ກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ຢູ່ແຂວງສະຫວັນນະເຂດ
ກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ຢູ່ແຂວງສະຫວັນນະເຂດ ໃນວັນທີ 13-14 ຕຸລາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ພູວັນ ສຸວັນ ຮອງຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ; ມີພະນັກງານຄະນະໂຄສະນາອົບຮົມແຂວງ, ຜູ້ຮັບຜິດຊອບວຽກສື່ເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານ ການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາ ອົບຮົມ ໃຫ້ເປັນ ທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0. ເພື່ອແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງທົ່ວປະເທດມີຄວາມຮູ້, ຄວາມ ສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: […]
