັກ(ລວມທັງໝ່ວຍພັກບຳນານ), ສະມາຊິກພັກທັງໝົດ 234 ສະຫາຍ, ຍິງ 107 ສະຫາຍ. ບັນດາກົມ ທີ່ຍົກຍ້າຍມາຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ມີ 01 ກົມ:(ກົມສື່ມວນຊົນ) ແລະ 04 ຫົວໜ່ວຍວິຊາການ ລະດັບ 01 (ທຽບເທົ່າກົມ) ຄື: ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸ ກະຈາຍສຽງແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດ, ມີພະນັກງານ-ລັດຖະກອນ ທັງໝົດ 426 ຄົນ, ຍິງ 170 ຄົນ; ມີ 2 ຄະນະພັກຮາກຖານ, ມີໜ່ວຍພັກຂຶ້ນກັບ 11 ໜ່ວຍພັກ ແລະ ມີ 3 ໜ່ວຍພັກຮາກ ຖານ; ມີສະມາຊິກພັກ ທັງໝົດ 313 ສະຫາຍ, ຍິງ 135 ສະຫາຍ.
ສະນັ້ນ ໂຄງປະກອບກົງຈັກການຈັດຕັ້ງ (ໃໝ່) ຂອງຄະນະໂຄສະນາອົບ ຮົມສູນກາງພັກ ທີ່ສະເໜີຂັ້ນເທິງຮັກສາໄວ້ 14 ກົມ ແລະ ໄດ້ຄົ້ນຄວ້າ ແລະ ປັບປຸງຂັ້ນພະແນກ ຈາກທັງໝົດ 84 ພະແນກ ຍັງເຫຼືອ 68 ພະແນກ, ຫຼຸດລົງ 14 ພະແນກ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ປັບປຸງວຽກງານ ຂັ້ນພະແນກ ໃຫ້ໄປຕາມທິດ ກະທັດຮັດ ແລະ ມີປະສິດທິພາບ. ຫຼັງຈາກນັ້ນຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານແຈ້ງການ ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລະກອນຂອງຄະນະໂຄສະນາອົບຮົມສູນກາງພັກ, ສະບັບເລກທີ 216/ຄຈສພ, ວັນທີ 15 ມິຖຸນາ 2025
ໃນຕອນທ້າຍ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຄະ ນະຮັບຜິດຊອບ ແລະ ສະເໜີໃຫ້ຄະນະພັກ-ຄະນະນໍາສືບຕໍ່ເສີມຂະຫຍາຍບົດບາດການນໍາພາ-ຊີ້ນໍາວຽກງານການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ມີການມອບວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະບຸກຄົນຢ່າງລະອຽດຈະແຈ້ງ; ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫລັກການທີ່ກ່ຽວຂ້ອງຕິດພັນກັບການຍົກສູງຄວາມຮັບຜິດຊອບດ້ານວຽກງານສື່ຕິດພັນວຽກງານການເມືອງແນວຄິດ, ປຸກລະດົມຂົນຂວາຍການຈັດຕັ້ງ ໃນແຕ່ລະຂັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຜົນສໍາເລັດໃໝ່ຢ່າງຕັ້ງໜ້າ. ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້, ແມ່ນການປະຕິບັດແນວທາງການຈັດຕັ້ງຂອງພັກໃຫ້ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ປະສິດທິຜົນທີ່ເຂັ້ມແຂງ.