ກອງປະຊຸມໃຫຍ່ຄັ້ງທີVII ຂອງສະມາຊິກກຳມະບານຂອງ ສະຫະພັນກຳມະບານ ຄອສພ

ກອງປະຊຸມໃຫຍ່ຄັ້ງທີVII ຂອງສະມາຊິກກຳມະບານຂອງ ສະຫະພັນກຳມະບານ ຄອສພ

      ໃນຕອນເຊົ້າວັນທີ 19 ມິຖຸນາ 2025 ຄະນະບໍລິຫານງານກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເປັນຄະນະປະທານຮ່ວມໂດຍ: ສະຫາຍ  ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ , ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຕ່າງໜ້າສະຫະພັນກຳມະບານມາຈາກບັນດາອົງການພັກພາຍໃນຫຼັກ6 ແລະ ສະມາຊິກກຳມະບານ ທົ່ວ ຄອສພ.

ໃນພິທີ ຕາງໜ້າຫົວໜ້າກົມຈັດຕັ້ງ-ພະນັກງານ ຂື້ນຜ່ານຂໍ້ຕົກລົງ ອະນຸມັດໄຂກອງປະຊຸມໃຫຍ່ຄັ້ງທີ VII ສະມາຊິກກຳມະບານຂອງສະຫະພັນກຳມະບານ ຄອສພ ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງກອງເລຂາ ເຊິ່ງປະກອບດ້ວຍ 3 ສະຫາຍ ຄື: ສະຫາຍ ທອນ ພົມທິກອນ, ສະຫາຍ ຄອນສະໄໝ ກາວັນ ແລະ ສະຫາຍ ຈ່າຍນໍ ເພື່ອຊ່ວຍຄະນະປະທານກອງປະຊຸມຕິດຕາມບັນທຶກການດຳເນີນກອງປະຊຸມ ແລະ ສະຫຼຸບສັງລວມ.

ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ປະທານສະຫະພັນກຳມະບານ ຄອສພ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານຮ່າງບົດລາຍງານການເມືອງ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານກຳມະບານ ຄອສພ ຄັ້ງທີ VI ຕໍ່ກອງປະຊຸມ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ການເຄື່ອນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ໃນໄລຍະ 5 ປີຜ່ານມາ , ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ( 2025-2029); ໃນຕະຫຼອດໄລຍະ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາໆພາ ຂອງຄະນະພັກ ຄອສພ ແລະ ສູນກາງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ກໍຄື ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງສູນກາງສະຫະພັນກຳມະບານລາວ ແລະ ໂຄງການດຳເນີນງານຂອງສະຫະພັນກຳມະບານ ຄອສພ ເຂົ້າໃນທຸກຂົງເຂດວຽກງານຢ່າງເປັນຂະບວນການຟົດຟື້ນ ແລະ ຍາດໄດ້ຜົນງານອັນຕັ້ັງໜ້າໃນຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງປະ ຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າເຂົ້າສູ່ຊີວິດຕົວຈິງ ອັນເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຳມະບານນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ;       ຫຼັງຈາກນັ້ນສະຫາຍ ນ. ໄພວັນ ວັນນະໄຊ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ຂື້ນຜ່ານແຜນຍຸດທະສາດພັດທະນາວຽກງານກຳມະບານ ຄອສພ ໃນໄລຍະ 5 ປີ 2025-2029 ແລະ ວິໄສທັດ 10 ປີ 2025-2035 ເຊິ່ງໄດ້ຍົກໃຫ້ເຫັນການພັດທະນາວຽກງານກຳມະບານ ຄອສພ ໃຫ້ເຕີບໃຫຍ່ເຂັ້ມແຂງຕາມທິດ “ຍົກສູງຄຸນນະພາບເປັນເສນາທິການວຽກງານການເມືອງ-ແນວຄິດ, ເອົາໃຈໃສ່ສ້າງສະຫະພັນກຳມະບານ ຄອສພ ໃຫ້ເຂັ້ມແຂງ, ເປັນຕົວແທນໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກະມະບານ

ຫຼັງຈາກນັ້ນຄະນະບໍລິຫານງານກຳມະບານ ຄອສພ ຊຸດເກົ່າ ໄດ້ຂຶ້ນກ່າວອຳລາໜ້າທີ່ ແລະ ກອງປະຊຸມໃຫຍ່ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານກຳມະບານ ຄອສພ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານກຳມະບານ ຄອສພ ຊຸດໃໝ່ຈໍານວນ 09 ສະຫາຍ, ໃນນັ້ນເລືອກເອົາ 7 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງບັນດາສະມາຊິກກຳມະບານ ຄອສພ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມທີ ແລະ ເລືອກໄດ້ 7 ສະຫາຍ ໃນກອງປະຊຸມຄັ້ງປະຖົມມະລຶກຕົກລົງເປັນເອກະພາບເລືອກເອົາ ສະຫາຍ ວັນລາຕີ ຄໍາວານວົງສາ  ເປັນປະທານ, ສະຫາຍ ພູວັນ ສຸວັນ ເປັນຮອງປະທານ; ສະຫາຍ ລິດສະໄໝ ເພັງສະຫວັນ  ເປັນຮອງປະທານທັງເປັນປະທານກວດກາ; ສະຫາຍ ນາງ ຄໍາພັດ ຄູນວິທອງ ເປັນຮອງປະທານກວດກາ.

ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ນາງ ອາລິຍາວັນ ອັກຄະວົງ ຊຶ່ງສະຫາຍໄດ້ໃຫ້ທິດຊີ້ນຳທີ່ສໍາຄັນຖືເປັນແນວທາງໃຫ້ແກ່ການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານຂອງສະຫະພັນກຳມະບານ ຄອສພ ໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃຫຍ່ໄດ້ຮຽກຮ້ອງໃຫ້ສະມາຊິກກຳມະບານທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຮອງເອົາໃຫ້ບັນລຸຜົນສໍາເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້; ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ພັດທະນາ ແລະ ເປັນເຈົ້າການຫັນມະຕິກອງປະຊຸມຄັ້ງນີ້ເປັນແຜນງານ, ໂຄງການລະອຽດຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ສູນກາງສະຫະພັນກໍາມະບານລາວ, ພ້ອມທັງປຸກລະດົມສະມາຊິກກຳມະບານ ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.

ຄະນະບໍລິຫານງານກຳມະບານ ຄອສພ ຊຸດເກົ່າ

ຄະນະບໍລິຫານງານກຳມະບານ ຄອສພ ຊຸດໃໝ່

ໄດ້ຮັບທຸງໄຊ 5 ເປັນເຈົ້າ