ຄະນະນຳ ຄອສພ ລົງພົບປະ ແລະ ຢ້ຽມຢາມສູນຄົນເສຍອົງຄະ 489 ບ້ານຂຸດສາມບາດ

ເນື່ອງໃນໂອກາດລະນຶກເຖິງວັນເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (ວັນທີ 21 ມີນາ 1946, ໃນວັນທີ 18 ມີນາ 2026 ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ພ້ອມພະນັກງານຂອງກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ທີມງານນັກສະແດງກາຍະສິນ ໄດ້ລົງເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສ-ບຳນານ, ພະນັກງານເສຍອົງຄະ ຢູ່ສູນເສຍອົງຄະ 489 ເຂດບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກສະຫາຍ ພັນໂທ ດາວອນ ພົມມະແສນ ຫົວໜ້າການທະຫານ ສູນເສຍອົງຄະ 489 ພ້ອມດ້ວຍນາຍ ແລະ ພົນທະຫານ, ພະນັກງານ-ນັກຮົບ ແລະ ພະນັກງານອາວຸໂສ-ບໍານານ, ລຸງປ້າ ອາວອາຜູ້ເສຍອົງຄະ ພາຍໃນສູນດັ່ງກ່າວ 80 ກວ່າຄົນ.


ສະຫາຍຫົວໜ້າສູນເສຍອົງຄະ 489 ໄດ້ໃຫ້ຮູ້ວ່າ: ສູນເສຍອົງຄະ ຫຼື ກອງເສຍອົງຄະ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1956 ເອີ້ນວ່າກອງ 68 ຢູ່ຫ້ວຍນໍ້າຕວງ, ນາແມວ ເມືອງວຽງໄຊ ແຂວງ ຫົວພັນ, ຕໍ່ມາເດືອນ 2/1962 ໄດ້ຍົກຍ້າຍມາຢູ່ຫ້ວຍຫີນເຫຼັກໄຟ, ເມືອງວຽງໄຊ ແຂວງຫົວພັນ ແລະ ປ່ຽນຊື່ຈາກກອງ 68 ມາເປັນກອງ 18 ຫຼື ກອງເສຍອົງຄະ ໄດ້ຍົກຍ້າຍຫຼາຍຄັ້ງຢູ່ພາຍໃນແຂວງຫົວພັນ, (ຍ້ອນວ່າຢູ່ໃນໄລຍະສົງຄາມ) ເພື່ອຮັກສາຄວາມປອດໄພໃຫ້ແກ່ຜູ້ເສຍອົງຄະ ແລະ ຄອບຄົວ ຂອງພວກເພິ່ນ.
ມາຮອດປີ 1976 ກອງ 18 ຈຶ່ງໄດ້ຍົກຍ້າຍຈາກພຽງເຟືອງ ບ້ານເມືອງຮັງ ເມືອງຊຽງຄໍ້ ແຂວງຫົວພັນ ມາຢູ່ຖໍ້ານາແທນ, ເມືອງວຽງໄຊ, ແຂວງຫົວພັນ, ມາຮອດວັນທີ 15/04/1989 ຈຶ່ງໄດ້ຍົກຍ້າຍ ຈາກຖໍ້ານາແທນ, ເມືອງວຽງໄຊ, ແຂວງຫົວພັນ ມາຢູ່ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍຄືສະຖານທີ່ແຫ່ງນີ້ ແລະ ໄດ້ປ່ຽນຊື່ຈາກກອງ 18 ມາເປັນສູນພັກຜ່ອນ 489. ນັບຕັ້ງແຕ່ປີ 1956 ເຖິງຕົ້ນປີ 1993 ແມ່ນຂຶ້ນກັບການບໍລິຫານຄຸ້ມຄອງ ຂອງກະຊວງປ້ອງກັນປະເທດ, ມາຮອດວັນທີ 22/01/1993 ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ຮັບການສ້າງຕັ້ງຂຶ້ນຕາມດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ ວັນທີ 27/07/1993 ສູນພັກຜ່ອນ 489 ໄດ້ໂອນຈາກກະຊວງປ້ອງກັນປະເທດ ມາຂຶ້ນກັບການຄຸ້ມຄອງບໍລິຫານ ຂອງກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ໄດ້ປ່ຽນຊື່ຈາກສູນພັກຜ່ອນ 489 ມາເປັນ ສູນພັດທະນາຜູ້ເສຍອົງຄະ 489, ໃນວັນທີ 26/12/2018 ໄດ້ມີມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 189/ຄລສພ ວ່າດ້ວຍການໂອນການຄຸ້ມຄອງ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ທີ່ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄປຂຶ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ, ວັນທີ 24/01/2020 ສູນພັດທະນາຜູ້ເສຍອົງຄະ 489 ໄດ້ໂອນຈາກກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມາຂຶ້ນກັບກະຊວງປ້ອງກັນປະເທດ ແລະ ໄດ້ປ່ຽນຊື່ມາເປັນສູນເສຍອົງຄະ 489.

 

ໂອກາດນີ້, ສະຫາຍ ສາຄອນ ພົມມະລາດ ໄດ້ຕາງໜ້າໃຫ້ຄະນະນໍາ ຄອສພ ກ່າວສະແດງຄວາມຢື້ຢາມຖາມຂ່າວ, ນໍາຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍ ມາຍັງບັນດາພະນັກງານປະຕິວັດອາວຸໂສ-ບຳນານ, ເສຍອົງຄະ ຕະຫຼອດຮອດຄອບຄົວ ພ້ອມທັງກ່າວອວຍພອນບັນດາພະນັກງານປະຕິວັດອາວຸໂສ-ບຳນານ, ເສຍອົງຄະ, ລຸງປ້າ, ອາວອາ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກກາຍສະບາຍໃຈ ພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີງາມ ເປັນແບບຢ່າງທີ່ດີໃຫ້ລູກຫຼານ ແລະ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຮຸ່ນລູກຫຼານເປັນພົນລະເມືອງທີ່ດີຂອງຊາດ ພ້ອມກັນພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດໃຫ້ອຸດົມຮັ່ງມີ ເຂັ້ມແຂງຂຶ້ນໄປເລື້ອຍໆ ພ້ອມກັນນີ້ ໄດ້ຮັບຊົມການສະແດງກາຍະສິນ ຈາກກອງກາຍະສິນສູນກາງ 4 ລາຍການ ເຊິ່ງເປັນການສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ພະນັກງານອາວຸໂສ-ບໍານານ, ເສຍອົງຄະ ຢູ່ສູນດັ່ງກ່າວ.

ການເຄື່ອນໄຫວພົບປະ ແລະ ຢ້ຽມຢາມໃນຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນດາສະຫາຍ ທີ່ໄດ້ປະກອບສ່ວນສະຕິປັນຍາ, ເລືອດເນື້ອເຫື່ອແຮງຂອງຕົນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ແລະ ປະຕິບັດໜ້າທີ່ການເມືອງຂອງກອງທັບຕະຫຼອດໄລຍະຜ່ານມາ ແລະ ໃນໂອກາດສຳຄັນນີ້, ຄະນະນໍາ ຄອສພ ຍັງໄດ້ນຳເອົາເງິນຊ່ວຍເຫຼືອ ຈໍານວນ 15,000,000 ກີບ ແລະ ວັດຖຸປັດໄຈຈຳນວນໜຶ່ງມາມອບໃຫ້ສູນເສຍອົງຄະ 489.


(ພາບ-ຂ່າວ: ມີໄຊ)