Month: April 2026

ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຢ້ຽມຢາມ ແລະ ອວຍພອນ ອະດີດການນໍາຂັ້ນສູງ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.

ໃນຕອນບ່າຍຂອງ ວັນທີ 7 ເມສາ 2026 ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.

ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ສະຫາຍ ເລ ຫງ໋ອກ ກວາງ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ໃນວັນທີ​ 3 ເມສາ​ 2026, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ​ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ຮອງລັດຖະມົນຕີກະຊວງພັດທະນາດີຈິຕອນ, ສື່ສານ ແລະ ສື່ມວນຊົນ ຂອງສະຫະພັນຣັດເຊຍປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນບ່າຍ ຂອງວັນທີ 3 ເມສາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ເຊິ່ງນໍາໂດຍ ສະຫາຍ ອາເລັກຊານເດີ ຊອຍໂຕບ (H.E.Mr. Alexander Shoitov) ຮອງລັດຖະມົນຕີກະຊວງພັດທະນາດີຈິຕອນ, ສື່ສານ ແລະ ສື່ມວນຊົນ ຂອງສະຫະພັນຣັດເຊຍປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ຕາງໜ້າຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ ເຂົ້າຮ່ວມ.

ຫົວໜ້າກົມໂຄສະນາ ຄອສພ ເຂົ້າຮ່ວມປາຖະກະຖາມູນເຊື້ອ 2 ວັນສໍາຄັນ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ສູນເສຍອົງຄະພິເສດ 790

ໃນວັນທີ 30 ມີນາ 2026, ຢູ່ທີ່ສູນເສຍອົງຄະພິເສດ 790 ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)

1 2