ຄະນະໂຄສະນາອົບຮົມແຂວງ ສາລະວັນ ພົບປະ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025, ຄະນະນໍາ ຄະນະໂຄສະນາອົບຮົມແຂວງ ສາລະວັນ ນໍາໂດຍ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ສາລະວັນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ.

ໃນໂອກາດດັ່ງກ່າວ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ພົບປະຂອງ ຄະນະນໍາ ຄະນະໂຄສະນາອົບຮົມແຂວງ ສາລະວັນ ຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສູນກາງ ແລະ ທ້ອງຖິ່ນ ເວົ້າລວມ ເວົ້າສະເພາະ ແມ່ນການເຄື່ອນໄຫວວຽກງານໂຄສະນາອົບຮົມກໍຄືຂົງເຂດວຽກງານການເມືອງ-ແນວຄິດ ຈາກນັ້ນ ສະຫາຍໄດ້ລາຍງານສະພາບການປັບປຸງກົງຈັກການຈັດຕັ້ງພາຍໃນ ຄອສພ ຫຼັງໄດ້ຮັບການມອບໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ສະພາບລວມໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ຕໍ່ສະຫາຍ ມະໄລວອນ ສີປະເສີດ ຊາບ.
ໃນການເຂົ້່່າພົບປະຄະນະນໍາ ຄອສພ ຄັ້ງນີ້: ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ສາລະວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນພ້ອມທັງລາຍງານກ່ຽວກັບການຍົກຍ້າຍມາປະຈໍາການຢູ່ຄະນະໂຄສະນາອົບຮົມແຂວງ ຕໍ່ ຄອສພ; ພ້ອມທັງ ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ການຊັບຊ້ອນພະນັກງານພາຍໃນຄອຮ.ຂ.
ພາຍຫຼັງ ຄະນະໂຄສະນາອົບຮົມແຂວງ ເຮັດວຽກກັບ ຄະນະນໍາ ຄອສພ ສໍາເລັດ ໃນຕອນບ່າຍໄດ້ສືບຕໍ່ເຮັດວຽກຮ່ວມກັບ ບັນດາກົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ເຊັ່ນ: ກົມອົບຮົມ, ກົມໂຄສະນາ ແລະ ກົມຈັດຕັ້ງ-ພະນັກງານ.