ນິທານເລື່ອງ: “ເກີບຄູ່ສຸດທ້າຍ”

ນິທານເລື່ອງ: ເກີບຄູ່ສຸດທ້າຍ

ຢູ່​ໃນບ້ານ​ນ້ອຍໆ​ແຫ່ງ​ໜຶ່ງ, ມີ​ພໍ່ລຸງຄົນ​ໜຶ່ງ​ຊື່ວ່າ “ລຸງ​ເຕ້ຍ”. ລາວເປັນພຽງຊ່າງຫຍິບເກີບທຳມະດາ. ທຸກໆມື້ລາວມັກນັ່ງຫຍີບເກີບຢູ່ກ້ອງຕົ້ນໄມ້ໃຫຍ່ແຖວຕະຫຼາດ. ລາວບໍ່ເຄີຍເອີ້ນຄ່າຫຍິບເກີບໃນລາຄາທີ່ແພງ ແລະ ລາວກໍບໍ່ເຄີຍປະຕິເສດໃຜ.

ມື້ໜຶ່ງ, ໄດ້ມີເດັກນ້ອຍຜູ້ຊາຍຄົນໜຶ່ງຊື່ວ່າ “ສົມໝາຍ” ໄດ້ຍ່າງຕີນເປົ່າໄປຫາລຸງເຕ້ຍ. ຕີນຂອງລາວດຳ ແລະ ເປື້ອນເຕັມໄປດ້ວຍບາດແຜ. ລາວ​ໄດ້​ເອົາ​ເກີບ​ເກົ່າ​ທີ່​ຈີກ​ຂາດ​ທີ່ເກັບມາ​ຈາກ​ຖັງ​ຂີ້​ເຫຍື້ອ ເພື່ອຂໍໃຫ້ລຸງເຕ້ຍຊ່າງຫຍິບເກີບຊ່ວຍຊ້ອມແປງ. ລາວເວົ້າຢ່າງອ່ອນໂຍນວ່າ, “…

ລຸງ “ຫຼານຢາກໃສ່ເກີບໄປໂຮງຮຽນ ແມ່ບໍ່ມີເງິນຊື້ເກີບໃໝ່ໃຫ້ຫຼານ.” ລຸງຊ່ວຍແປງໃຫ້ຫຼານໄດ້ບໍ?

ເມື່ອລຸງເຕ້ຍໄດ້ຍິນ ແລະ ເຫັນແນວນັ້ນກໍໄດ້ມິດງຽບໄປຊົ່ວຄາວ……

ກ່ອນ​ຈະ​ລຸກ​ຂຶ້ນ, ລຸງ​ໄດ້​ຈັບເອົາ​ກ່ອງ​ໄມ້​​ທີ່​ລາວ​ເກັບ​ໄວ້​ກ້ອງ​ໂຕະ. ພາຍໃນກ່ອງມີເກີບໜັງສີດໍາຄູ່ໜຶ່ງ – ຍີ່ຫໍ້ໃໝ່. ລຸງຄ່ອຍໆຈັບມັນ ແລະ ຍື່ນເກີບໃຫ້ ທ. ສົມໝາຍ.

ແລະ ລຸງໄດ້ເວົ້າວ່າ:

“ເກີບຄູ່ນີ້ແມ່ນຂອງຂວັນທີ່ລຸງຕັ້ງໃຈເຮັດໃຫ້ລູກຊາຍຂອງລຸງ ແຕ່ຕອນນີ້ລາວບໍ່ຢູ່ແລ້ວ”

ສົມໝາຍໄດ້ຂອບໃຈ ແລະ ຮູ້ສຶກດີໃຈຈົນນ້ຳຕາໄຫຼອາບໜ້າ.ມື້ຕໍ່ມາ…

ສົມໝາຍໃສ່ເກີບໄປໂຮງຮຽນດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໃນຂະນະທີ່ລຸງເຕ້ຍໄດ້ແຕ່ຍັງນັ່ງຍິ້ມແບບມີຄວາມສຸກ…

ຂໍ້ຄິດ: “ຄົນດີ ອາດບໍ່ໄດ້ມີຊື່ສຽງທີ່ໂດ່ງດັງ ແຕ່ຫົວໃຈຂອງພວກເຂົາ ສ່ອງແສງໄດ້ໄກກວ່າດວງດາວ

ແລະ ບາງຄັ້ງ… ຂອງຂັວນທີ່ມີຄ່າທີ່ສຸດ ບໍ່ແມ່ນສິ່ງຂອງລາຄາແພງສະເໝີໄປ
ແຕ່ຄືນ້ຳໃຈທີ່ເສຍສະຫຼະໃຫ້ກັນ… ໂດຍບໍ່ຫວັງສິ່ງໃດຕອບແທນ