ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2025 ຫ້ອງການສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຄະນະຮັບຜິດຊອບຊີ້ນໍາລວມສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່; ເຂົ້າຮ່ວມມີ: ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳລວມ, ຜູ້ປະຈໍາການ, ບັນດາສະຫາຍອະດີດກົມການເມືອງ, ເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະປະຈໍາສະພາທິດ ສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດາຄະນະພັກ, ຄະນະນຳ ຫົວໜ້າກົມ, ຮອງກົມ ຈາກກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຂອງພັກ ໃຫ້ມີເນື້ອໃນທີ່ອຸດົມສົມບູນ ແລະ ກວມເອົາທຸກຂົງເຂດວຽກງານ ເພື່ອເປັນບ່ອນອີງໃນການຍູ້ແຮງການປະຕິບັດພາລະກິດການປ່ຽນແປງໃໝ່ຂອງພັກໃຫ້ເຂົ້າສູ່ລວງເລິກ.
ໃນພິທີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງສະຫາຍໄດ້ກ່າວສະຫຼຸບໂດຍຫຍໍ້ 40 ປີໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ເຊິ່ງມີແນວຄິດລິເລີ່ມປ່ຽນແປງໃຫມ່ທີ່ໄດ້ສະເໜີຕໍ່ ມະຕິກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ II ຂອງພັກ ໃນປີ 1979 ແລະ ໄດ້ຖືກຮັບຮອງເອົາເປັນທາງການໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ເມື່ອປີ 1986. ໃນຕະຫຼອດ 40 ປີມານີ້, ພັກເຮົາໄດ້ມີຄວາມສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ເຫັນໄດ້ວ່າຄວາມຮັບຮູ້ຂອງທົ່ວພັກໄດ້ມີຄວາມເປັນເອກະພາບ, ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນແຕ່ລະດ້ານໄດ້ກຳນົດແຈ້ງໃນແຕ່ລະ ສະໄໝກອງປະຊຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນແຕ່ລະໄລຍະຢ່າງມີຜົນສຳເລັດ.
ຫຼັງຈາກນັ້ນ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳລວມ, ທັງເປັນຜູ້ປະຈຳການ ໄດ້ກ່າວລາຍງານໂດຍຫຍໍ້ເນື້ອໃນຮ່າງສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ; ຫຼັງຈາກນັ້ນບັນດາຜູ້ແທນ ແລະ ນັກຄົ້ນຄວ້າໄດ້ພ້ອມກັນປະກອບຄໍາເຫັນໃສ່ຮ່າງດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ຖືກຕາມຫຼັກວິທະຍາສາດຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕີລາຄາສຸູງຂອງການສະຫຼຸບ 40 ປີປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແມ່ນພາລະກິດປະຕິວັດ ທີ່ສຳຄັນຂອງພັກ, ແມ່ນໜ້າທີ່ຍຸດທະສາດ ແນ່ໃສ່ສ້າງໃຫ້ພັກມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານແນວຄິດ ທິດສະດີ, ເປັນການຢັ້ງຢືນແນວທາງອັນຖືກຕ້ອງ ແລະ ມີວິທະຍາສາດຂອງພັກໃນໄລຍະຜ່ານມາ, ພ້ອມທັງ ເປັນການຕີຖອຍ ແລະ ສະກັດກັ້ນ ບັນຫາທີ່ບໍ່ສອດຄ່ອງກັບຍຸກສະໄໝ ກໍຄືສະພາບແວດລ້ອມທີ່ມີການປ່ຽນແປງຢ່າງສັບສົນໃນປັດຈຸບັນ.