ກອງປະຊຸມປຶກສາຫາລືວຽກງານຂອງຄະນະຮັບຜິດຊອບການຫັນເປັນດິຈີຕອນວຽກງານໂຄສະນາອົບຮົມ.

ກອງປະຊຸມປຶກສາຫາລືວຽກງານຂອງຄະນະຮັບຜິດຊອບການຫັນເປັນດິຈີຕອນວຽກງານໂຄສະນາອົບຮົມ.

    ໃນຕອນບ່າຍວັນທີ 11 ກັນຍາ 2024 ຄະນະຮັບຜິດຊອບການຫັນເປັນດິຈິຕອນວຽກງານໂຄສະນາອົບຮົມ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU)ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມປຶກສາຫາລືໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນວຽກໃນແຕ່ລະໄລຍະໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ເຂົ້າຮ່ວມມີ: ບັນດາຄະນະຮັບຜິດ ຊອບຂອງແຕ່ລະໜ່ວຍງານ ເຂົ້າຮ່ວມທັງຫມົດ 32 ສະຫາຍ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຫັນເປັນດິຈີຕອນວຽກງານໂຄສະນາອົບຮົມພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU)ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 161/ຄອສພ ເຊິ່ງປ່ຽນແທນຈາກຂໍ້ຕົກລົງສະບັບເລກທີ 73/ຄອສພ; ຫຼັງຈາກນັ້ນ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາການຫັນວຽກງານໂຄສະນາອົບຮົມເປັນດິຈິຕອນ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ເພື່ອລົງເລິກປຶກສາຫາລືໃນການເຄື່ອນໄຫວຈັດຕັ້ງປະຕິບັດການຫັນເປັນດິຈິຕອນຂອງວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ ທີ່ຈະຕ້ອງລົງມືປະຕິບັດໃນສະເພາະໜ້າ ແລະ ຍາວນານ, ໂອກາດດັ່ງກ່າວທ່ານໄດ້ຮຽກຮ້ອງມາຍັງທຸກສະຫາຍທີ່ຢູ່ໃນແຕ່ລະໜ່ວຍງານ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃຍແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງສຸດຄື:

  1. ໃຫ້ແຕ່ລະສະຫາຍທີ່ຢູ່ໃນແຕ່ລະໜ່ວຍງານແຈ້ງຕໍ່ຄະນະກົມຂອງຕົນຮັບຊາບກ່ຽວກັບຂໍ້ຕົກລົງແບ່ງຄວາມຜິດຊອບສະບັບໃໝ່ ປ່ຽນແທນ ຂໍ້ຕົກລົງຄະນະຮັບຜິດຊອບສະບັບເກົ່າ.
  2. ໃຫ້ບັນດາຫົວໜ້າຄະນະຮັບຜິດຊອບແຕ່ລະໜ່ວຍງານກວດກາຄືນບັນດາລາຍຊື່ທີ່ຖືກແຕ່ງຕັ້ງໃນຂໍ້ຕົກລົງດັ່ງກ່າວ ແລະ ປະຊຸມເພື່ອວາງແຜນວຽກແຜນງານອັນລະອຽດພາຍໃນແຕ່ລະໜ່ວຍງານ ໃຫ້ສອດຄ່ອງຕາມສິດ, ພາລະບົດບາດໜ້າທີ່ຂອງຕົນ.
  3. ປຶກສາຫາລື ແລະ ຄົ້ນຄວ້າຂຶ້ນແຜນຈັດຝຶກອົບຮົມທີ່ຕິດພັນກັບຫົກຄະນະພັດທະນາທີ່ທາງກະຊວງເຕັກໂນວາງອອກສົມທົບວຽກງານວິຊາສະເພາະ ແລະ ແລກປ່ຽນຖອດຖອນວຽກງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ.