ໃນຕອນເຊົ້າຂອງວັນທີ 14 ຕຸລາ 2025 ຄະນະໂຄສະນາອົບຮົມສູນກາງພັກຈັດກອງປະຊຸມທາບທາມເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າ ຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ຮອງກົມ, ທຽບເທົ່າກົມ, ຫົວຫນ້າພະແນກ, ຮອງພະ ແນກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໃຫ້ກຽດກ່າວເປີດກອງປະຊຸມ; ຫຼັງຈາກນັ້ນ ຕາງໜ້າຄະນະປະຈໍາພັກໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2026-2030); ແຜນພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030.
ນອກນັ້ນໃນພິທີຍັງໄດ້ປະກາດສັບຊ້ອນພະນັກງານການນໍາຂັ້ນກົມຈໍານວນໜຶ່ງ ແລະ ປະກາດ ບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກ ເພື່ອສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V ແລະ ສືບຕໍ່ກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ສຳເລັດຕາມແຜນການວາງໄວ້ ແລະ ມີການປ່ອນບັດຄັດເລືອກເອົາຕົວແທນສະມາຊິກພັກ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຊຶ່ງມີຜູ້ລົງສະໝັກ ຈໍານວນ 10 ສະຫາຍ, ເລືອກເອົາ ຜູ້ແທນສົມບູນ ຈໍານວນ 8 ສະຫາຍ, ໃນນັ້ນ ເລືອກເອົາຜູ້ແທນສໍາຮອງ ຈໍານວນ 2 ສະຫາຍ.
ໃນຕອນບ່າຍຂອງວັນດຽວກັນນັ້ນ ຍັງໄດ້ຮັບຟັງການເຊື່ອມຊຶມເອກະສານລັດຖະທໍາມະນູນສະບັບປັບປຸງ, ເຊື່ອມຊຶມເອກະສານປ່ອນບັດເລືອກຕັ້ງເອົາສະມາຊິກສະພາ ຊຸດທີ 10 ແລະ ເອກະສານສໍາຄັນອື່ນໆ.