
ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂະຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ລັດຖະກອນ ສຳນັກຂ່າວສານປະເທດລາວ (ຂປລ) ໃນວັນທີ 25 ມີນາ 2025 ໂດຍການຕ້ອນຮັບຂອງ ທ່ານ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ.
ທ່ານ ວັນນະສິນ ສິມມະວົງ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ ຂອງສຳນັກຂ່າວສານປະເທດລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຂອງສື່ມວນຊົນ ເປັນຕົ້ນ ການສະໜອງຂໍ້ມູນຂ່າວສານ ແລະ ຮູບພາບ ໃຫ້ແກ່ອົງການສື່ມວນຊົນ ແລະ ການຈັດຕັ້ງສັງຄົມທົ່ວໄປ. ສໍາລັບການເຄື່ອນໄຫວວຽກງານວິຊາສະເພາະ ໃນໄລຍະຜ່ານມາ, ຄະນະນໍາ ຂປລ ໄດ້ຍຶດໝັ້ນຕາມແນວທາງຂອງພັກ-ລັດວາງອອກ ໂດຍຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານທີ່ສຳຄັນໃນການນໍາພາ-ຊີ້ນໍາ, ຄຸ້ມຄອງ ແລະ ສຶກສາອົບຮົມພະນັກງານ-ສະມາຊິກພັກ ໃນສຳນັກ, ໄດ້ໃກ້ຊິດຕິດແທດນຳພາຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V ແລະ ແຜນພັດທະນາວຽກງານ ຄອສພ ກໍຄື ຂອງສຳນັກວາງອອກ. ພ້ອມທັງໄດ້ຍົກໃຫ້ເຫັນກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຄະນະພັກ-ຄະນະອໍານວຍການ ແຕ່ລະພະແນກຢ່າງຂາດຕົວ, ວຽກງານພົວພັນຮ່ວມມືກັບຕ່າງປະເທດ. ສຳລັບຜະລິດຕະພັນຫລັກ ຂອງ ຂປລ ທີ່ຍັງພິມເຜີຍແຜ່ໃນປັດ ຈຸບັນມີ: ໜັງສືພິມປະເທດລາວ (ລາຍວັນ), ໃບຂ່າວຄົ້ນຄວ້າປິດລັບ (ລາຍວັນ) ແລະ ສະໜອງ-ໃຫ້ບໍລິການຮູບພາບ. ນອກນີ້, ຍັງໄດ້ເຜີຍແຜ່ບົດ-ຂ່າວ ເປັນພາສາອັງກິດ ຜ່ານເວັບໄຊ ແລະ ເຟສບຸກຂອງຕົນ ເພື່ອໂຄສະນາຕໍ່ສາກົນ ກ່ຽວກັບນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ແຫ່ງ ສປປ ລາວ ແລະ ຜົນສໍາເລັດດ້ານຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສ່ວນທິດທາງແຜນໃນຕໍ່ໜ້າ ຂປລ ຈະສືບຕໍ່ເອົາວຽກງານການເມືອງ-ແນວຄິດເປັນກົກ ເຊື່ອມສານເຂົ້າໃນທຸກການເຄື່ອນ ໄຫວວຽກງານ ເພື່ອເຮັດໃຫ້ ຂປລ ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ປະສົບຜົນສຳເລັດ ແລະ ພັດທະນາຕົນເອງໄປຕາມທິດຄຳຂວັນທີ່ວ່າ: “ຂ່າວສານ ຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”; ຫັນການເຄື່ອນໄຫວ, ການໂຄສະນາຂໍ້ມູນຂ່າວສານ ຂອງສໍານັກຂ່າວສານປະເທດລາວ ໄປສູ່ຄວາມທັນສະໄໝໃນຍຸກດີຈິຕອນ ເປັນທີ່ໄວ້ເນື້ອເຊື່ອໃຈຂອງພັກ ກາຍ ເປັນກະບອກສຽງທີ່ແຫລມຄົມຂອງພັກ, ເປັນເວທີແຫ່ງການສະແດງອອກຄວາມເຫັນທີ່ສ້າງສັນຂອງສັງຄົມ; ປັບປຸງອາຄານ, ປ່ຽນຖ່າຍ ວັດຖຸອຸປະກອນເກົ່າທີ່ຊຸດໂຊມ ເພື່ອສ້າງສະພາບແວດລ້ອມການເຮັດວຽກທີ່ດີ; ຝຶກອົບຮົມຍົກລະດັບຄວາມຮູ້ວິຊາການໃຫ້ພະນັກງານ ພາຍໃນສໍານັກຂ່າວສານປະເທດລາວ; ຍາດແຍ່ງເອົາການຊ່ວຍເຫລືອ ເພື່ອຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ພະນັກງານຢູ່ພາຍໃນ ແລະ ຕ່າງປະເທດ ທັງໃນໄລຍະສັ້ນ ແລະ ໄລຍະຍາວ; ຫັນການສໍາເນົາຂໍ້ມູນຂ່າວສານ, ຮູບ, ຟີມ ແລະ ເອກະສານແຕ່ລະປະເພດໃຫ້ລະອຽດ ແລະ ທັນສະໄໝເປັນດີຈິຕອນ ເພື່ອປະມວນເປັນຂໍ້ມູນທາງດ້ານປະຫວັດສາດ ແລະ ບໍລິການໃຫ້ສັງຄົມ ຮັບປະກັນຄວາມຍືນຍົງ; ສືບຕໍ່ປະຕິບັດຕາມແຜນການ ແລະ ທິດທາງການໂຄສະນາ ຂອງພັກ-ລັດປະຈໍາປີ 2026; ສືບຕໍ່ໂຄສະນາ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ແລະ ກອງປະຊຸມສະພາແຫ່ງຊາດແຕ່ລະສະໄໝ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 10 ແລະ ເຫດການສໍາຄັນຕ່າງໆຂອງພັກ-ຂອງຊາດໃຫ້ເປັນຂະບວນຟົດຟື້ນ; ຕິດຕາມກວດກາ ແລະ ຊຸກຍູ້ພະນັກງານລັດຖະກອນ ໃນການປະຕິບັດໜ້າທີ່ຢ່າງເປັນລະບົບ ທັງກໍ່ສ້າງພະນັກງານສືບທອດປ່ຽນແທນ ໃຫ້ທັນສະພາບການ; ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນການປະຕິບັດໜ້າທີ່ຮັບໃຊ້ພັກ-ລັດ ທັງພະນັກງານ-ລັດຖະກອນ ແລະ ບໍານານ ໃນຮູບການຕ່າງໆ ທີ່ເໝາະສົມ ແລະ ຖືກກັບລະບຽບການ ແລະ ອື່ນໆ.\
ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ ຂປລ ເອົາໃຈໃສ່ຫລາຍບັນຫາ ເພື່ອສືບຕໍ່ບຸກບືນສູ້ຊົນ ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ໃນປັດຈຸບັນທີ່ຍັງບໍ່ທັນສາມາດແກ້ໄຂໄດ້ ສືບຕໍ່ແກ້ໄຂໃຫ້ສຳເລັດ, ໃຫ້ມີການພັດທະນາ, ກ້າວໜ້າຂຶ້ນ ແລະ ມີການຫັນປ່ຽນໃໝ່ ໂດຍສະເພາະ ໃຫ້ຮັກ ສາມູນເຊື້ອດຸໝັ່ນຫ້າວຫັນ, ຄວາມຮັບຜິດຊອບ, ບຸກບືນອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ; ສືບຕໍ່ປັບປຸງອົງການຈັດຕັ້ງ ພາລະບົດບາດ, ສິດ, ໜ້າທີ່, ສັບຊ້ອນຈັດວາງບຸກຄະລາກອນ ຂອງ ຂປລ ໃຫ້ສຳເລັດ; ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ເຊື່ອມຊຶມພາລະບົດບາດ, ສິດ, ໜ້າທີ່ຂອງ ຄອສພ ມາເປັນແຜນລະອຽດຂອງສໍານັກງານຕົນ; ຕັ້ງໜ້າພັດ ທະນາວຽກງານຂ່າວສານໃຫ້ກ້າວໜ້າ ທັນສະໄໝ ວ່ອງໄວ ທັນເຫດການ, ເຮັດໃຫ້ຂ່າວສານມີຄວາມຊັດເຈນ, ຖືກຕ້ອງ, ວ່ອງໄວ, ເປັນໜ້າເຊື່ອຖື, ເປັນຂໍ້ມູນຂ່າວສານຫລັກແຫລ່ງໃຫ້ແກ່ບັນດາອົງການສື່ຕ່າງໆໃນທົ່ວປະເທດ ໂດຍສຸມໃສ່ພັດທະນາຄວາມຮູ້, ພັດທະນາດ້ານເຕັກໂນໂລຊີຫັນໄປສູ່ທັນສະໄໝ; ປັບປຸງເນື້ອໃນຂອງຂ່າວສານ ໃຫ້ມີຄວາມອຸດົມສົມບູນ ຫລາຍຮູບຫລາຍສີ ຫລາຍຜະລິດຕະພັນ, ຫລາຍລະດັບທີ່ແຕກຕ່າງກັນ ເພື່ອຈູງໃຈຜູ້ອ່ານ ແລະ ຜູ້ຊົມຫລາຍຂຶ້ນ; ປະສານສົມທົບກັບພາກສ່ວນຕ່າງໆໃຫ້ມີຄວາມກົມກຽວໂລ່ງລ່ຽນ ເພື່ອແລກປ່ຽນຂໍ້ມູນຂ່າວສານນຳກັນໄດ້; ເອົາໃຈໃສ່ປັບປຸງວຽກພັກ-ພະນັກງານຢູ່ ຂປລ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຕື່ມ; ສ້າງພະນັກງານຮຸ່ນສືດທອດປ່ຽນແທນ ໂດຍສະເພາະ ສ້າງວິຊາການ, ຊ່ຽວຊານດ້ານພາສາຕ່າງປະເທດ; ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ, ມີຄວາມເປັນເອກະພາບສູງ, ມີຄວາມເຂັ້ມແຂງໝັກແໜ້ນບົນພື້ນຖານໜ້າທີ່ການ ເມືອງຂອງພັກ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະ ປະເທດໃກ້ຄຽງ ແລະ ບັນດາປະເທດເພື່ອນມິດຍຸດທະສາດ, ຍາດແຍ່ງເອົາການຊ່ວຍເຫລືອ ໂດຍສະເພາະກັບ ສສ ຫວຽດ ນາມ ແລະ ສປ ຈີນ, ພ້ອມທັງໃຫ້ເອົາໃຈໃສ່ໃນການຫັນໄປສູ່ທັນສະໄໝ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຂ່າວ: ມະນີທອນ
ພາບ: ເກດສະໜາ



