ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ

ໃນຕອນເຊົ້າ, ວັນທີ 18 ພະຈິກ 2025 ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ-ຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ນ. ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມ. ຈຸດປະສົງການຝຶກອົບຮົມແມ່ນເພື່ອຍົກລະດັບທິດສະດີ-ແນວທາງ ໃຫ້ພະນັກງານ-ລັດຖະກອນ ຮັບຮູ້, ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ທິດສະດີ, ແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ການສ້າງ-ບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ.
ໃນໂອກາດນີ້, ທ່ານ ປອ. ຄໍາມອນ ຈັນທະຈິດ ໄດ້ມີຄໍາເຫັນກ່າວເປີດຊຸດຝຶກອົບຮົມ ວ່າ: ການຝຶກອົບຮົມຄັ້ງນີ້ສຸດທີ່ມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ເພາະເປັນການຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ເເກ່ພະນັກງານ-ລັດຖະກອນ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ແລະ ສໍາມະນາກອນ ແຕ່ລະທ່ານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ປະຕິບັດໜ້າທີ່ຕາມເເຜນການຝຶກອົບຮົມ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ໃຫ້ບັນລຸຕາມຈຸດປະສົງ-ລະດັບຄາດໝາຍທີ່ວາງໄວ້.
ການຝຶກອົບຮົມຄັ້ງນີ້ປະກອບມີ 14 ບົດ ຄື: 1) ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2) ວິທີວັດຖຸນິຍົມສັດຈະວິພາກ, 3) ເສີມຂະຫຍາຍມູນເຊື້ອຂອງຊາດ, 4) ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 5) ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, 6) ແນວທາງເສດຖະກິດຂອງພັກ, 7) ຫັນເປັນອຸດສະຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາ, 😎 ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ, 9) ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ, 10) ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, 11) ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, 12) ຄວາມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, 13) ຝຶກຝົນຄຸນສົມບັດສິນທໍາປະຕິວັດ ແລະ 14) ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກ ເຂົ້າໃນຊີວິດຕົວຈິງ.
ຊຸດຝຶກອົບຮົມດັ່ງກ່າວຈະດໍາເນີນເປັນເວລາ 9 ວັນ ແຕ່ວັນທີ 18-28 ພະຈິກ 2025 ເຊິ່ງມີສໍາມະນາກອນ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 13 ທ່ານ, ດ້ວຍຮູບການຮັບຟັງການບັນຍາຍເອກະສານ ຈາກຄູ-ອາຈານ, ຈາກນັ້ນ ຈະມີການແລກປ່ຽນບົດຮຽນ ດ້ວຍການສົນທະນາ ແລະ ລົງເຄື່ອນໄຫວເບິ່ງສະພາບຕົວຈິງ ໃນບາງເຂດທີ່ເໝາະສົມ.
ພາບ-ຂ່າວ: ທອງໄຊ ຈັນທະຄໍາ (ຄະນະໂຄສະນາອົບຮົມສູນກາງພັກ)