ກົມໂຄສະນາ ຄອສພ ແລະ ກົມອົບຮົມ ສຊປລ ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະ

ກົມໂຄສະນາ ຄອສພ ແລະ ກົມອົບຮົມ ສຊປລ ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະ

        ໃນວັນທີ 04 ກໍລະກົດ 2025 ທີ່ຫ້ອງປະຊຸມໂຕະມົນຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ກົມໂຄສະນາ ແລະ ກົມອົບຮົມຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ການເຄື່ອນໄຫວວຽກງານວິຊາສະເພາະ ເຊິ່ງກັນ ແລະ ກັນ,​ ເປັນກຽດເຂົ້າຮ່ວມມີ​ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມໂຄສະນາ,​ ທ່ານ ສຸລິຍາ ແກ້ວພິລາວົງ ເລຂາທິການ ຄະນະພັກ ຫົວໜ້າກົມອົບຮົມ ສຊປລ ແລະ​ ພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.


ໃນກອງປະຊຸມ, ທ່ານ ອານົງສັກ ອິນທະວົງ ໄດ້ກ່າວວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະ​ວຽກງານໂຄສະນາອົບຮົມການເມືອງ-ແນວຄິດ, ກົມໂຄສະນາພວກເຮົາໃນນາມກົມວິຊາການຫຼັກຂອງ ຄອສພ ໄດ້ສຸມໃສ່ເຄື່ອນໄຫວວຽກງານຂອງຕົນ ຕາມພາລະບົດບາດທີ່ຂັ້ນເທິງໄດ້ມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍຜ່ານການໂຄສະນາ-ປາຖະກະຖາ, ໂຄສະນາຜ່ານສື່, ໂຄສະນາທາງເອເລັກໂທຣນິກ, ໂຄສະນາເຄື່ອນທີ່ ແລະ ໂຄສະນາທາງວາລະສານໂຄສະນາ. ພ້ອມກັນນີ້, ທ່ານຫົວໜ້າກົມໂຄສະນາ ຄອສພ ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ທິດທາງແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງກົມໃນຕໍ່ໜ້າ.


ຫຼັງຈາກນັ້ນ, ທ່ານ ສຸລິຍາ ແກ້ວພິລາວົງ ໄດ້ກ່າວວ່າ: ກົມອົບຮົມພວກເຮົາ ກໍເປັນກົມວິຊາການຫຼັກຂອງ ສຊປລ ມີພາລະບົດບາດໂຄສະນາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວຊາວໜຸ່ມ-ເຍົາວະຊົນລາວຜູ້ໜຸ່ມນ້ອຍ ໃນທົ່ວສັງຄົມ ໂດຍອີງໃສການເຜີຍແຜ່ເອກະສານ ແລະ ວິທະຍາກອນຂຶ້ນຫ້ອງຝຶກອົບຮົມ ຈາກຄະນະໂຄສະນາອົບຮົມສູນກາງພັກ ເວົ້າລວມ, ເວົ້າສະເພາະ ຈາກກົມໂຄສະນາ ຄອສພ ທີ່ພວກເຮົາຖືເປັນແມ່ແບບໃນການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍະທີ່ຜ່ານມາ ແລະ ກໍ່ປາສະຈາກບໍ່ໄດ້ກໍຄືຂໍ້ຫຍຸ້ງຍາກ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ທິດທາງແຜນການໃນຕໍ່ໜ້າຈໍຈະສືບຕໍ່ຮ່ວມມືປະທານສານກັບກົມໂຄສະນາ ຄອສພ ຕໍ່ໄປ.

        ໃນຕອນທ້າຍພິທີ, ຕາງໜ້າກົມອົບຮົມ ສຊປລ ໄດ້ມອບເຄື່ອງອຸປະຖໍາໃຫ້ແກ່ກົມໂຄສະນາ ຄອສພ ເພື່ອນໍາໄປມອບເປັນລາງ ວັນຖາມ-ຕອບຄໍາຖາມ ໃນເວລາລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ຢູ່ທ້ອງຖິ່ນຈໍານວນໜຶ່ງ ເຊິ່ງລວມມູນຄ່າ 17,000,000 ກວ່າກີບ ແລະ ຕາງໜ້າກົມໂຄສະນາ ຄອສພ ໄດ້ມອບໃບກຽດຕິຄຸນໃຫ້ແກ່ກົມອົບຮົມ ສຊປລ.

(ພາບ: ດາວ-ຂ່າວ: ມີໄຊ)