Month: September 2026

ຍົກສູງຄຸນທາດ, ຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ

ຍົກສູງຄຸນທາດ, ຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ ໂດຍ: ປອ ບົວຈັນ ເພັງສະຫວັດ ວາລະສານອະລຸນໃໝ່, ສະບັບທີ 5/2025(ເຫຼັ້ມທີ 302, ປີທີ 40) (ກົດອ່ານ ຫຼື ດາວໂຫຼດ)

ສຳເລັດຊຸດຝຶກອົບຮົມຄູການເມືອງ ແລະ ວຽກງານໂຄສະນາອົບຮົມ ຂອງພັກປະຊາຊົນປະຕິວັດລາວ ປະຈຳປີ 2026

ໃນວັນທີ 23 ກັນຍາ 2026 ຜ່ານມາ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດພິທີປິດຊຸດບຳລຸງຄູການເມືອງ ແລະ ວຽກງານໂຄສະນາອົບຮົມຂຶ້ນຢ່າງເປັນທາງການ,

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດການເຂົ້າຮ່ວມສໍາມະນາ ກ່ຽວກັບ“ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ ສປ. ຈີນ

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນ. ປອ. ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນນັບເເຕ່ວັນທີ 3-23 ກັນຍາ 2026 ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ, ເຊິ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີນັກສໍາມະນາກອນຈາກ 5 ປະເທດ ຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 9 ທ່ານ. ໃນພິທີດັ່ງກ່າວ ທ່ານ ນາງ ສື໋ […]

ສຳເລັດ ຝຶກອົບຮົມບໍາລຸງຍົກລະດັບທິດສະດີການເມືອງ-ແນວທາງຂອງພັກ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ຊຸດທີ I

ໃນວັນທີ 25 ກັນຍາ 2026 ທີ່ຜ່ານມາ ສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີປິດ ຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ ຊຸດທີ I ຂຶ້ນ ທີ່ສູນກາງສະຫະພັນແມ່ຍິງລາວ; ໂດຍການເຂົ້າຮ່ວມຂອງ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄ ສະນາອົບຮົມສູນກາງພັກ; ສະຫາຍ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໜ່ວຍພັກ, ຄະນະກົມ, ສະ ມາຊິກພັກ ຈາກບັນດາກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນນັບແຕ່ວັນ 14-25 ກັນຍາ 2026, ມີນັກສໍາມະນາກອນ ທັງໝົດ 40 ສະຫາຍ, ຍິງ 35 ສະຫາຍ, ຊາຍ 5 ສະຫາຍ; ຫຼັກສູດການຝຶກອົບຮົມມີເນື້ອໃນທັງໜົດ 14 ບົດ ກວມເອົາທິດສະດີ ແລະ ແນວທາງທີ່ສໍາຄັນຂອງພັກ. ຜ່ານການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ […]

ກົມຂໍ້ມູນຂ່າວສານ

ກົມຂໍ້ມູນຂ່າວສານປະກອບມີ 3 ພະແນກ ຄື:1. ພະແນກລະບົບເອເລັກໂຕຣນິກແລະຄອມພິວເຕີ;2. ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ;3. ພະແນກສໍາເນົາແລະ ຫ້ອງສະໝຸດ. ຈຳນວນຄົນທັງຫມົດ: 15 ທ່ານ, ຍິງ 7 ທ່ານຈຳນວນສະມາຊິກສົມບູນມີ 15 ທ່ານ, ຍິງ 7 ທ່ານ(ປັບປຸງຫຼ້າສຸດ ກັນຍາ 2026)

1 2 3