ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ

ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນຕອນເຊົ້າ ຂອງວັນທີ 27 ຕຸລາ 2025, ເວລາ 11:00 ໂມງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ; ຄະນະຜູ້ແຜນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຢ້ຽມຄຳນັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ເຊິ່ງນຳໂດຍ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຮັດວຽກ ແລະເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບ ເຊິ່ງຈັດຂຶ້ນທີ່ ນະຄອນດາໜັງ.

ໃນໂອກາດດັ່ງກ່າວ ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍເລຂາທິການໃຫຍ່ ໂຕເລີມ ທີ່ສະຫຼະເວລາ​ໃຫ້​ກຽດຕ້ອນຮັບຄະນະຜູ້ແທນຝ່າຍລາວຢ່າງອົບອຸ່ນ ແລະສະ​ໜິດ​ສະໜົມຖານອ້າຍນ້ອງຮ່ວມອຸທອນດຽວກັນ ແລະຂໍຖືໂອກາດນີ້​ນໍາເອົາຄວາມຢ້ຽມຢາມ​ຖາມ​ຂ່າວຂອງ ສະຫາຍ​ເລ​ຂາ​ທິ​ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ມາ​ຍັງ​ສະຫາຍເລຂາທິການໃຫຍ່ ແລະບັນດາສະຫາຍການນໍາຂັ້ນສູງພັກ, ລັດ ສສ ຫວຽດນາມ​. ພ້ອມດຽວກັນນັ້ນ ກໍໄດ້ລາຍງານແຈ້ງສະພາບການໂດຍຫຍໍ້ໃນການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິ ວັດລາວ; ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະການສືບຕໍ່​ຮ່ວມ​ມື​ສອງ​ຝ່າຍ ລາວ-ຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີຄວາມໜັກແໜ້ນ ແລະກ້າວສູ່ລວງເລິກໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ; ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ; ການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ.

ໃນຕອນທ້າຍ, ສະຫາຍຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລ ຂາທິການໃຫຍ່ ໂຕເລີມ ທີ່ໄດ້ມີຄໍາເຫັນຊີ້ນໍາ ແລະມີຄໍາເວົ້າອັນຈົບງາມ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ແຫຼ່ງຂ່າວ: ສະພາທິດສະດີສູນກາງພັກ