Day: October 3, 2025

ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດທີ 7 ຕຸລາ 1907.

ໃນຂະບວນວິວັດແຫ່ງພັດທະນາຊັບພະຍາກອນມະນຸດ ມີບົດບາດສໍາຄັນໃນການປະກອບສ່ວນສ້າງບຸກຄະລາກອນທີ່ມີຄຸນນະພາບໃນການສ້າງສາພັດທະນາປະເທດຊາດ ຄູໝາຍເຖິງຜູ້ທີ່ມີຄວາມຮູ້ ແລະ ປະສົບການ ສູງໃນການຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: ການຮຽນ ແລະ ການສອນ. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຍຶດຄອງປະເທດລາວ ໃນປີ ຄສ 1893 ລະບົບການສຶກສາຂອງພວກເຮົາບໍ່ໄດ້ຮັບການເສີມຂະຫຍາຍພໍທໍ່ໃດ ໂດຍສະເພາະແມ່ນໂຮງຮຽນຢູ່ໃນປະເທດລາວມີບໍ່ພໍເທົ່າໃດແຫ່ງ. ຈົນມາເຖິງປີ ຄສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍ ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ I (ປ.6). ປີ ຄສ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານ