ໃນວັນທີ 3 ເມສາ 2026, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ ທີ່ມີຜົນງານດີເດັ່ນ, ປະກອບສ່ວນໃນການພົວພັນຮ່ວມມື, ຊ່ວຍເຫຼືອດ້ານເຫື່ອແຮງ, ສະຕິບັນຍາ ໃນການພັດທະນາໂທລະພາບແຫ່ງຊາດລາວ ຕະຫຼອດໄລຍະ 40 ປີ ແລະ ເນື່ອງໃນໂອກາດວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ (1 ທັນວາ 1983 – 1 ທັນວາ 2023). ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ, ຫວຽດນາມ - ນາມລາວ.
ພິທີຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ຮອງປະທານສະພາທິດສະດີສູນກາງພັກ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກຄອມມູຍນິດຫວຽດນາມ ເລຂາຄະນະບໍລິຫານງານພັກນະຄອນດານັງ ສສ ຫວຽດນາມ. ມີການນໍາແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງອັດຕະປື, ແຂວງເຊກອງ, ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ, ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ, ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ການນໍານະຄອນດາໜັງ, ການນໍາຈາກພາກສ່ວນກ່ຽວຂ້ອງຂອງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະໂຄສະນາອົບຮົມແຂວງຈໍາປາສັກ, ການນໍາພະແນກການກົມກອງອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງຈໍາປາສັກ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ວັນລາຕີ ຄໍາວານວົງສາ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄດ້ຜ່ານບົດສະດຸດີ ສັນລະເສີນ ການປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມໂດຍຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ໂທລະພາບແຫ່ງຊາດລາວຕະຫຼອດໄລຍະ 40 ກວ່າປີ ກໍຄື 40 ກວ່າປີແຫ່ງການພົວພັນຮ່ວມມືອັນສະໜິດແໜ້ນ ລະຫວ່າງ ສອງ ສະຖານີໂທລະພາບແຫ່ງຊາດ ລາວ – ຫວຽດນາມ ໂດຍສະເພາະແມ່ນ ການສະໜັບສະໜູນ, ອຸ້ມຊູຊ່ວຍເຫຼືອອັນລໍ້າຄ່າ ດ້ວຍຄວາມບໍລິສຸດຜຸດຜ່ອງ ທີ່ຈິງໃຈຖານສະຫາຍອ້າຍນ້ອງຍຸດທະສາດ, ເພື່ອນມິດທີ່ສະໜິດສະໜົມ ຄື: ໂທລະພາບແຫ່ງຊາດຫວຽດນາມ. ໃນນັ້ນ, ສະຫາຍ ເລ ຫງ໋ອກ ກວາງ ໄລຍະທີ່ໄດ້ຮັບມອບໝາຍປະຕິບັດໜ້າທີ່ຜູ້ອໍານວຍການໃຫຍ່ ໂທລະພາບຫວຽດນາມ ໄດ້ທຸ່ມເທສະຕິປັນຍາ, ເຫື່ອແຮງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົນພັນຮ່ວມມື, ແລກປ່ຽນ ຊ່ວຍເຫຼືອ ໂທລະພາບແຫ່ງຊາດລາວ ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຊ່ວຍປັບປຸງລະບົບເຕັກນິກການອອກອາກາດ, ການບຳລຸງສ້າງບຸກຄະລາກອນ ຕົ້ນຕໍແມ່ນພະນັກງານ, ນັກຂ່າວ, ເຕັກນິກຂອງໂທລະພາບແຫ່ງ ຊາດລາວ ດ້ວຍການສົ່ງໄປບຳລຸງສ້າງຢູ່ ໂຮງຮຽນຊັ້ນສູງໂທລະພາບຫວຽດນາມ ແລະ ຈັດ ຝຶກອົບຮົມໄລຍະສັ້ນຢູ່ລາວ ແລະ ຫວຽດນາມ. ການຮ່ວມມືດ້ານເນື້ອໃນ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສາລະຄະດີ ແລະ ລາຍການຕ່າງໆ ມາອອກອາກາດ ລະຫວ່າງສອງຊາດ ລວມເຖິງການຖ່າຍທອດສົດ, ລາຍການພິເສດ ໃນເຫດການສໍາຄັນຕ່າງໆ. ຜົນງານການປະກອບສ່ວນຂອງສະຫາຍ ບໍ່ພຽງແຕ່ແມ່ນການຮ່ວມມືຊ່ວຍເຫຼືອ ລະຫວ່າງ 2 ສະຖານີໂທລະພາບເທົ່ານັ້ນ, ແຕ່ຍັງເປັນການປະກອບທີ່ສໍາຄັນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ່ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ໃຫ້ໝັ້ນຄົງຂະໜົງ ແກ່ນຕະຫຼອດກາລະນານ. ການຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ເປັນການລະລຶກຈົດຈໍາຜົນງານອັນໃຫຍ່ຫຼວງຂອງສະຫາຍ ເລ ຫງ໋ອກ ກວາງ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດສ້າງສາພັດທະນາ ສປປ ລາວ ເວົ້າລວມ, ເວົ້າສະເພາະ ເປັນການຍ້ອງຍໍສັນລະເສີນ ຕໍ່ການປະກອບສ່ວນທີ່ພົ້ນເດັ່ນໃນວຽກງານໂທລະພາບ ຂອງສະຫາຍ.
ຕໍ່ມາ, ກໍໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 060/ບບທ, ວັນທີ 29 ມີ 2024 ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ. ຈາກນັ້ນ, ກໍໄດ້ປະດັບຫຼຽນດັ່ງກ່າວ, ໃຫ້ກຽດປະດັບຫຼຽນໂດຍສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ຮອງປະທານສະພາທິດສະດີສູນກາງພັກ. ຕອນທ້າຍ, ສະຫາຍ ເລ ຫງ໋ອກ ກວາງ ກໍໄດ້ມີຄໍາເຫັນ ພ້ອມທັງສະແດງຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ຕົນ. ພ້ອມນີ້ ສະຫາຍຍັງສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນໄຊ ອັນປະເສີດ ມາຍັງການນໍາພັກ - ລັດ ແຫ່ງ ສປປ ລາວ
ຈົ່ງມີພາລະນາໄມແຂງແຮງ, ສືບຕໍ່ນໍາພາພັດທະນາປະເທດລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ, ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.

ຂ່າວ-ພາບ: ທູນທອງໃຈ







