ພ້ອມກັນຮໍ່າຮຽນເອົານໍ້າໃຈຮັກຊາດ ອຸດົມການອັນສູງສົ່ງ  ແລະ ຄຸນສົມບັດອັນຜ່ອງໃສ ຂອງປະທານໄກສອນ ພົມວິຫານ

     

          ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ແມ່ນໜຶ່ງໃນຜູ້ນຳທີ່ດີເດັ່ນ ຂອງພັກ -ລັດ ແລະ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ມີນໍາ້ໃຈຮັກຊາດອັນດູດດື່ມ ແລະ ນໍ້າໃຈເສຍສະຫຼະເພື່ອຊາດ ເພື່ອປະຊາຊົນອັນສູງສົ່ງ ຮ່ວມກັບບັນດາຜູ້ນຳອື່ນໆ ນໍາພາຂະບວນການປະຕິວັດຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດຢ່າງເດັດດ່ຽວໜຽວແໜ້ນອາດຫານ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.

ປະທານ ໄກສອນ ພົມວິຫານ ມີຖິ່ນກໍາເນີດ ທີ່ບ້ານ ນາເຊງ, ເມືອງ ຄັນທະບູລີ ແຂວງສະຫວັນນະເຂດ, ເກີດໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢືດໝັ້ນໃນຫຼັກຄໍາສອນ ຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ; ໃນໄລຍະເວລານັ້ນ ປະເທດລາວເຮົາຕົກຢູ່ພາຍໃຕ້ການປົກຄອງ ຂອງພວກລ່າເມືອງຂຶ້ນຝຣັ່ງ, ປະທານ ໄກສອນ ພົມວິຫານ ໄດ້ເຫັນສະພາບປະຊາຊົນລາວ ກໍຄື ປະຊາຊົນລາວບັນດາເຜົ່າທົ່ວປະເທດ ທີ່ເປັນຫົວເມືອງຂຶ້ນຖືກກົດຂີ່ຂົ່ມເຫັງ ຢ່າງໂຫດຮ້າຍປ່າເຖື່ອນ ຈາກນັ້ນຈຶ່ງເກີດມີນໍ້າໃຈຄຽດແຄ້ນພວກລ່າເມືອງຂຶ້ນອັນແຮງກ້າ ຈົນຍອມເສຍສະຫຼະທຸກສິ່ງທຸກຢ່າງ ເຂົ້າໃນຂະບວນການປະຕິວັດ ຂອງປະຊາຊົນລາວຜູ້ຮັກຊາດ ເພື່ອນໍາພາຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ເຖິງແມ່ນວ່າຈະຖືກສັດຕູປາບປາມຫວັງເອົາຊີວິດ ແຕ່ເພີ່ນກໍ່ບໍ່ມີຄວາມຢ້ານກົວຕໍ່ຄວາມອັນຕະລາຍໃດໆ ຍາມໃດກໍ່ຢືນຢັນເດັດດ່ຽວໜຽວແໜ້ນໃນຂະບວນການປະຕິວັດ ຂອງປະຊາຊົນຢຶດໝັ້ນໃນຄໍາຂວັນທີ່ວ່າ ຍອມຕາຍດີກວ່າເປັນຂ້ອຍຂ້າ. ບົນເສັ້ນທາງການຕໍ່ສູ້ອັນລະອິດລະອ້ຽວຍືດເຍື້ອຍາວນານ ນັບແຕ່ການຕໍ່ສູ້ຕ້ານສົງຄາມຮຸກຮານ ຂອງພວກຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ, ຕໍ່ມາແມ່ນຕໍ່ສູ້ຕ້ານສົງຄາມຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່, ທ່ານປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບຂະບວນການກູ້ຊາດກັບຄົນອື່ນໆ ເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນທັງເປັນແບບຢ່າງອັນໃສແຈ້ງທາງດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນການດຳລົງຊີວິດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ນຳພາຂະບວນການປະຕິວັດຈົນໄດ້ຮັບໄຊຊະນະ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 .

ເລີ່ມແຕ່ໄດ້ເຂົ້າຮ່ວມຂະບວນການປະຕິວັດ, ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍ ໃຫ້ຮັບຜິດຊອບໜ້າທີ່ອັນສຳຄັນຍິ່ງດ້ວຍອາຍຸພຽງແຕ່ 35 ປີ, ໃນເງື່ອນໄຂທີ່ອິດທິກຳລັງຈັກກະພັດ ມີທາງດ້ານເສດຖະກິດ – ການເງິນ ທີ່ເຂັ້ມແຂງ, ພາຫະນະອາວຸດສົງຄາມທີ່ທັນສະໄໝໃນການເພີ່ມທະວີສົງຄາມຮຸກຮານປະເທດ ຂອງພວກເຮົາດ້ວຍຍຸດທະສາດອັນໃໝ່ນັ້ນ ເຊິ່ງເປັນພາລະອັນໜັກໜ່ວງທີ່ເພິ່ນຕ້ອງໄດ້ທຸ້ມເທທັງກຳລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ຕ້ອງມີຄວາມສາມາດຢ່າງປະດິດສ້າງສູງຈຶ່ງຈະປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບອັນໜັກໜ່ວງ. ຜ່ານພຶດຕິກໍາຕົວຈິງໄດ້ຊີ້ໃຫ້ພວກເຮົາເຫັນແນວຄິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ຕໍ່ກັບແຕ່ລະຂົງເຂດວຽກງານ ແມ່ນເລິກເຊິ່ງ ແລະ ຮອບດ້ານສອດຄ່ອງກັບແຕ່ລະໄລຍະ ຂອງການປະຕິວັດເປັນຕົ້ນ​​​​​​ ແມ່ນແນວຄິດຊີ້ນຳກ່ຽວກັບວຽກງານກໍ່ສ້າງກຳລັງປະກອບອາວຸດຍາມໃດເພີ່ນກໍໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າວາງແຜນແນວທາງການທະຫານ ດ້ວຍການດຳເນີນສົງຄາມປະຊາຊົນ, ການສ້າງກຳລັງປະກອບອາວຸດ, ສ້າງແນວຫຼັງ ແລະ ພື້ນຖານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ຊີ້ນໍາສົງຄາມ ແລະ ສີລະປະການທະຫານໃນການຕໍ່ສູ້ຕ້ານລັດທິເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດຊີ້ນໍາກ່ຽວກັບວຽກງານກໍ່ສ້າງພັກ, ເພິ່ນໄດ້ຖືວຽກງານກໍ່ສ້າງພັກ ເປັນບັນຫາຕັດສິນທຸກໄຊຊະນະຂອງການປະຕິວັດ ແລະ ເພິ່ນກໍໄດ້ໃຫ້ທັດສະນະວ່າ ພັກເຮົາໃນຖານະເປັນພັກກຳອຳນາດ ແມ່ນມີຄວາມຮັບຜິດ ຊອບໂດຍກົງ ຕໍ່ການຄົງຄົວ ແລະ ຂະຫຍາຍຕົວ ຂອງລະບອບໃໝ່ໃນປະເທດເຮົາ, ວຽກງານກໍ່ສ້າງພັກ ເປັນວຽກງານທີ່ມີຄວາມໝາຍສໍາຄັນ ແມ່ນຄວາມຈຳເປັນພາວະວິໄສ ທັງເປັນຍຸດທະສາດ ສິ່ງດັ່ງກ່າວໄດ້ຊີ້ບອກວ່າ ພວກເຮົາຈຳເປັນຕ້ອງເພີ່ມທະວີການກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເຊີດຊູບົດບາດ ຂອງພັກ ໃຫ້ສົມເປັນແກນນຳໃນລະບົບການເມືອງ.

ປະທານ ໄກສອນ ພົມວິຫານ ເປັນເຈົ້າການຜັນຂະຫຍາຍແນວຄິດລິເລີ່ມປ່ຽນແປງໃໝ່ໃຫ້ເປັນອັນລະອຽດຈະແຈ້ງ ແລະ ເປັນລະບົບຄົບຊຸດຂຶ້ນເທື່ອລະກ້າວ ເຊິ່ງເພິ່ນໄດ້ເນັ້ນສະເໜີວ່າ ກ່ອນອືື່ນໝົດຕ້ອງປ່ຽນແປງໃໝ່ດ້ານຈິນຕະນາການ ແລະ ຄວາມຮັບຮູ້ ເພາະວ່າຖ້າຮັກສາຈິນຕະນາເກົ່າໄວ້ການປ່ຽນແປງໃໝ່ ກໍຈະເກີດຂຶ້ນບໍ່ໄດ້; ​ການປ່ຽນແປງໃໝ່ ແມ່ນສິ່ງທີ່ຕ້ອງເປັນໄປ ໂດຍຖືເປັນມາດຕະການຍຸດທະສາດອັນໜຶ່ງ ແຫ່ງການບູລະນະແນວທາງ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ດ້ວຍບາດ ກ້າວອັນໜັກແໜ້ນມີໄຊ.  ຄວາມເປັນເຈົ້າການລິເລີ່ມການປ່ຽນແປງໃໝ່ ຂອງ ປະທານ ໄກສອນ ພົມ ວິຫານ ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍບາຍໃໝ່ທາງດ້ານເສດຖະກິດ NEP ຂອງທ່ານ ເລນິນ, ຈາກຄວາມຮູ້ອັນເລິກເຊິ່ງ ເພິ່ນຈຶ່ງມີຄວາມກ້າຫານ,ປະດິດສ້າງໃນການໝູນໃຊ້ເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດ ຂອງປະເທດເຮົາ. ປະທານ ໄກສອນ ພົມວິຫານ ໃນຖານະຜູ້ນຳພາລິເລີ່ມການປ່ຽນແປງໃໝ່ເວລາໃດກໍຮັບຮູ້ແຈ້ງວ່າ ການເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາຫຼ້າຫຼັງນັ້ນ ມັນມີຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງເປີດກວ້າງການພົວພັນກັບຕ່າງປະເທດ, ເອົາເສດຖະກິດ ຂອງປະເທດເຮົາເຊື່ອມຕິດກັບເສດຖະກິດ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຄຸນງາມຄວາມດີຂອງປະທານ ໄກສອນ  ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດໃນການນຳພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລາດອາດຫານ, ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກນັກໂຄສະນາ -ປາຖະກະຖາທີ່ຊຳນາ, ເປັນຜູ້ກຳແໜ້ນຫຼັກມູນພື້ນຖານ ຂອງສັດຈະວິພາກມາກ-ເລນິນ , ກຳສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າເປັນຜູ້ເຜີຍແຜ່ທິດສະດີປະຕິວັດ. ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ໄດ້ຊີ້ນຳ-ນຳພາຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານ.​

ຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດ ຂອງພັກ ແລະ ລັດເຮົາ ປະທານໄກສອນ ພົມວິຫານ ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະ ຂອງການປະຕິວັດລາວ, ເປັນນັກ ປະຕິວັດທີ່ເຖິງຖອງ, ສຸດກົກສຸດປາຍຍອມເສຍສະຫຼະເພື່ອຜົນປະໂຫຍດສ່ວນຕົວ ເພື່ອປະເທດຊາດ ແລະ ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຈົງຮັກພັກດີ, ເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນຜູ້ນຳທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ແລະ ເປັນແວ່ນແຍງອັນໃສແຈ້ງໃນທຸກດ້ານ.

ເພື່ອສືບຕໍ່ເພີ່ມພູນຄູນສ້າງ, ຂະຫຍາຍອຸດົມການ ແລະ ມູນມໍລະດົກອັນລໍ້າຄ່າ ຂອງປະທານ ໄກສອນ ພົມວິຫານ ຢ່າງບໍ່ຢຸດຢັ້ງ ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດບັນດາເຜົ່າ ພ້ອມກັນສືບຕໍ່ປັບປຸງປົວແປງພາຍໃນພັກໃຫ້ເລິກເຊິ່ງ, ໜັກແໜ້ນໃນທຸກດ້ານຕິດພັນກັບການເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກ; ເພີ່ມທະວີວຽກງານກໍ່ສ້າງ ແລະ ປັບປຸງພັກ ໃຫ້ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ, ເຊີດຊູບົດບາດພັກເປັນແກນນຳໃນລະບົບການເມືອງປະຊາທິປະ ໄຕປະຊາຊົນ; ຄະນະພັກ – ຄະນະນຳ ແຕ່ລະຂັ້ນຕ້ອງເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຕໍ່ການໝູນໃຊ້ບົດຮຽນການນຳພາ ຂອງພັກເຮົາ ກໍຄື ແບບຢ່າງໃນການຊີ້ນຳ-ນຳພາ ຂອງ ປະທານ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່ແຫ່ງການນຳໃຊ້ກົນໄກເສດຖະກິດຕະຫຼາດ ແລະ ເປີດກວ້າງການຮ່ວມມື ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຕິບັດແນວທາງ ແລະ ມະຕິຕ່າງໆ ດ້ວຍຄວາມເດັດດ່ຽວໜຽວແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນບໍ່ດີ, ເພີ່ມຄວາມເຂັ້ມງວດໃນການກຳຈັດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກ, ໃນກົງຈັກ ຂອງລັດ ແລະ ໃນສັງຄົມໃຫ້ໄດ້ເປັນກ້າວໆ; ສືບຕໍ່ບູລະນະ ແລະ ກໍ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ກາຍເປັນລັດແຫ່ງກົດໝາຍ, ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ; ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ຂອງພັກສັນຕິພາບ, ເອກະລາດ, ມິດຕະພາບ, ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ , ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນທັງຮັບປະກັນຕາມທິດນຳເພີ່ມມິດຫຼຸດຜ່ອນສັດຕູ, ທັງຕໍ່ສູ້ຍາດແຍ່ງ, ເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນຫວຽດນາມ, ເພີ່ມທະວີການພົວພັນກັບ ສປຈີນ ຕາມທິດໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື່ອເຊື່ອໃຈກັນ, ຮ່ວມມືຮອບດ້ານ, ເປັນຄູ່ຮ່ວມມືຊາຕາກຳທີ່ມີຄວາມໝາຍຍຸດທະສາດ; ຕັ້ງໜ້າຄົ້ນຄວ້າຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງຄວາມເສຍສະຫຼະອັນສູງສົ່ງ, ມີມະນາຈິດປະຕິວັດອັນເດັດດຽວໜຽວແໜ້ນ ແລະ ສຸດກົກສຸດປາຍ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ, ມີນໍ້າໃຈຮັກຊາດອັນດູດດື່ມ ຂອງເພີ່ນ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຂອງຕົນ ເພື່ອພ້ອມກັນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ຂອງປະເທດເຮົາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ສອງວາລະແຫ່ງຊາດໃຫ້ບັນລຸເປົ້າໝາຍ.

ແຫຼ່ງທີ່ມາ: ວາລະສານໂຄສະນາ