ປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2025)


ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະຖື ແມ່ຍິງເປັນພາກສ່ວນໜຶ່ງ ໃນກຳລັງແຮງທີ່ສໍາຄັນ ຂອງພັກ. ພາຍໃຕ້ຄັນທຸງຂອງແນວໂຮມປົດປ່ອຍຊາດ, ສູນກາງ ແນວລາວອິດສະຫຼະ ກໍ່ຄືສູນກາງພັກປະຊາຊົນລາວ ໄດ້ປະກາດສ້າງຕັ້ງ: ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂັ້ນສູນກາງຢ່າງເປັນທາງການໃນວັນທີ 20 / 7 / 1955 ຢູ່ທີ່ສໍານັກງານສູນກາງແນວລາວອິດສະຫຼະ ຊຶ່ງໃນເວລານັ້ນຕັ້ງຢູ່ ແຄມຫ້ວຍນໍ້າໂສຍ, ເມືອງວຽງໄຊ, ແຂວງຫົວພັນ (ຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ). ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານຍັງແມ່ນໜ່ວຍຍຸວັນນະລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ. ເພື່ອໃຫ້ສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ ທີ່ຖືກຈາລຶກໄວ້ໃນປະຫວັດສາດ ໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດຊາດ, “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກ ຊາດ” ໃນເດືອນ ມັງກອນ ປີ 1956 ສະມາຄົມແມ່ຍິງລາວຮັກຊາດ ແມ່ນສືບທອດມາຈາກໜ່ວຍຄົ້ນຄວ້າວຽກງານແມ່ຍິງ, ອະດີດຄະນະນໍາໜ່ວຍຄົ້ນຄວ້າວຽກງານ ແມ່ຍິງ ກໍໄດ້ຖືກແຕ່ງຕັ້ງໃຫ້ສືບຕໍ່ ນໍາພາສະມາຄົມແມ່ຍິງລາວຮັກຊາດ ແຕ່ໃນຖານະບົດບາດສູງກວ່າ. ຈາກນັ້ນ ກໍ່ໄດ້ ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດ ລົງສູ່ຮາກຖານ ເພື່ອປ່ຽນແທນໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ແລະ ໜ່ວຍຍຸວັນນາລີ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ.
ຍ້ອນຂະບວນການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະມາຄົມແມ່ຍິງ ແລະ ຂະບວນ ການເຄື່ອນໄຫວ ຂອງແມ່ຍິງລາວບັນດາເຜົ່າ ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ກໍ່ຄືຂອງປະເທດຊາດໃນໄລຍະໃໝ່ ໃນວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ຄັ້ງປະຫວັດສາດ ຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ; ໃນເວລານັ້ນມີສະມາຊິກສະຫະພັນແມ່ຍິງທົ່ວປະເທດ 426.012 ຄົນ ກອງປະຊຸມໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຮອບດ້ານ ຂອງອົງການຈັດຕັ້ງແມ່ຍິງ ແລະ ໄດ້ກຳນົດທິດທາງໜ້າທີ່ວຽກງານການເຄື່ອນໄຫວໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່. ກອງປະຊຸມຄັ້ງນີ້ ໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ເພື່ອສືບຕໍ່ປະຕິບັດພາລະບົດບາດເປັນອົງການຕົວ ແທນໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ, ສຶກ ສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າ ຂອງແມ່ ຍິງລາວ ແລະສົ່ງເສີມຄວາມກ້າວໜ້າ, ຄວາມສະເໝີພາບ ຍິງ-ຊາຍ, ປຸກລະດົມຊຸກຍູ້ແມ່ຍິງລາວ ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່; ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ; ພ້ອມທັງເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ I ຈຳນວນ 27 ທ່ານ, ໃນນັ້ນເລືອກເອົາ ທ່ານນາງ ຄໍາແພງ ບຸບຜາ ເປັນປະທານ, ທ່ານ ນາງ ເພັດສະໝອນ ລາຊະສິມມາ ເປັນຮອງປະທານ.
– ກອງປະຊຸມໄດ້ຮັບຮອງເອົາ ຄຳຂວັນ 3 ດີ 2 ຫນ້າທີ່ ຂອງແມ່ຍິງລາວ ຄື:
3 ດີ: 1. ເປັນພົນລະເມືອງດີ, 2. ເປັນແມ່ທີ່ດີ, 3. ເປັນເມຍທີ່ດີ.
2 ໜ້າທີ່: 1. ປົກປັກຮັກສາ, ກໍ່ສ້າງປະເທດຊາດ, 2. ປົດປ່ອຍແມ່ຍິງ.
ປະທານ ໄກສອນ ພົມ ວິຫານ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ໄດ້ຢັ້ງຢືນເຖິງຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວຄື:
1) ແມ່ຍິງລາວ ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ, ການໃຊ້ຈ່າຍກໍ ມີການຄິດໄລ່ຈົ່ງຢອມ, ຮັກສາ ມູນມັງໄວ້ໃຫ້ລູກເຕົ້າ.
2) ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນຍາກ, ຍອມເສຍສະຫຼະ ເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ.
3) ມີນໍ້າໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ.
4) ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ.
5) ມີກິລິຍາມາລະຍາດສຸພາບອ່ອນຫວານ, ຮັກສາມູນມໍລະດົກ ວັດທະນະທຳອັນດີງາມ ຂອງຊາດໄວ້.
ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດໃນໄລຍະໃໝ່; ສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ເປັນຄັນທຸງເຕົ້າໂຮມຄວາມສາ ມັກຄີ ແລະ ປຸກລະດົມແມ່ຍິງລາວເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະການພັດທະນາແມ່ຍິງໃນທຸກດ້ານ ຊຶ່ງໃນນັ້ນ, ສະຫະພັນແມ່ຍິງລາວໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍວິທີເປັນຕົ້ນ: ການໂຄສະນາຜ່ານສື່ຂອງສະຫະພັນແມ່ຍິງລາວເຊັ່ນ: ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ ແລະ ເວັບໄຊ ໃນການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ;ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຜົນງານການເຄື່ອນໄຫວຂອງ ສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ, ບຸກຄົນ, ຄອບຄົວ, ການຈັດຕັ້ງທີ່ເປັນຕົວແບບໃນດ້ານຕ່າງໆຢ່າງກວ້າງຂວາງ ເຊິ່ງແມ່ຍິງລາວ ຍາມໃດກໍເປັນສັນຍາລັກທາງດ້ານວັດທະນະທໍາອັນຈົບງາມ ຂອງຊາດທີ່ມີຄວາມສຸພາບຮຽບຮ້ອຍ, ມີຄວາມນິ້ມນວນອ່ອນຫວານ, ສະຫງ່າງາມ, ມີຄວາມຮັກໄຄ່,ໂອບເອື້ອອາລີ, ມີຄວາມອົດທົນ, ເສຍສະຫຼະ ແລະ ດຸໝັ່ນຂະຫຍັນພຽນໃນການດໍາລົງຊີວິດ ເຊິ່ງເປັນສ່ວນປະກອບອັນສໍາຄັນທີ່ສຸດເຂົ້າໃນການຈັດຕັ້ງໃນການປະຕິບັດໜ້າທີ່ຕ່າງໆໃຫ້ປະກົດເປັນຈິງເທື່ອລະກ້າວ “ດັ່ງສູນທອນພົດຂອງ ທ່ານ ຄຳໄຕ ສີພັນດອນ ບາງຕອນທີ່ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງສະຫະພັນແມ່ຍິງລາວ ທົ່ວປະເທດວ່າ: “ຫາກມີແມ່ທີ່ດີຫຼາຍເທົ່າໃດ ປະ ເທດເຮົາກໍຈະມີຜົວທີ່ດີ ແລະ ມີລູກຫຼານທີ່ດີຫຼາຍເທົ່ານັ້ນ, ມີແມ່ດີພໍ່ດີ ແລະ ລູກດີ, ຄອບຄົວກໍຈະມີຄວາມເອກະພາບ ແລະ ມີຄວາມອົບອຸ່ນເບີກບານ ຖ້າຫາກວ່າ ຄອບຄົວໃດກໍເປັນຄືແນວນັ້ນ ພວກເຮົາກໍຈະມີກຳລັງແຮງຊຸກຍູ້ໃຫ້ຂະບວນການຕ່າງໆກ້າວຂຶ້ນເຮັດໃຫ້ທົ່ວສັງຄົມມີສັນຕິສຸກ, ມີບັນຍາກາດແຈ່ມໃສ, ຊື່ນບານ ແລະ ເຂັ້ມແຂງ.”