ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.

ສໍາເລັດພິທີອົບຮົມວຽກງານການເມືອງ-ແນວຄິດ

ໃຫ້ແກ່ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ພາຍໃນເມືອງເລົ່າງາມ ແຂວງສາລະວັນ.

              ໃນວັນທີ 28-29 ສິງຫາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ໄດ້ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງເລົ່າງາມ ທີ່ສະໂມສອນໂຮງຮຽນມັດທະະຍົມສົມບູນເລົ່າງາມ ໂດຍການເປັນທານຂອງສະຫາຍ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນໂຄສະນາອົບຮົມແຂວງສາ ລະວັນ, ມີສະຫາຍ ຄໍາກອງ ທໍາມະວາ ກໍາມະການ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສັງວານ ສາຍແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ຫົວໜ້າຄະນະຈັດຕັ້ງເມືອງເລົ່າງາມ ພ້ອມດ້ວຍນັກສໍາມະນາກອນອ້ອມຂ້າງເມືອງເລົ່າງາມເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດຕັ້ງອົບຮົມໃນຄັ້ງນີ້ ມີຄູ-ອາຈານທີ່ສອນວິຊາສັງຄົມ-ການເມືອງເຂົ້າຮ່ວມທັງໜົດ 56 ສະຫາຍ, ຍິງ 21 ສະຫາຍ. ໃນນັ້ນ, ມີຜູ້ອໍານວຍການ 10 ສະຫາຍ, ຮອງອໍານວຍການ 4 ສະຫາຍ, ສະມາຊິກພັກ 40 ສະຫາຍ, ຍິງ 15 ສະຫາຍ ແລະ ພຣະສົງ 1 ອົງ, ເນື້ອໃນເອກະສານອົບຮົມໃນຄັ້ງນີ້ ປະກອບມີ 6 ເນື້ອໃນຄື: ຄວາມຮູ້ພື້ນຖານກ່ຽວກັບທິດສະດີມາກ-ເລນິນ, ເສີມຂະຫຍາຍມູນເຊື້ອຂອງຊາດລາວ, ສ້າງ ແລະ ບູລະນະລະ ບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ແນວທາງການສຶກສາ, ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ແລະ ຈັນຍາບັນຂອງຄູ.

ຈຸດປະສົງຂອງການຈັດຕັ້ງອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບທິດສະດີ, ທັງເປັນການອຸ່ນຄືນມູນເຊື້ອຂອງຊາດ, ຮັບຮູ້, ເຂົ້າກ່ຽວກັບການສ້າງ ແລະ ບູລະນະລະບອບປະ ຊາທິປະໄຕປະຊາຊົນ, ແນວທາງການສຶກສາ ແລະ ຈັນຍາບັນຂອງຄູ, ບົນພື້ນຖານຄວາມຮັບຮູ້ດັ່ງກ່າວນັ້ນ ເພື່ອເປັນການປັບປຸງທັດສະນະຫຼັກໝັ້ນການເມືອງຂອງຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ຂອງເມືອງເລົ່າງາມໃຫ້ມີຄວາມໜັກແໜ້ນ ສາມາດປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນດີກວ່າເກົ່າ.ຜ່ານການຈັດຕັ້ງອົບຮົມຄັ້ງນີ້, ສາມາດຕີລາຄາໄດ້ວ່າ ຄູ-ອາຈານທີ່ເຂົ້າຮ່ວມການຝຶກອົບຮົມສາມາດຮັບຮູ້, ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກຂຶ້ນຕື່ມອີກກ້າວໜຶ່ງ, ປະເມີນຄວາມຮັບຮູ້ໄດ້ເຖິງ98%.

ພາຍຫຼັງສໍາເລັດການຈັດຕັ້ງອົບຮົມແລ້ວກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສໍາມະນາກອນ ພ້ອມທັງໃຫ້ກຽດໂອ້ລົມໂດຍສະຫາຍ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ຊຶ່ງສະຫາຍໄດ້ເວົ້າວ່າ: ຄູ-ອາຈານ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ລ້ວນແຕ່ແມ່ນຄູ-ອາຈານສອນວິຊາສັງຄົມ-ການເມືອງທີ່ຖືກຄັດເລືອກມາຈາກໂຮງຮຽນອ້ອມຂ້າງເທດສະບານເມືອງເລົ່າງາມ, ສະນັ້ນ, ຈຶ່ງຈໍາເປັນຕ້ອງມີຄວາມຮູ້: ຄວາມສາມາດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ພາບ-ຂ່າວໂດຍ: ກິຕ້ອມ ພັນທະວົງ.