ພະນັກງານ ສ ເກົາຫຼີຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI

ພະນັກງານ ສ ເກົາຫຼີຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI

ໃນວັນທີ 18 ສິງຫາ ຜ່ານມາ ທະນາຄານກາງ ສ ເກົາ ຫຼື (BOK) ເປີດເຜີຍວ່າ, ພະນັກງານຫຼາຍກວ່າເຄິ່ງໜຶ່ງໃຊ້ ປັນຍາປະດິດແບບສ້າງສັນ ຫຼື Generative AI ໃນບ່ອນເຮັດວຽກ ແລະ ຄາດຄະເນວ່າ AI ໄດ້ປະກອບສjວນປະມານ 1% ເຂົ້າໃນ GDP ຂອງປະເທດໃນ ໄລຍະ 2 ປີຜ່ານມາ.

ຜົນການສໍາຫຼວດຂອງ BOK, ທີ່ດໍາເນີນໃນລະຫວ່າງ ວັນທີ 19 ພຶດສະພາ ຫາ 17 ມິຖຸນາ ໃນບັນດາພະນັກງານ ຈຳນວນ 5,512 ຄົນ ທີ່ມີອາຍຸ ລະຫວາງ 15 ຫາ 64 ປີ, ພົບ ວ່າ 51.8% ຂອງພະນັກງານ ສ ເກົາຫຼີ ໃຊ້ GenAI ໃນບ່ອນເຮັດວຽກ, ໃນຂະນະທີ່ 17.1% ລະບຸວ່າໃຊ້ AI ເຮັດວຽກເປັນປະຈຳ.

ບົດລາຍງານຍັງເປີດເຜີຍວ່າ: ອັດຕາສ່ວນຂອງຜູ້ໃຊ້ Al ເຮັດວຽກໃນ ສ ເກົາຫຼີ ແມ່ນສູງ ກວ່າໃນ ສະຫະລັດ ອາເມຣິກາ ເກືອບ 2 ເທົ່າ. ນອກຈາກນີ້, ໄລຍະເວລາສະເລ່ຍໃນການໃຊ້ AI ຕໍ່ອາທິດແມ່ນສູງກວ່າໂດຍຊາວ ສ ເກົາຫຼີ ໃຊ້ AI ໂດຍ ສະເລ່ຍ 5-7 ຊົ່ວໂມງ, ເມື່ອທຽບກັບ 0.5-2 ຊົ່ວໂມງສໍາລັບພະນັກງານໃນ ສະຫະລັດ ອາເມຣິກາ.

ຜົນການສໍາຫຼວດສະແດງ ໃຫ້ເຫັນວ່າ: ຜູ້ຊາຍ ສ ເກົາຫຼີ ໃຊ້ AI ຫຼາຍກວ່າແມ່ຍິງ. ໃນຂະນະທີ່ອັດຕາການໃຊ້ AI ໃນ ກຸ່ມຜູ້ທີ່ມີອາຍຸ 18-29 ປີແມ່ນ ສູງກວ່າ ເມື່ອທຽບກັບກຸ່ມອາຍຸ ໃນກຸ່ມຜູ້ໃຊ້ທີ່ 50-64 ປີ ແລະ ມີລະດັບປະລິນຍາໂທສູງກວ່າ ຜູ້ທີ່ມີລະດັບປະລິນຍາຕີ.

ເມື່ອພິຈາລະນາເປັນແຕ່ລະອາຊີບແລ້ວພົບວ່າ: ອາຊີບ ທີ່ມີໃບອະນຸຍາດເຊັ່ນ: ແພດໝໍ ແລະ ທະນາຍຄວາມເປັນຜູ້ໃຊ້ AI ຫຼາຍທີ່ສຸດ, ໂດຍມີອັດຕາການນໍາໃຊ້ 69.2%, ຮອງລົງມາແມ່ນຜູ້ຈັດການ ຢູ່ທີ່ 65.4% ແລະ ພະນັກງານຫ້ອງການຢູ່ທີ່ 63.1%.

ບົດລາຍງານຍັງຊີ້ໃຫ້ເຫັນວ່າ: GenAI ຊ່ວຍຫຼຸດຊົ່ວໂມງ ການເຮັດວຽກລົງໂດຍສະເລ່ຍ 3.8% ຫຼື 1.5 ຊົ່ວໂມງຕໍ່ອາທິດ ເຮັດວຽກ 40 ຊົ່ວໂມງ.

ນອກຈາກນັ້ນ, BOK ຄາດວ່າ AI ຈະປະກອບສ່ວນ ປະມານ 1% ໃຫ້ການເຕີບໂຕ ຂອງ GDP ທີ່ 3.9% ລະຫວ່າງ ໄຕມາດ 4/2022 ເຖິງໄຕມາດ 2/2025.
ຂ່າວ:ປຊຊ-ຄອສພ