ການເພີ່ມທັກສະຄວາມຮູ້ທາງດ້ານ AI ເປັນສິ່ງທີ່ຍອດຍິ່ງໃນຍຸກ 4.0


ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາໄດ້ເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ຢ່າງກ້າວກະໂດດເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການດໍາລົງຊີວິດ ແລະ ການເຮັດວຽກຂອງຄົນເຮົາ. ປັດຈຸບັນການນໍາໃຊ້ AI ເຂົ້າມາຊ່ວຍໃນເລື່ອງຕ່າງໆ ແລະ ການຊອກຂໍ້ມູນແມ່ນມີຄວາມວ່ອງໄວຫຼາຍ. ສະນັ້ນ ການນໍາໃຊ້ AI ຈຶ່ງເປັນໜຶ່ງໃນທັກສະທີ່ເຮົາຄວນຮຽນຮູ້ໄວ້ໃນໂລກຍຸກ AI” ພວມເຂົ້າມາເພີ່ມເຕີມການດຮັດວຽກແບບວິທະຍາສາດ.
AI ເປັນສິ່ງທີ່ເຮົາຫຼີກເວັ້ນບໍ່ໄດ້ ແລະ ມັນກຳລັງປ່ຽນແປງວິທີການເຮັດວຽກໃນຫຼາກຫຼາຍອຸດສາຫະກຳ ບໍ່ແມ່ນພຽງແຕ່ກຸ່ມທີ່ຄົນເຮັດວຽກໃນແວດວົງເຕັກໂນໂລຊີ ຫຼື ວິທະຍາສາດ. ການເຂົ້າໃຈ ແລະ ສາມາດເຮັດວຽກຮ່ວມກັບ AI ໄດ້ ຈຶ່ງເປັນທັກສະທີ່ສຳຄັນຢ່າງຍິ່ງສຳລັບຄົນທີ່ເຮັດວຽກໃນຍຸກດິຈິຕອນ ເພາະວ່າຄວາມສາມາດໃນການໃຊ້ປະໂຫຍດຈາກ AI ຈະຊ່ວຍເພີ່ມປະສິດພາບການເຮັດວຽກ ແລະ ສ້າງໂອກາດໃໝ່ໆໃນອາຊີບ.
AI ແມ່ນຫຍັງ? ຖ້າຈະເວົ້າໃຫ້ເຂົ້າໃຈແບບງ່າຍໆມັນແມ່ນລະບົບເຕັກໂນໂລຊີຄອມພິວເຕີ ທີ່ປະມວນຂໍ້ມູນຢ່າງຄົບຊຸດ ແລະ ວ່ອງໄວເຊັ່ນ: ການຮູ້–ສ້າງຮູບພາບ, ການວິເຄາະຂໍ້ມູນ, ຊ່ວຍຂຽນອີເມວ, ການຂຽນໂປຣແກຣມ, ການສ້າງວິດີໂອ, ການແປພາສາ, ການສ້າງຄອນເທັນ ແລະ ອື່ນໆ.
ຫຼາຍອົງກອນໃນປັດຈຸບັນ ໄດ້ນຳໃຊ້ AI ເຂົ້າໃນການເຮັດວຽກທີ່ຊັບຊ້ອນ ຕັ້ງແຕ່ ລະບົບແນະນຳສິນຄ້າໃນ E-Commerce, ການວິເຄາະຂໍ້ ມູນລູກຄ້າ ຫຼື ການບໍລິການລູກຄ້າຜ່ານ Chatbot. ຂະນະດຽວກັນ, ໃນວົງການທຸລະກິດ, ສາຍອາຊີບອື່ນໆກໍໄດ້ນຳໃຊ້ AI ເຂົ້າໃນການເຮັດວຽກເຊັ່ນ: ນັກການຕະຫຼາດ ໃຊ້ເພື່ອວິເຄາະຂໍ້ມູນ ຫຼື ຄາດຄະເນພຶດຕິກຳຂອງລູກຄ້າ, ນັກຂຽນໃຊ້ເພື່ອສ້າງຄອນເທັນ ຫຼື ນັກທຸລະກິດໃຊ້ເພື່ອວິເຄາະຂໍ້ມູນຕະຫຼາດ ແລະ ຊ່ວຍໃນການຕັດສິນໃຈທາງທຸລະກິດ.
See also ແອັບໜ້າຮັກດີຕໍ່ໃຈ ສົ່ງຕໍ່ພະລັງງານບວກດ້ວຍບົດຄວາມ ແລະ ຮູບພາບ.
ແລ້ວເປັນຫຍັງ ມະຍຸດເຮົາຕ້ອງມີຄວາມຮູ້ກ່ຽວກັບ AI?
ເຫດຜົນທຳອິດເລີຍກໍຄື ໂລກຂອງເຮົາກຳລັງປ່ຽນແປງ. ການພັດທະນາ ແລະ ການໃຊ້ງານ AI ໃນວົງການທຸລະກິດ ແລະ ໃນການດໍາລົງຊີວິດປະຈໍາວັນກໍລ້ວນແຕ່ຕິດພັນກັບ AI; ອົງກອນທີ່ນໍາໃຊ້ AI ຈະມີຄວາມໄດ້ປຽບໃນການເຮັດວຽກທັງໃນດ້ານການຫຼຸດຕົ້ນທຶນ, ເພີ່ມຜົນຜະລິດ ແລະ ການສ້າງນະວັດຕະກຳໃໝ່ໆ. ສະນັ້ນ, ຜູ້ທີ່ສາມາດເຂົ້າໃຈ ແລະ ໃຊ້ງານ AI ໄດ້ ຈະສາມາດເຮັດວຽກໄດ້ໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ.
ຕໍ່ມາແມ່ນ AI ເປັນເຄື່ອງມືທີ່ສາມາດເສີມທັກສະຂອງຄົນເຮົາໄດ້. ເຖິງວ່າ AI ຈະສາມາດເຮັດວຽກບາງປະເພດໄດ້ດີກວ່າຄົນເຮົາ ແຕ່ AI ກໍສາມາດເສີມທັກສະ ແລະ ຄວາມສາມາດຂອງມະນຸດ ເຊັ່ນ: ຊ່ວຍໃນການອອກແບບ, ການຂຽນ ຫຼື ການເຮັດວຽກດ້ານທຸລະກິດທີ່ໃຫ້ຄວາມຖືກຕ້ອງຊັດເຈນ ແລະ ວ່ອງໄວຂຶ້ນ.
ອີກປະເດັນໜຶ່ງແມ່ນ AI ຊ່ວຍພັດທະນາທັກສະໃໝ່ໆ ໄດ້ຢ່າງວ່ອງໄວ. ເຄື່ອງມື AI ຫຼາຍໂຕສາມາດຊ່ວຍໃຫ້ເຮົາຮຽນຮູ້ທັກສະໃໝ່ໆໄດ້ຢ່າງວ່ອງໄວ ເຊັ່ນ Duolingo AI ທີ່ຊ່ວຍຮຽນພາສາຕ່າງປະເທດ ຫຼື Coursera AI ທີ່ສາມາດແນະນຳວິທີຮຽນຕາມຄວາມສົນໃຈ ແລະ ຄວາມສາມາດຂອງແຕ່ລະຄົນ ເພື່ອພັດທະນາຕົວເອງໃຫ້ເຕີບໂຕໃນສາຂາອາຊີບໄດ້ໄວກວ່າເກົ່າ.
ຈະເລີ່ມຕົ້ນແນວໃດດີສຳລັບມືໃໝ່?
1. ເລີ່ມຈາກການເຂົ້າໃຈພື້ນຖານໂດຍການເລີ່ມສຶກສາວ່າ AI ແຕ່ລະໂຕເຮັດວຽກແນວໃດ ແລະ ໃຊ້ເພື່ອເຮັດຫຍັງ ເຊິ່ງມີຢູ່ຫຼາຍໂຕ ຍົກຕົວຢ່າງ: ChatGPT, Canva AI ຫຼື Notion AI.
See also DeepSeek AI ນ້ອງໃໝ່ຈາກຈີນກຳລັງມາແຮງຍອດດາວໂຫຼດແອັບສູງເປັນອັບດັບໜຶ່ງໃນ App Store
2. ພັດທະນາທັກສະໃໝ່ໆ ເຊັ່ນ: ການຮຽນຮູ້ກ່ຽວກັບການຂຽນ Prompt ຫຼື ວິທີເລືອກໃຊ້ AI ໃຫ້ເໝາະກັບວຽກ.
3. ຝຶກໂຕເອງໃຫ້ເປັນຄົນທີ່ເປີດຮັບການປ່ຽນແປງ ໂດຍການຊອກຫາໂອກາດໃໝ່ໆທີ່ AI ຈະຊ່ວຍໃຫ້ຊີວິດ ແລະ ວຽກຂອງເຮົາດີຂຶ້ນ.
ທີ່ອະທິບາຍມາທັງໝົດຂ້າງເທິງນີ້ກໍເພາະວ່າ ໃນປີ 2025 ນີ້ AI ຈະເຂົ້າມາປ່ຽນແປງຫຼາຍຢ່າງ ສັງເກດໄດ້ຈາກການພັດທະນາຢ່າງວ່ອງໄວຂອງມັນ. ໃຜທີ່ປັບໂຕກ່ອນ ຈະມີໂອກາດຫຼາຍກວ່າ ແລະ ນີ້ເປັນເວລາທີ່ດີທີ່ສຸດທີ່ຈະເລີ່ມຮຽນຮູ້ ແລະ ໃຊ້ງານ AI ກ່ອນທີ່ປີໃໝ່ຈະເລີ່ມຂຶ້ນ.
“AI ຈະບໍ່ຍາດວຽກເຈົ້າ, ຖ້າເຈົ້າຮູ້ຈັກໃຊ້ມັນ”
ສຳລັບໃນຄັ້ງຕໍ່ໄປຈະນຳສະເໜີກ່ຽວກັບ AI ທີ່ເຮົາຕ້ອງຮູ້ ແລະ ແຕ່ລະອັນໃຊ້ເຮັດຫຍັງໄດ້ແດ່.
ແຫຼ່ງຂໍ້ມູນຈາກ: ທີມ Gadzila.