ບໍລິສັດ ລາວຊິນຫຼົງບຸກເບີກອຸດສະຫະກຳບໍ່ແຮ່ ຈຳກັດ ມອບເງິນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ 6ແຂວງພາກເໜືອ.  

ບໍລິສັດ ລາວຊິນຫຼົງບຸກເບີກອຸດສະຫະກຳບໍ່ແຮ່ ຈຳກັດ ມອບເງິນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ 6ແຂວງພາກເໜືອ.  

ໃນວັນທີ 12 ກັນຍາ 2024 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົບສູນກາງພັກ, ປະທານບໍລິສັດ ລາວຊິນຫຼົງບຸກເບີກອຸດສະຫະກຳບໍ່ແຮ່ ຈຳກັດ ໄດ້ມອບເງິນ ຈຳນວນ 240 ລ້ານກີບ ເພື່ອປະກອບສ່ວນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ 6 ແຂວງພາກເໜືອ.  ຕາງໜ້າຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ກ່າວຮັບໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມເປັນສັກຂີພະຍານ ມີຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ ແລະ ຄະນະອຳນວຍການບໍລິສັດດັ່ງກ່າວ.

ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງບໍລິສັດລາວຊິນຫຼົງບຸກເບີກອຸດສະຫະກຳບໍ່ແຮ່ ຈຳກັດ ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນຊຸກຍູ້ເຂົ້າໃນການເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ປະຊາຊົນໃນ 6 ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້ໃຫ້ເຂົ້າໃຈເຖິງຄວາມເປັນຫ່ວງເປັນໃຍຈາກພັກ-ລັດຂອງພວກເຮົາ ພ້ອມທັງຢືນຢັນວ່າຈະນຳເອົາເງິນຈຳນວນດັ່ງກ່າວໄປຮັບມອບໃຫ້ແກ່ປະຊາຊົນ 6 ແຂວງພາກເໜືອທີ່ຖືກເຄາະຮ້າຍຈາກໄພພິບັດດັ່ງກ່າວ.ແລະ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ທາງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບກຽດຕິຄຸນ ໃຫ້ແກ່ບໍລິສັດ ລາວຊິນຫຼົງບຸກເບີກອຸດສະຫະກຳບໍ່ແຮ່ ຈຳກັດ ເພື່ອເປັນການຈາລຶກຄຸນງາມຄວາມດີທັງເປັນສັນຍາລັກໃນການພົວພັນຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນລະຫວ່າງ 2 ຝ່າຍໃນອະນາຄົດ ແລະ ຫວັງວ່າໂອກາດໜ້າຄົງຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.