Day: October 16, 2025

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ໃນລະຫວ່າງວັນທີ 15-16 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ໃຫ້ກຽດເຂົ້າພົບປະ ທ່ານ ບຸນທັນ ສຸວັນນະລາດ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ພ້ອມດ້ວຍຄະນະ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສຸນກາງພັກ ພ້ອມດ້ວຍຄະນະ. ໃນວາລະ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນໄດ້ກ່າວຈຸດປະສົງເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະ ຮູບການຂອງວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະກໍແມ່ນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານທົ່ວຄະນະໂຄສະນາອົບແຂວງຄຳມ່ວນ ມີທັກສະໃນການນຳໃຊ້ສື່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ນັບມື້ນັບສູງຂື້ນເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນໃຫ້ມີຄວາມທັນສະໄໝສາມາດເຊື່ອມໂຍງກັບພາຍນອກ ແລະ ສ້າງເງື່ອນໄຂໃຫ້ການ ຄົ້ນຄ້ວາກໍາແຫນ້ນ, ມະຕິຂອງກອງປະຊຸມໃຫ່ຍ ແລະ ຂອງກອງປະຊຸມສູນກາງພັກ ແຕ່ລະຄັ້ງເວົ້າລວມ ເວົ້າສະເພາະກໍຄືມະຕິກອງປະຊຸມໃຫຍ່ຂອງແຂວງ ກໍຄືແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ […]