ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ຕໍ່​ກັບ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ຂອງ​ພັກ

​ໃນ​ພາ​ລະ​ກິດ​ປ່ຽນ​ແປງໃໝ່, ພັກ​ເຮົາ​ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ການ​ເມືອງ​ແນວ​ຄິດ-ທິດ​ສະ​ດີ ​ເປັນ​ກົກ, ເປັນ​ວຽກ​ທີ່​ຕ້ອງ​ ເຮັດດຳເນີນຢ່າງ​ເປັນ​ປົກ​ກະ​ຕິ, ວຽກ​ງານ​ການ​ເມືອງ​ແນວ​ຄິດ ແມ່ນ​ວຽກ​ທີ່​ສຳ​ຄັນ, ມັນ​ເປັນ​ເສັ້ນ​ໄໝແດງທີ່​ສອດ​ຫ້ອຍ​ໄປ​ໃນ​ທຸກວຽກ​ງານ ຂອງຄະນະ​ພັກ​ທຸກ​ຂັ້ນ. ໂດຍ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ, ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ (13/12/ 1920-13/12/2025) ພວກ​ເຮົາ​ໄດ້​ຄຳ​ນຶງ​ເຖິງ​ແນວ​ຄິດ​ຊີ້​ນຳ ​ຂອງ​ເພີ່ນ ຕໍ່ກັບ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ ​ຂອງ​ພັກ ກໍ​ຄື ວຽກ​ງານ​ການ​ເມືອງ-ແນວ​ຄິດ ເພື່ອຈັດຕັ້ງ​ຜັນ​ຂະ​ຫຍາຍ​ເຂົ້າ​ກັບ​ສະ​ພາບ​ຕົວ​ຈິງ ຂອງວຽກ​ງານໂຄ​ສະ​ນາ​ອົບ​ຮົມ.

ປະ​ທານ​ໄກ​ສອນ​ ພົມ​ວິ​ຫານ ໄດ້​ເນັ້ນໜັກ​ບາງ​ບັນ​ຫາ ວ່າ: ວຽກ​ງານ​ແນວ​ຄິດ ແມ່ນ​ວຽກ​ງານ​ທີ່​ພົ​ວ​ພົວ​ພັນ​ກັບ​ຄົນ, ແມ່ນ​ວຽກ​ທີ່​ເອົາ​ຊະ​ນະ​ຈິດ​ໃຈ​ຄົນ, ດັ່ງ​ນັ້ນ, ວຽກ​ງານ​ການ​ເມືອງ-ແນວ​ຄິດ ຕ້ອງ​ມີ​ລັກ​ສະ​ນະ​​ຕົວ​ຈິງ , ພາ​ວະ​ວິ​ໄສ, ມີ​ລັກ​ຊະ​ນະ​ອົບ​ຮົມ​ຊວນ​ເຊື່ອ, ຕ້ອງ​ເຮັດ​ຢ່າງ​ມີ​ຈຸດ, ມີ​ແຕ້ມ ມີ​ການ​ສະ​ຫຼຸບ​ຖອນບົດຮຽນ, ສະດຸ້ງໄວ ແລະ ດັດແປງແກ້ໄຂຢ່າງທັນການ; ຕ້ອງເຊີດຊູລັກສະນະສຶກສາອົບຮົມ, ຕໍ່ສູ້ ແລະ ມະຫາຊົນ; ການ​ເຄື່ອນ​ໄຫວ​ເຮັດວຽກງານການເມືອງ-ແນວຄິດ ຕ້ອງມີຫຼາຍຮູບຫຼາຍສີ, ມີຊີວິດຊີວາ ແລະ ສອດຄ່ອງກັບແຕ່ລະເປົ້າໝາຍ, ໄປພ້ອມກັບການໂຄສະນາສຶກສາອົບຮົມ ໂດຍຜ່ານພາຫະນະສື່ມວນຊົນນັ້ນ, ສິ່ງ​ທີ່ຄວນເອົາໃຈໃສ່ເປັນພິເສດ ໃນການໂຄສະນາສຶກສາອົບຮົມປາກເປົ່າ ​ແມ່ນການພົບປະສົນທະນາແລກປ່ຽນຄວາມຄິດຄວາມເຫັນ ລະຫວ່າງ ພະນັກງານ, ສະມາຊິກພັກກັບພໍ່ແມ່ພີ່ນ້ອງປະຊາຊົນ.

“ວຽກງານໂຄສະນາມີໜ້າທີ່ເຜີຍແຜ່ລັດທິມາກ-ເລນິນ, ແນວທາງ, ແຜນນະໂຍບາຍ ຂອງພັກຢ່າງກວ້າງຂວາງເລິກເຊິ່ງໃນທົ່ວພັກ, ທົ່ວປວງຊົນ ແນໃສ່ເຮັດໃຫ້ທຸກຄົນຮັບຮູ້ແຈ້ງແນວທາງນະໂຍບາຍ ໂດຍມີບ່ອນອີງຢ່າງວິທະຍາສາດ ເພື່ອມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ພາລະກິດປະຕິວັດ, ມີການກະທຳຕື່ນຕົວ, ຕັ້ງໜ້າ ແລະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາລັດທິສັງຄົມນິຍົມ ແລະລັດທິຄອມມູນິດ​ນິຍົມ”[1].

ສະນັ້ນ, ໜ້າທີ່ຕົ້ນຕໍຂອງວຽກງານແນວຄິດ ແມ່ນໂຄສະນາສຶກສາອົບຮົມລັດທິມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ຢ່າງກວ້າງຂວາງ ໃນໝູ່ມະຫາຊົນຜູ້ອອກແຮງງານ, ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະເຂົ້າໃຈຢ່າງຈະແຈ້ງ ດ້ວຍຮູບການ, ວິທີການຈັດຕັ້ງດຳເນີນການໂຄສະນາ, ປາຖະກະຖາ ໂດຍຜ່ານເຄື່ອງມືຕ່າງໆ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນຄົນໃໝ່ ທີ່ມີ​ຄວາມ​ຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງໃນການອອກແຮງງານ ແລະ ໃນການເຮັດວຽກງານ ແລະ ອື່ນໆ. ວຽກງານແນວຄິດ ບໍ່ແມ່ນຈະຢຸດຢູ່ບ່ອນໂຄສະນາອົບຮົມ ກ່ຽວກັບບັນຫາທິດສະດີແນວທາງລວມເທົ່ານັ້ນ, ​ແຕ່ຫາກຍັງຕ້ອງເດີນເລິກເຂົ້າສູ່ການໂຄສະນາສຶກສາອົບຮົມກ່ຽວກັບແນວທາງ ທີ່ໄດ້ສະແດງອອກ ໃນພາກຕົວຈິງອີກດ້ວຍ. ອັນນັ້ນ, ແມ່ນບັນດາແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນໃນທຸກຂົງເຂດຂອງຊີວິດສັງ ຄົມ, ສໍາລັບວຽກງານແນວຄິດ ບໍ່ແມ່ນເຮັດເທື່ອໜຶ່ງເທື່ອດຽວກໍຖືວ່າແລ້ວ, ແຕ່ຕ້ອງ​ໄດ້ເຮັດໄປເຮັດມາຫຼາຍໆເທື່ອ. ເຮັດດ້ວຍທຸກຮູບການອັນອຸດົມສົມບູນ ແລະ ມີຊີວິດຊີວາ, ວຽກງານແນວຄິດບໍ່ພຽງແຕ່ເພື່ອຍົກສູງຄວາມຮັບຮູ້ ຫາກຍັງຕ້ອງເຮັດແນວໃດເພື່ອໃຫ້ນັກຮົບຕະລຸມບອນຂຶ້ນແຖວໜ້າ, ໃຫ້ຜູ້ອອກແຮງງານຕະລຸມບອນອອກສູ່ແນວຮົບການຜະລິດ ດ້ວຍຄວາມອົງອາດກ້າຫານ, ມີຫົວຄິດປະດິດສ້າງຄືໃນເວລາຕໍ່ສູ້ຕ້ານໝູ່ມານ ເພື່ອປົດປ່ອຍປະ​ເທດຊາດ.

ເພື່ອເຫັນຢ່າງຈະແຈ້ງ ກ່ຽວກັບທີ່ຕັ້ງອັນສຳຄັນທີ່ສຸດຂອງວຽກງານແນວຄິດດັ່ງກ່າວນັ້ນ, ພວກເຮົາຈົ່ງພ້ອມກັນຫວນເບິ່ງຄືນຂະບວນວິວັດຂອງການປະຕິວັດປະເທດເຮົາ. ໃນສະໄໝເຄື່ອນໄຫວປິດລັບ, ພະນັກງານ, ສະມາຊິກພັກຂອງພວກເຮົາໄດ້ສຸມທຸກກຳລັງແຮງ ແລະການເສຍສະຫຼະ ເພື່ອຫັນລົງສູ່ຮາກຖານນຳພາຖັນແຖວມະຫາຊົນ, ກໍ່ສ້າງກຳລັງປຸກລຸກຂົນຂວາຍຮາກຖານການເມືອງປະຕິວັດ ເຊິ່ງໃນນັ້ນ ວຽກທຳອິດທີ່ພວກເຮົາຕ້ອງເຮັດແມ່ນວຽກໂຄສະນາສຶກສາອົບຮົມກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ ເພື່ອຊີ້ໃຫ້ເຫັນແຈ້ງວ່າສັດຕູຂອງພວກເຮົາແມ່ນຈັກກະພັດຜູ້ຮຸກຮານ, ພວກ​ລູກ​ແຫຼ່ງຕີນມືຂາຍຊາດ, ພວກ​ເຮົາ​ຈຶ່ງເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ແລະ ທຸກກໍາລັງຮັກຊາດອື່ນໆ ຂົນຂວາຍຈັດຕັ້ງມະຫາຊົນລຸກຂຶ້ນເຮັດການປະຕິວັດ. ຈາກນັ້ນ, ພວກເຮົາຈຶ່ງສາມາດສ້າງຮາກຖານປະຕິວັດຂຶ້ນ ແລ​ະ ປຸກ​ລະ​ດົມ​ໃຫ້​ກາຍ​ເປັນ​ກຳ​ລັງ​ປະ​ຕິ​ວັດຢູ່ທຸກຂັ້ນ. ເມື່ອ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່; ບັນດາ ຜົນງານ ແລະໄຊ​ຊະ​ນະ ​ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມານັ້ນ ກໍ​ມີ​ການ​ປະ​ກອບ​ສ່ວນ​ຂອງວຽກ​ງານ​ແນວ​ຄິດທີ່ເປັນພື້ນຖານໃນການຈັດຕັ້ງນຳພາ, ການປຸກລຸກຂົນຂວາຍມະຫາຊົນເຂົ້າຮ່ວມໃນຂະບວນການປະຕິວັດ ຈົນສາມາດຍາດໄດ້ໄຊຊະນະເປັນກ້າວໆມາ.

ປະ​ທານ ໄກ​ສອນ ພົມ​ວິ​ຫານ ​ຍັງ​ເນັ້ນ​ໜັກ​ຕືມ​ວ່າ: ໃນ​ຕໍ່​ໜ້າຕ້ອງສືບຕໍ່ໂຄສະນາສຶກສາອົບຮົມ ເຮັດໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າເຊື່ອມຊຶມບັນ​ດາມະຕິຂອງກອງປະຊຸມໃຫຍ່ຂອງພັກ; ຮູ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ໂຄສະນາສຶກສາອົບຮົມມະຕິກອງປະຊຸມໃຫຍ່ ກັບບັນດາມະຕິຕ່າງໆຂອງສູນກາງ, ກົມການເມືອງ ແລະ ບັນດາແຜນນະໂຍບາຍຂອງລັດ; ຮູ້ສົມທົບ ລະຫວ່າງ ການໂຄສະນາສຶກສາອົບຮົມແນວທາງແຜນນະໂຍບາຍ ກັບການສະແດງອອກໃນພຶດຕິກຳຕົວຈິງອັນມີຊີວິດຊີວາ, ນັ້ນແມ່ນແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນທີ່ເກີດຂຶ້ນໃນຂະບວນການປະຕິວັດຂອງມະຫາຊົນ; ການໂຄສະ ນາສຶກສາອົບຮົມ ຕ້ອງໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ຕ້ອງເຮັດໄປມາຫຼາຍເທື່ອ ແລະ ພິເສດແມ່ນຕ້ອງໃຫ້ເຖິງຮາກຖານຊົນນະບົດ, ໂຮງຈັກໂຮງງານໂດຍໄວ, ຕ້ອງໃຊ້ໝົດທຸກພາຫະນະໂຄສະນາສຶກສາອົບຮົມ ເຊັ່ນ: ໜັງສືພິມ, ວິທະຍຸ, ຂ່າວສານ, ສິນລະປະວັນນະຄະດີ, ໂຮງຮຽນ, ຊຸດຮຽນ, ວຽກງານໂຄສະນາປາກເປົ່າ ແລະ ຕ້ອງສຸມໃສ່ໜ້າທີ່ໃຈກາງໃນແຕ່ລະໄລຍະ; ເປີດກວ້າງການກໍ່ສ້າງ ແລະ ບຳລຸງພະນັກງານແຕ່ສູນກາງລົງຮອດຮາກຖານ, ເອົາໃຈໃສ່ເປັນພິເສດຕໍ່ຖັນແຖວພະນັກງານຫຼັກແຫຼ່ງຢູ່ຮາກຖານ ແລະ ພະນັກງານ ນໍາພາຂັ້ນເມືອງ. ບູລະນະໂຮງຮຽນພັກສູນກາງ, ໂຮງຮຽນທິດສະດີຂອງແຂວງ, ຊຸກຍູ້ການກໍ່ສ້າງ ແລະ ບຳລຸງພະນັກງານຫຼັກແຫຼ່ງຂອງພັກ-ລັດ ແລະ ຂອງອົງການຈັດຕັ້ງມະຫາຊົນນັບແຕ່ສູນກາງລົງຮອດຮາກຖານ; ປັບ​ປຸງຫຼັກສູດການຮຽນຕາມທິດມີຜົນຕົວຈິງ, ທັງຍົກສູງລະດັບທິດສະດີ, ລະດັບໃນການກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ທັງຍົກສູງຄວາມສາມາດໃນການນໍາພາ, ຄວາມສາມາດເຮັດວຽກງານຕ່າງໆ ທັງມີຄວາມຮູ້ ແລະ ທັງມີຄຸນສົມບັດດີ.

“ການເຮັດວຽກງານການເມືອງ-ແນວຄິດ ຕ້ອງຕິດພັນກັບການນຳໃຊ້ພາຫະນະ, ເຄື່ອງມື ແລະກຳລັງຄົນຢ່າງມີປະສິດທິພາບ. ສີ່ງສຳຄັນໃນທີ່ນີ້ແມ່ນຕ້ອງຊີ້ນຳ-ນຳພາການ ເຄື່ອນໄຫວ ຂອງອົງການທີ່ເປັນກະບອກສຽງພັກ ແລະລັດຖະ ບານເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບ…ເຮັດໃຫ້ພາຫະນະສື່ມວນຊົນເຫລົ່ານີ້ເປັນເຄື່ອງມືອັນແຫຼມຄົມ ໝາຍຄວາມວ່າ: ຕ້ອງມີເນື້ອໃນທາງດ້ານການເມືອງ-ແນວຄິດ ແລະທິດສະດີອັນເລິກເຊິ່ງ, ທັງລັກສະນະຕໍ່ສູ້, ທັງລັກສະນະປະຊາຊົນ, ຕ້ອງມີການໃຫ້ຂ່າວຢ່າງກວ້າງຂວາງ, ຄົບຖ້ວນ ແລະແທດຕົວຈິງ, ຕ້ອງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການ ຂອງສະພາບການໃນແຕ່ລະໄລຍະ, ວ່ອງໄວ, ທັນການ ແລະຊັດເຈນ, ຈະແຈ້ງ, ເຂົ້າໃຈງ່າຍ ແລະມີຫຼາຍຮູບຫລາຍສີ”[2].

ບົນພື້ນຖານນັ້ນ, ໃນເງື່ອນໄຂໃໝ່ເພື່ອຮັບປະກັນເຮັດໃຫ້ວຽກງານໂຄສະນາອົບຮົມ ຂອງພັກ ໄດ້ມີປະສິດ ທິພາບ; ບັນຫາສຳຄັນກ່ອນອື່ນໝົດແມ່ນການສຸມໃສ່ຈັດຕັ້ງດຳເນີນໂດຍຕິດພັນກັບການຍົກສູງຄຸນນະພາບວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ ເພາະວ່າ ວຽກງານດັ່ງກ່າວແມ່ນມີລັກສະນະຕັດສິນການປະຕິບັດມະຕິຕ່າງໆຂອງພັກ ແລະ ການບູລະນະລະບອບປະຊາທິປະໄຕປະຊາຊົນກໍ່ສ້າງພັກໃຫ້ເຂັ້ມແຂງ, ເຊິ່ງໃນນັ້ນຄະນະຈັດຕັ້ງສູນກາງ, ຄະນະໂຄສະນາອົບຮົມສູນກາງ, ໂຮງຮຽນພັກສູນກາງ ຕ້ອງປະສານສົມທົບກັນສ້າງແຜນກຳນົດ ແລະ ຂຶ້ນແຜນການກໍ່ສ້າງ ແລະ ບຳລຸງພະນັກງານ ເພື່ອສະເໜີຜ່ານຕໍ່ຄະນະເລຂາທິການສູນກາງ; ໂຮງຮຽນພັກສູນກາງ, ຄະນະໂຄສະນາອົບຮົມສູນກາງເປັນຜູ້ກຽມຫຼັກສູດການສອນ, ແຕ່ງເອກະສານ ແລະ ມີແຜນການເປີດຊຸດຮຽນ. ສຳລັບຄະນະໂຄສະນາອົບຮົມສູນກາງ ຍັງມີຄວາມຮັບຜິດຊອບຊ່ວຍສູນກາງຊີ້ນໍາເນື້ອໃນຂອງຫຼັກສູດ, ແຜນການເປີດຊຸດຮຽນຂອງໂຮງຮຽນທິດສະດີຂອງແຂວງ, ເມືອງ ແລະການສຶກສາອົບຮົມສະມາຊິກພັກຢູ່ຮາກຖານ, ຊີ້ນໍາການຮໍ່າຮຽນທິດສະດີການເມືອງ ຢູ່ໂຮງຮຽນມະຫາວິທະຍາໄລ, ອະຊີວະສຶກສາຊັ້ນກາງ ແລະໂຮງຮຽນຂະແໜງການຕ່າງໆ, ຊີ້ນໍາການຮໍ່າຮຽນກັບທີ່ຂອງພະນັກງານທັງພາຍໃນ ແລະ ພາຍນອກ.

ຕິດພັນກັບວຽກງານທີ່ກ່າວມານັ້ນ, ວຽກງານສຶກສາອົບຮົມສະມາຊິກພັກ, ເປົ້າໝາຍຂະຫຍາຍເຂົ້າພັກ ຕ້ອງໄດ້ຮັບການເອົາໃຈໃສ່ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ການກໍ່ສ້າງເປົ້າໝາຍຂະຫຍາຍເຂົ້າພັກໄດ້ມີຄຸນນະພາບ. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງກວດກາເອກະສານອົບຮົມຄືນໃໝ່ ເຮັດແນວໃດໃຫ້ກະທັດຮັດເບົາບາງ, ມີຜົນຕົວຈິງ, ສອດຄ່ອງກັບລະດັບ ແລະ ແນະນໍາໃຫ້ບັນ​ດາແຂວງ, ເມືອງ, ຮາກຖານຕ່າງໆ ດຳເນີນການຮຽນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ສົມທົບກັບຄະນະຈັດຕັ້ງສູນກາງພັກ ຄົ້ນຄວ້າດັດແປງການດຳເນີນຊີວິດ ຂອງການຈັດຕັ້ງພັກຢູ່ຮາກຖານ ເຮັດແນວໃດຈຶ່ງໃຫ້ກາຍ ເປັນຮູບການສຶກສາອົບຮົມສະມາຊິກພັກເປັນປະຈຳ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງບູລະນະລະບົບໂຄສະນາອົບຮົມ ແຕ່ສູນກາງລົງຮອດຮາກຖານ, ນັບທັງການອົບຮົມຂອງຄະນະພັກ ແລະ ການອົບຮົມຂອງຂະແໜງການ, ອົງການຈັດຕັ້ງມະຫາຊົນ ໃຫ້ກາຍເປັນເສນາທິການທີ່ເອົາການເອົາງານຂອງພັກ-ລັດ ໃນວຽກງານການເມືອງ-ແນວຄິດ ກາຍເປັນຂະແໜງການທີ່ມີການຊີ້ນຳຢ່າງເປັນເອກະພາບແຕ່ເທິງລົງລຸ່ມ, ແຕ່ໃນອອກນອກ. ພ້ອມກັນນັ້ນ ຕ້ອງປັບປຸງ ແລະ ເພີ່ມທະວີພາຫະນະສື່ມວນຊົນ, ໜັງສືພິມ, ວິທະຍຸ, ຂ່າວສານ ຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ, ທັງເອົາໃຈໃສ່ຍົກສູງຄຸນນະພາບ, ທັງເຮັດໃຫ້ກະບອກສຽງຂອງພັກ-ລັດລົງຮອດປະຊາຊົນຢ່າງວ່ອງໄວເທົ່າທີ່ຈະໄວໄດ້; ຕ້ອງກໍ່ສ້າງ ແລະ ບຳລຸງຖັນແຖວພະນັກງານທີ່ເຮັດວຽກງານແນວຄິດ. ໃນສະເພາະໜ້ານີ້ ແມ່ນເອົາການບຳລຸງແນວທາງ ແລະ ວິຊາສະເພາະ ເປັນຕົ້ນຕໍ, ກ້າວໄປເຖິງການເປີດຊຸດກໍ່ສ້າງຍາວນານຢູ່ພາຍໃນປະເທດ, ເປົ້າໝາຍທີ່ຈະມາຮຽນ ແມ່ນພະນັກງານໂຄສະນາ, ນັກປາຖະກະຖາ, ພະນັກງານຄົ້ນຄວ້າ, ຄູສອນ, ບັນນາທິການໜັງສືພິມ ແລະ ພະນັກງານອົບຮົມຂັ້ນຕ່າງໆ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ; ສືບຕໍ່ສຶກສາອົບຮົມກ່ຽວກັບການເພີ່ມທະວີຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ແລະ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ອື່ນໆ ຕ້ອງເຮັດໃຫ້ປະຊາຊົນເຮົາເຂົ້າໃຈປະເທດອ້າຍນ້ອງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ແນະນໍາຜົນສຳເລັດຂອງການປະຕິວັດຂອງປະເທດເຮົາໃຫ້ຕ່າງປະເທດຮັບຮູ້. ຕ້ອງເຜີຍແຜ່ກົນອຸບາຍເລ່ລ່ຽມ ຂອງພວກຈັກກະພັດຕ່າງດ້າວ ແລະ ອິດທິກຳລັງປະຕິການອື່ນໆຢ່າງທັນການ, ທັບມ້າງກົນອຸບາຍ ແລະ ການເຄື່ອນໄຫວມ້າງເພຂອງພວກເຂົາ, ຍາດແຍ່ງການເປັນໃຈສະໜັບສະໜູນຂອງປະຊາຊົນໃນໂລກ ຕໍ່ພາລະກິດປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມຂອງປະຊາຊົນເຮົາ.

ປະທານໄກສອນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດເຊິ່ງໄດ້ເວົ້າວ່າ: “ວຽກງານການເມືອງ-ແນວຄິດແມ່ນ​ວຽກ​ງານ​ທີ່​ພົວ​ພັນ​ກັບ​ຄົນ, ແມ່ນ​ວຽກ​ເພື່ອ​ເອົາ​ຊະ​ນະ​ຈິດ​ໃຈ​ຄົນ, ດັ່ງ​ນັ້ນ ວຽກ​ງານ​ການ​ເມືອງ-ແນວ​ຄິດ​ຕ້ອງ​ຕົວ​ຈິງ, ພາ​ວະ​ວິ​ໄສ, ມີ​ລັກ​ສະ​ນະ​ອົບ​ຮົມ​ຊວນ​ເຊື່ອ, ຕ້ອງ​ເຮັດ​ຢ່າງ​ມີ​ຈຸດ​ມີ​ແຕ້ມ, ມີ​ການ​ສະ​ຫຼຸບ​ຖອດ​ຖອນ​ບົດ​ຮຽນ, ສະ​ດຸ້ງ​ໄວ ແລະ​ດັດ​ແປງ​ແກ້​ໄຂ​ຢ່າງ​ທັນ​ການ”[3]. ສະນັ້ນ, ໃນ​ກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ-ແນວ​ຄິດ ທົ່ວ​ປະ​ເທດ ຄັ້ງ​ທີ V ປີ 2022 ໄດ້​ຍົກ​ໃຫ້​ເຫັນ​ທິດ​ທາງ​ການ​ນຳ​ໃຊ້​ຮູບ​ການ ແລະ​ວິ​ທີ​ການ​ໃນ​ການ​ໂຄ​ສະ​ນາ​ອົບ​ຮົມ ວ່າ: “​ໃນ​ການ​ເຮັດ​ວຽກ​ງານ​ການ​ເມືອງ​-ແນວ​ຄິດ​ຕ້ອງ​ນຳ​ໃຊ້​ຫຼາຍ​ຮູບ​ການ, ຫຼາຍ​ວິ​ທີ​ການ, ນັບ​ທັງ​ອັນ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຈຸດ​ພິ​ເສດ​ ຂອງແຕ່​ລະ​ເປົ້າ​ໝາຍ; ນຳ​ໃຊ້​ວິ​ທີ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ດ້ວຍ​ລະ​ບົບ​ໂຄ​ສະ​ນາ​ປາກ​ເປົ່າ, ການ​ປຸກ​ລະ​ດົມ, ສື່ມວນ​ຊົນ, ສື່​ສິ່ງ​ພິມ ແລະ​ສື່​ເອ​ເລັກ​ໂຕຼນິກ​ໃຫ້​ມີ​ຫຼາຍ​ຮູບ​ຫຼາຍ​ສີ”[4].

ດັ່ງນັ້ນ, ​ຄະ​ນະ​ພັກ​ຂັ້ນ​ຕ່າງໆຕ້ອງເອົາໃຈໃສ່​ເຮັດວຽກງານແນວຄິດຢ່າງເປັນປະຈຳ, ກຳມະການໃນຄະນະພັກ ​ເປັນຕົ້ນແມ່ນ​ເລ​ຂາ, ຫົວໜ້າ ຕ້ອງຖືເອົາວຽກງານແນວຄິດເປັນໜ້າທີ່ອັນດັບໜຶ່ງຂອງ​ຕົນ, ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ, ແຕ່​ລະ​ຄະ​ແໜງ​ການຕ້ອງອີງໃສ່ແນວທາງແຜນນະໂຍບາຍລວມຂອງພັກ, ​ຂອງ​ລັດ ແລະ ຂອງ​ຄະ​ນະ​ພັກ​ຂັ້ນ​ຂອງ​ຕົນ ເພື່ອວາງໂຄງການວຽກງານນັ້ນ ​ໃຫ້ຖືກ​ຕ້ອງ​ຕາມ​ຄວາມ​ເປັນ​ຈິງ. ພ້ອມ​ກັນ​ນັ້ນ ຕ້ອງສຶກສາອົບ​ຮົມ, ປຸກ​ລະ​ດົມມະຫາ ຊົນໃຫ້​ມີ​ຄວາມຫ້າວຫັນແຂ່ງຂັນກັນປະຕິບັດໜ້າທີ່ການເມືອງຕົວຈິງ ເພື່ອເປັນເສນາທິການໃຫ້ຄະນະພັກ, ຂະ ແໜງການຕ່າງໆຕ້ອງເອົາໃຈໃສ່ປັບປຸງບູລະນະພາກສ່ວນໂຄສະນາອົບຮົມຂອງຕົນ ແລະ ມີການແນະນໍາກວດກາການການເຄື່ອນໄຫວຂອງພາກສ່ວນນີ້ ເຮັດແນວໃດຈິ່ງຈະສ້າງຄະນະໂຄສະນາອົບຮົມໃຫ້ເປັນພາກ ສ່ວນເສນາທິການ ກ່ຽວກັບວຽກງານແນວຄິດ-ການເມືອງໃຫ້ຄະນະພັກ ແລະ ຂະແໜງການຕ່າງໆ ຢ່າງແທ້ຈິງ. ພວກເຮົາ​ຈຳຕ້ອງແກ້ໄຂ 2 ທ່າອ່ຽງດັ່ງນີ້ໃຫ້ໄດ້: ທ່າອ່ຽງຄະນະພັກປ່ອຍປະ ວຽກງານແນວຄິດໃຫ້ຄະ ນະໂຄສະນາອົບຮົມ ແລະ ພະນັກງານໂຄສະນາແຕ່ຜູ້ດຽວ, ທ່າອຽງໜຶ່ງອີກ ແມ່ນຖືເບົາຄະນະໂຄສະນາອົບຮົມບໍ່ປັບປຸງບູລະນະ ແລະ ບໍ່ນໍາໃຊ້ໃຫ້ຖືກກັບພາລະບົດບາດຂອງເຂົາເຈົ້າ. ທັງ 2 ທ່າອ່ຽງນັ້ນລ້ວນແຕ່ບໍ່ຖືກ ແລະ ຈຳຕ້ອງແກ້ໄຂໃຫ້ໄດ້. ພ້ອມ​ທັງປະກອບພາຫະນະ, ວັດຖຸອັນຈຳເປັນໃຫ້ ບັນດາເຫຼົ່າລົບ ເຮັດວຽກງານແນວຄິດ​ນີ້ ໃຫ້​ເໝາະ​ສົມ.

ຄຽງ​ຄູ່​ກັບ​ການ​ນຳ​ພາ​ຂອງ​ຄະ​ນະ​ພັກ​ນັ້ນ, ຄຸນ​ນະ​ພາບ​ຂອງວຽກ​ງານ​ແນວ​ຄິດ ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ແມ່ນ​ຂຶ້ນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ແນວ​ຄິດ ແລະ ຖັນ​ແຖວ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ນີ້​ໂດຍ​ສະ​ເພາະ, ຜູ້ທີ່ເຮັດວຽກງານແນວຄິດ ແມ່ນມີກຽດທີ່ໄດ້ເປັນນັກຮົບໂຄສະນາອົບຮົມລັດທິມາກ-ເລນິນ ແລະ ແນວທາງແຜນນະໂຍບາຍຂອງພັກ. ພ້ອມກັນນັ້ນ, ຍັງເປັນນັກຮົບເວນຍາມປ້ອງກັນທັດສະນະແນວທາງຂອງພັກ. ດັ່ງນັ້ນ, ຮຽກຮ້ອງໃຫ້ພວກເຮົາຕ້ອງເຝິກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຍົກສູງຄວາມສາມາດ ເພື່ອໃຫ້ສົມເປັນນັກຮົບໃນແນວຮົບແຖວໜ້ານີ້ຢ່າງແທ້ຈິງ, ຜູ້ທີ່ເຮັດວຽກງານແນວຄິດ ຕ້ອງຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ຍົກລະດັບທິດສະດີມາກ-ເລນິນໃຫ້ສູງ, ກໍາແໜ້ນແນວທາງນະໂຍບາຍຂອງພັກຢ່າງມີພື້ນຖານທິດສະດີ, ຮັບປະກັນການເຜີຍແຜ່ແນວທາງ, ທັດ​ສະ​ນະ​ຂອງ​ພັກຢ່າງຊັດເຈນ, ຕໍ່ສູ້ຢ່າງບໍ່ປານີປະ ນອມກັບທັດສະນະແນວຄິດທີ່ຝືນກັບແນວ​ທາງ​ຂອງ​ພັກ. ນັ້ນເປັນຄຸນສົມບັດທີ່ສຳຄັນອັນດັບໜຶ່ງ ຂອງພະນັກ ງານທີ່ເຮັດວຽກງານແນວຄິດ. ນອກຈາກນັ້ນ, ໃນແບບແຜນດຳລົງຊີວິດຕ້ອງເປັນຜູ້ດຸ​ໝັ່ນ, ພາກພຽນ ແລະ ປອດໃສ. ກ່ຽວກັບແບບແຜນວິທີເຮັດວຽກ: ຕ້ອງຕິດແທດກັບມະຫາຊົນ, ກິ້ງເກືອກລີເລືອນຳມະຫາຊົນ ເພື່ອເຂົ້າໃຈຄວາມນຶກຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງເຂົາເຈົ້າ, ຕ້ອງຕິດແທດກັບຊີວິດຕົວຈິງທີ່ມີ ຊີວິດຊີວາ. ເພາະວ່າອັນນັ້ນ, ເປັນສະໜາມຮົບຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມສາມາດ ໃຫ້ສູງຂຶ້ນ, ພະນັກງານໂຄສະນາອົບຮົມ ນອກຈາກການຍົກລະດັບທາງດ້ານທິດສະດີມາກ-ເລນິນ, ແນວທາງແຜນນະໂຍ ບາຍຂອງພັກແລ້ວ ຍັງຈະຕ້ອງຍົກລະດັບວັດທະນະທຳ, ລະດັບວິຊາສະເພາະ ໃຫ້ສູງຂຶ້ນອີກດ້ວຍ.

ເວົ້າລວມແລ້ວ, ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ ຂອງພັກແມ່ນ​ບັນ​ດາ​ວຽກ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ ຂອງ​ພັກ; ລວມ​ມີ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ, ມູນ​ເຊື້ອ​ການ​ນຳ​ພາ-ຊີ້​ນຳ ຂອງ​ພັກ; ແມ່ນ​ວຽກ​ງານ​ເຜີຍ​ແຜ່​​ປົກ​ປ້ອງແນວ​ທາງ; ວຽກ​ງານ​ເນື້ອ​ໃນ​ອົບ​ຮົມ; ວຽກ​ງານ​ທີ່​ນຳ​ໃຊ້​ພາ​ຫະ​ນະ, ຮູບ​ການ ແລະ​ວິ​ທີ​ການ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ອົບ​ຮົມ​ແນວ​ທາງ​ແຜນ​ນະ​ໂຍ​ບາຍ ແລະ​ອຸ​ດົມ​ການ ຂອງ​ພັກ. ແນ​ໃສ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ ຕາມ​ອຸ​ດົມ​ການ​ສັງ​ຄົມ​ນິ​ຍົມ​ຢ່າງ​ໜັກ​ແໜ້ນ.

 

 

[1] ໄກສອນ ພົມວິຫານ, ບົດ​ໂອ້​ລົມຕໍ່​ຄະນະ​ອົບຮົມ​ສູນ​ກາງ, ​ໂຮງຮຽນ​ທິດ​ສະ​ດີ​ສູນ​ກາງ​ພັກ, ຄະນະ​ກຳມະ ການ​ໜັງສືພິມ-ຂ່າວສານ, ວິທະຍຸ, ​ໂທລະພາບ, ປີ 1982, ໜ້ທີ 8.

[2] ໄກ​ສອນ ພົມ​ວິ​ຫານ ນິ​ພົນ​ເລືອກ​ເຟັ້ນ ເຫຼີ້ມ 4, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ​ປີ 2005, ໜ້າທີ 510-511.

[3] ໄກ​ສອນ ພົມ​ວິ​ຫານ ນິ​ພົນ​ເລືອກ​ເຟັ້ນ ເຫຼີ້ມ 4, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ​ປີ 2005, ໜ້າທີ 401.

[4] ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ເອ​ກະ​ສານກອງ​ປະ​ຊຸມ​ວຽກ​ງານ​ການ​ເມືອງ-ແນວ​ຄິດທົ່ວ​ປະ​ເທດ ຄັ້ງ​ທີ V, ​ປີ 2022, ໜ້າທີ 48.