Month: August 2025

ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່?

ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່? ມາເຖິງປີ 2025 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງປະຕິບັດມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ,

ພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃນວັນທີ 12 ສິງຫານີ້ ທີ່ຫໍວັດທະນາທຳແຫ່ງຊາດ ໄດ້ຈັດພິທີພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ບົດບາດຂອງກົມສື່ມວນຊົນ ກັບການຄຸ້ມຄອງສື່ສັງຄົມອອນລາຍ

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ຕິດພັນກັບເຫດການພາຍຫຼັງທີ່ມີການໂອນເອົາ 5 ພາກສ່ວນວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະເມື່ອບໍ່ດົນຜ່ານມານີ້ ເຊິ່ງ 1 ໃນ 5 ພາກສ່ວນນັ້ນ ກໍຄືກົມສື່ມວນຊົນ ທີ່ເຮັດບົດບາດຄຸ້ມຄອງສື່ປະເພດຕ່າງໆ ທັງສື່ແບບເກົ່າ ແລະ ສື່ແບບໃໝ່ ເຊິ່ງກົມສື່ມວນຊົນ ມີພາລະບົດບາດ ໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິການສື່ມວນຊົນ ກໍຄືການຄຸ້ມຄອງຜະລິດຕະພັນສື່ມວນຊົນ ແລະ ພັດທະນາເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ມວນຊົນ ລວມທັງຂໍ້ມູນ-ຂ່າວສານ, ອິນເຕີເນັດ ແລະ ດາວທຽມ.

ຄວາມໝາຍ ຄວາມສໍາຄັນ ຂອງຄໍາຂວັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົຍ ປະຕິວັດລາວ ປີ 2021.

“ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນ ຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ – ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, “ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ” ① “ຍົກສູງຄວາມສາມາດນໍາພາຂອງພັກ” ແມ່ນການສືບຕໍ່ຢືນຢັນຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກເຮົາ ໃນເງື່ອນໄຂໃໝ່ຂອງການປະຕິວັດ ເຊິ່ງແມ່ນບັນຫາພື້ນຖານ, ທັງເປັນບັນຫາຮີບດ່ວນຂອງການປັບປຸງ, ກໍ່ສ້າງພັກເຮົາ, ແມ່ນປັດໄຈຕັດສິນການກ້າວຂຶ້ນ ຂອງພາລະກິດປະຕິວັດຢູ່ປະເທດເຮົາ. ຍົກສູງຄວາມສາມາດນໍາພາຂອງ ພັກສະແດງອອກໃນ 5 ດ້ານຄື: ຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ – ເລນິນ, ແນວຄິດໄກສອນ ພົມວິ ຫານ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດ ຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຢ່າງທັນການຕໍ່ກັບບັນຫາທີ່ຕັ້ງຂຶ້ນ. ຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກໃຫ້ກາຍເປັນທິດທາງ, ແຜນການ ແລະ ກົດໝາຍຕ່າງໆທີ່ສ່ອງແສງອອກຢ່າງຖືກ ຕ້ອງ ແລະ ຄົບຖ້ວນເຖິງຜົນປະໂຫຍດ, […]

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025         ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ຜ່ານມາ ກົມອົບຮົມໄດ້ຈັດຕັ້ງຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຂອງກົມ ປະຈໍາປີ 2025 ຊຸດທີ 1 ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມທັງໜົດ 17 ສະຫາຍ, ຍິງ 9 ສະຫາຍ. ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນຮູບແບບສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່”, ຈຸດປະສົງແມ່ນແນ່ໃສ່ຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວທາງນະໂຍບາຍຂອງພັກ, ລັດ, ຄວາມສາມາດ ໃນການຂຽນບົດສໍາມະນາວິທະຍາສາດ ຂອງບັນດາພະນັກງານຂັ້ນພະແນກ ແລະ ວິຊາການ ແລະ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງເປັນການສ້າງພະນັກງານສືບທອດໃຫ້ເປັນລະບົບ ແລະ ສືບຕໍ່ຖອດຖອນບົດຮຽນ ເພື່ອປູທາງໄປສູ່ການສືບຕໍ່ເປີດຂະບວນການແຂ່ງຂັນຊຸດທີ 2 ໃນຫົວຂໍ້: “ຮໍ່າຮຽນເອົາແບບ ແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ” […]

1 2 3 4