ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຮ່ວມເຮັດວຽກກັບແຂວງຄໍາມ່ວນ

ໂອກາດທີ່ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ,ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນນັບແຕ່ວັນທີ 23 ກຸມພາ 2026 ເຊິ່ງໄດ້ມີການພົບປະ ແລະ ແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຕໍ່ທ່ານເລຂາພັກແຂວງໄດ້ຮັບຮູ້ . ຈາກນັ້ນໃນຕອນເຊົ້າຂອງວັນທີ 24 ກຸມພາ 2026 ກໍ່ໄດ້ເປັນປະທານຮ່ວມໃນກອງປະຊຸມສ່ອງແສງລາຍງານວຽກງານການເມືອງ-ແນວຄິດ ແລະ ຫາງສຽງສັງຄົມພາຍໃນແຂວງຄໍາມ່ວນ . ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ , ມີທ່ານ ນວນຕາ ແກ້ວນາວົງ ກໍາມະການພັກແຂວງ  ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະ, ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງ,ບັນດາທ່ານໃນຄະນະຂະແໜງການອ້ອມຂ້າງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ທ່ານ ນວນຕາ ແກ້ວນາວົງ ກໍາມະການພັກແຂວງ  ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຫາງສຽງສັງຄົມຢູ່ແຂວງ ຄຳມ່ວນປະຈຳປີ 2025 ແລະ ໄລຍະຜ່ານມາຂອງປີ 2026 ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານຂອດການປະສານງານ, ສະພາບລວມທາງດ້ານຫາງສຽງສັງຄົມທີ່ຕັ້ງໜ້າ , ສະພາບແນວຄິດດ້ານຫຍໍ້ທໍ້ ເຖິງວ່າ ຄະນະພັກ, ຄະນະນຳທຸກຂັ້ນໄດ້ເອົາໃຈໃສ່ໃນການເຜີຍແຜ່ບັນດາແນວທາງ, ສຶກສາອົບຮົມນຳພາແນວຄິດເປັນປະຈຳ ແລະ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງຕໍ່ເນື່ອງແລ້ວກໍ່ຕາມ ແຕ່ຍັງມີສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຈຳນວນໜຶ່ງບໍ່ທັນກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ສະແດງອອກໃນການປະຕິບັດກົດໝາຍລັດຖະກອນບໍ່ທັນເຂັ້ມງວດ, ການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ບໍ່ສຳເລັດຕາມລະດັບຄາດໝາຍ, ມີແນວຄິດຊັ່ງຊາ, ປຽບທຽບ ແລະ ບໍ່ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ, ປະຊາຊົນຈຳນວນໜຶ່ງຍັງບໍ່ທັນເຄົາລົບລະບຽບກົດໝາຍຂອງພັກ-ລັດວາງອອກໃນແຕ່ລະໄລຍະ ຊຶ່ງສະແດງອອກ ການຄ້າຂາຍສິ່ງທີ່ຜິດກົດໝາຍ, ນັກເລງອັນຕະພານ, ເສບຢາເສບຕິດ, ດື່ມນ້ຳກະທ່ອມ, ຫຼິ້ນການພະນັນເກມອອນລາຍ ແລະ ອື່ນໆ; ພະນັກງານ, ສະມາຊິກພັກ ຈຳນວນໜຶ່ງຍັງມີທັດສະນະ ແລະ ແບບແຜນຮັກສາເດີມສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງບໍ່ທັນສູງ, ຄວາມຮັບຮູ້ເຊື່ອມຊຶມກຳແໜ້ນທິດສະດີ, ແນວທາງນະໂຍບາຍຕ່າງໆຂອງພັກ-ລັດວາງອອກບໍ່ທັນເລິກເຊິ່ງ ສະແດງອອກໃນການອະທິບາຍກ່ຽວກັບການເຮັດໜ້າທີ່ການເມືອງ ບໍ່ຄ່ອງແຄ້ວ, ນິ້ມນວນ ແລະ ຈະແຈ້ງຊັດເຈນເທົ່າທີ່ຄວນ ຊຶ່ງພາໃຫ້ປະຊາຊົນເຂົ້າໃຈຜິດບາງຄັ້ງຄາວ ໂດຍສະເພາະແມ່ນຂົງເຂດຕຸລາການ. ຕໍ່ກັບສະພາບຫາງສຽງທີ່ເກີດຂຶ້ນໃນໄລຍະທີ່ປະເທດເຮົາກຳລັງປະເຊີນຕໍ່ຄວາມທ້າທາຍ ແລະ ທົດສອບທາງດ້ານເສດຖະກິດ-ການເງິນ, ບັນຫາເງິນກີບອ່ອນຄ່າ, ລາຄານ້ຳມັນແພງ, ເຄື່ອງບໍລິໂພກ-ອຸປະໂພກ, ລາຄາສິນຄ້າແພງຂຶ້ນຢ່າງຕໍ່ເນື່ອງໃນປັດຈຸບັນ ແລະ ບັນຫາອື່ນໆ . ຈາກສະພາບການຂອງຄ່າຄອງຊີບສູງ, ເງິນກີບອ່ອນຄ່າ, ລາຄານ້ຳມັນແພງ, ສິນຄ້ານຳເຂົ້າ ກໍ່ຄືສິນຄ້າພາຍໃນລາຄາແພງ ເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຈໍານວນບໍ່ໜ້ອຍເກີດມີແນວຄິດຄອນແຄນ, ງໍ້ງ່ຽງ, ຊັ່ງຊາທາງດ້ານເສດຖະກິດຄອບຄົວ ເຮັດໃຫ້ເກີດມີພະນັກງານ ສະເໜີລາອອກຈາກອາຊີບພະນັກງານ ໄປເຮັດອາຊີບອື່ນ ພາໃຫ້ແຮງງານລາວຈໍານວນຫຼາຍລັ່ງໄຫຼໄປອອກແຮງງານຢູ່ຕ່າງປະເທດ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ສ້າງຄວາມຫຍຸ້ງຍາກໃນການເກັບກຳຂໍ້ມູນທີ່ຊັດເຈນ , ມີຊາວໜຸ່ມໄວໜຸ່ມຈຳນວນໜຶ່ງປະລະການຮຽນ ເພື່ອສ້າງເສດຖະກິດຄອບຄົວ (ປູກມັນຕົ້ນ) ໂດຍສະເພາະຢູ່ເຂດຊົນນະບົດ ແລະ ການນຸ່ງຖືຂອງຊາວໜຸ່ມໄວໜຸ່ມຈຳນວນໜຶ່ງ ໂດຍສະເພາະແມ່ນເພດຍິງ ຍັງບໍ່ທັນຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ໃນເວລາໄປທ່ຽວຊົມສະຖານທີ່ສັກກາລະບູຊາ , ເກີດມີໄວໜຸ່ມຍິງສາວຈຳນວນໜຶ່ງ ມົ້ວສຸມສິ່ງທີ່ຜົດຕໍ່ຮີດຄອງປະເພນີອັນດີງາມຂອງຊາດລາວ ໂດຍສະເພາະແມ່ນຂາຍບໍລິການໃຫ້ຄົນຕ່າງດ້າວທີ່ມາເຮັດວຽກຢູ່ ສປປ   ລາວ, ສະພາບປະກົດການດ້ານຫຍໍ້ທໍ້ໃນສັງຄົມຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ເນື່ອງ, ແຂວງຄຳມ່ວນມີຄະດີໃນເດືອນມັງກອນ ລວມທັງໝົດ 117 ເລື່ອງ, ຄ້າງມາແຕ່ປີກ່ອນ 60 ເລື່ອງ, ເກີດຂຶ້ນໃໝ່ 57 ເລື່ອງ, ຕັດສິນ 41 ເລື່ອງ ; ຄວາມບໍ່ເຂົ້າໃຈຕໍ່ກົດໝາຍກ່ຽວກັບບັນຫາສັນຍາກູ້ຢືມເງິນ, ກຳມະສິດທີ່ດິນ, ຊັບສິນທີ່ໄດ້ມອບເປັນກຳມະສິດຂອງລູກ, ການລັກຊັບຂອງບຸກຄົນ ຈິ່ງເຮັດໃຫ້ເກີດມີຂໍ້ຂັດແຍ້ງຂຶ້ນ ຢູ່ຂັ້ນບ້ານ ຂອງເມືອງຄູນຄໍາ ; ຄວາມຂາດສະຕິກໍ່ໃຫ້ເກີດປະກົດການຫຍໍ້ທໍ້ທີ່ຮ້າຍແຮງ ເປັນຕົ້ນກໍ່ອາດສະຍາກໍາ ( ຂ້າກັນ ແລະ ຂ້າຕົວເອງ) ແມ່ນກຳລັງມີກະແສຢູ່ພາຍໃນແຂວງ ; ສະພາບປະກົດການສັດລ້ຽງຕາຍໂດຍບໍ່ຮູ້ສາເຫດ ຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງ ທີ່ຜ່ານການລົງເກັບກຳຂໍ້ມູນໄດ້ພົບຊາກສົບຂອງສັດຕາຍປະເພດຄວາຍ ຈຳນວນ 10 ໂຕ, ຊາກສົບສັດດັ່ງກ່າວແມ່ນຢູ່ບໍລິເວນ ທົ່ງເປືອຍ, ທົ່ງວ່າ ແລະ ທົ່ງກວາງກະຢົງ ເຂດບ້ານນາຄຳ ຊຶ່ງເປັນຄວາຍຂອງ ທ້າວ ກີ້ງ 3 ໂຕ, ຄວາຍປ້າທ່ອນ 2 ໂຕ, ທ້າວ ບຸນມີ 1 ໂຕ, ຄວາຍພໍ່ເຖົ້າວອນ 1 ໂຕ ແລະ ຄວາຍພໍ່ເຖົ້າແອ 3 ໂຕ; ການຕາຍຂອງສັດຄາດວ່າປະມານ 5-6 ວັນ, ພົບເຫັນຊາກສົບສັດທີ່ຕາຍ ມີສະພາບເນົ່າເປື່ອຍ ຊຶ່ງບໍ່ສາມາດຜ່າສິ້ນສ່ວນເພື່ອວິໄຈໄດ້, ແລະ ສະພາບການລ້ຽງສັດຂອງປະຊາຊົນແມ່ນປ່ອຍສັດລ້ຽງຕາມທຳມະຊາດ ເຊິ່ງເລີ່ມປ່ອຍແຕ່ເດືອນພະຈິກປີ 2023 ໂດຍມີການຕິດຕາມເດືອນລະຄັ້ງຫາສອງຄັ້ງ, ຕາມການສັນນິຖານຂອງວິຊາການສັດຕະວະແພດເມືອງ ສັດທີ່ຕາຍຍ້ອນອາກາດຮ້ອນ, ເຮັດໃຫ້ສັດຂາດນ້ຳກິນ ຈິ່ງລົງໜອງສະກິນນ້ຳ ສະດັ່ງກ່າວມີລະດັບທີ່ເລິກ, ຕາມການກວດກາສັດລ້ຽງຕົວຈິງຂອງປະຊາຊົນນອກຈາກ 10 ໂຕທີ່ຕາຍແລ້ວ ຍັງມີໂຕທີ່ມີອາການຜິດປົກກະຕິວ່າສົງໃສຕິດເຊື້ອພະຍາດ ( ເກີດຂຶ້ນປີ 2025 ) .

ຕໍ່ກັບສະພາບຫາງສຽງ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນນັ້ນ ທາງຄະນະພັກ, ອົງການປົກຄອງແຂວງໄດ້ມີທິດ ເພື່ອເປັນການແກ້ໄຂ . ພ້ອມນັ້ນທັງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການເກັບກຳສະພາບແນວຄິດ ແລະ ຫາງສຽງສັງຄົມໃນໄລຍະຜ່ານມາ ແລະ ສືບຕໍ່ທິດທາງແຜນການໃນຕໍ່ໜ້າຄື : ສືບຕໍ່ເກັບກຳວຽກງານຫາງສຽງສັງຄົມຢູ່ແຂວງຄຳມ່ວນໃຫ້ເປັນລະບົບຕໍ່ເນື່ອງ , ສືບຕໍ່ປະສານກັບພາກສ່ວນກ່ຽວຂ້ອງເກັບກຳ ຫາງສຽງສັງຄົມ ແລະ ການຕອບໂຕ້ຫາງສຽງສັງຄົມໃຫ້ທັນການ, ສືບຕໍ່ຈັດກອງປະຊຸມຮ່ວມກັບຄະນະກຳມະການເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນແຂວງຄຳມ່ວນ ໃຫ້ເປັນລະບົບ ແລະທັນການ , ສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງເພື່ອນຮ່ວມງານ (ກໍາມະການເກັບກຳສະພາບແນວຄິດ-ຫາງສຽງສັງຄົມ) ຄືນໃໝ່ໂດຍອີງໃສ່ ການໂຮມເຂົ້າ ແລະ ຍຸບເລີກຂອງບາງພະແນກການ, ອົງການທຽບເທົ່າ.

ໃນກອງປະຊຸມຍັງມີການປະກອບຄໍາຄິດເຫັນຈາກພາກສ່ວນຕ່າງໆທັງນີ້ກໍ່ເພື່ອເປັນການສ່ອງແສງໃຫ້ເຫັນເຖິງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຢູ່ຂົງເຂດຕົນຮັບຜິດຊອບໃນໄລຍະຜ່ານມາ ພ້ອມກັນນັ້ນກໍ່ເພື່ອຊອກຫາວິທີແກ້ໄຂຮ່ວມກັນໃນຕໍ່ໜ້າ .

ທີ່ມາຈາກ: Khammouane News