ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລົງເຄື່ອນໄຫວແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມຢູ່ແຂວງຈຳປາສັກ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລົງເຄື່ອນໄຫວແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມຢູ່ແຂວງຈຳປາສັກ.
ໃນວັນທີ 8-10 ມິຖຸນາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມຢູ່ແຂວງຈຳປາສັກ ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານການເມືອງ-ແນວຄິດ, ການຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການໂຄສະນາ ຫຼື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ນັບມື້ນັບສູງຂຶ້ນ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປັດຈຸບັນ.
ໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຂື້ນເຜີຍແຜ່ກ່ຽວກັບວຽກງານສື່ໃນໄລຍະໃໝ່ ແລະ ຄວາມສຳຄັນຂອງການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ, ນອກນັ້ນຄະນະວິຊາການດ້ານວິຊາສະເພາະຈາກສູນກາງໄດ້ເຮັດວຽກງານຕົວຈິງຮ່ວມກັບຄະນະໂຄສະນາອົບຮົມແຂວງ ກ່ຽວກັບວຽກງານສື່ທັນສະໄໝ, ວຽກງານລະບົບເຄືອຂ່າຍ ແລະ ຄອມພິວເຕີ, ວຽກງານຂໍ້ມູນຂ່າວສານເປັນຕົ້ນແມ່ນການ ສະໜອງຂໍ້ມູນຂ່າວສານດ້ານການຄົ້ນຄວ້າຂີດຂຽນ, ການເກັບສຳເນົາບັນດາເອກະສານສຳຄັນ ແລະ ການສຳຫຼວດຕີລາຄາພື້ນຖານການນຳໃຊ້ໂປຼແກຼມ ແລະ ເຄື່ອງມືທີ່ທັນສະໄໝ, ສັງລວມບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກເພື່ອນຳມາສ້າງເປັນບົດຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ຄະນະໂຄສະນາອົບຮົມແຂວງໃນຄັ້ງຕໍ່ໄປ.
ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມໃຫ້ທິດຊີ້ນຳກ່ຽວກັບວຽກງານຂໍ້ມູນຂ່າວສານໃນຍຸກໃໝ່ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄະນະໂຄສະນາອົບຮົມແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກໃຫ້ໂຄສະນາອົບຮົມແຂວງສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນໃຫ້ມີຄວາມອຸດົມສົມບູນ, ສືບຕໍ່ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນເຫດການສຳຄັນ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຄື:ວັນສ້າງຕັ້ງພັກຄົບຮອບ70ປີ, ວັນສະຖາປະນາ ສ ປປ ລາວຄົບຮອບ50ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ, ຄົ້ນຄວ້າຜູ້ຮັບຜິດຊອບປະສານງານ ໃຫ້ມີຜູ້ຮັບຜິດຊອບໃນສາຍວຽກຕ່າງໆ ເຊັ່ນ: ວຽກງານຫ້ອງສະໝຸດ, ວຽກງານລະບົບຄອມພິວເຕີ, ວຽກງານການບຳລຸງພະນັກງານດ້ານເຕັກນິກ ເພື່ອໝູນໃຊ້ເຄື່ອງມືດ່ັງກ່າວນັ້ນເປັນບ່ອນປະສານງານ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ ລະຫວ່າງສູນກາງ ກັບທ້ອງຖິ່ນໃຫ້ພັດທະນາຄຽງຄູ່ກັນໄປໃຫ້ສົມກັບວ່າຫັນວຽກງານໂຄສະນາເປັນທັນສະໄໝຮອບດ້ານ.
ນອກຈາກເຮັດວຽກກັບໂຄສະນາອົບຮົມແຂວງແລ້ວ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຍັງຈະໄດ້ລົງໄປເຮັດວຽກກັບເມືອງຈຳນວນໜື່ງ.