ທ່ານ ສາຄອນ ພົມມະລາດ ຮອງຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I
ໃນວັນທີ 11-12 ສິງຫາ 2026 ທ່ານ ສາຄອນ ພົມມະລາດ ຮອງ ຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ທົ່ວປະເທດ ຄັ້ງທີ I ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການ ສະຫຼູບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍໍ່ໜ້າ; ສະຫຼູບການຈັດຕັ້ງປະຕິບັດວຽກງານ ຂອງ ຄລທ ໃນໄລຍະ 1 ປີຜ່ານມາ ແລະ ປະເມີນ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ຄະນະກໍາມະການສົ່ງເສີມ […]
