ຄະນະໂຄສະນາອົບຮົມສູນກາງພັກ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ

ຄະນະໂຄສະນາອົບຮົມສູນກາງພັກ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ

      ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ນໍາເອົາເຄື່ອງໄປມອບ ເພື່ອຊ່ວຍເຫຼືອໄພພິບັດນໍ້າຖ້ວມ, ໃນຕອນແລງ ຂອງວັນທີ 14 ກັນຍາຜ່ານມາ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.

ເປັນກຽດມອບໂດຍ  ທ່ານ ປອ ຄໍາພັນ ເຜີຍຍະວົງ, ຮັບໂດຍ ທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ.  ເຄື່ອງທີ່ນໍາມາມອບ ໃນຄັ້ງນີ້ປະກອບມີ: ເງິນສົດ ຈໍານວນ 30ລ້ານກີບ, ເຂົ້າຈ້າວ, ໝີ່ໄວໆ, ນໍ້າໝາກໄມ້ ແລະ ນໍ້າດື່ມ.

ໂອກາດນີ້ ທ່ານນາງ ຫຼຽນຄໍາ ວິລະພັນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານ ປອ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ຊຶ່ງຍາມໃດກໍເປັນຫ່ວງ ແລະ ໃຫ້ຄວາມໃສ່ໃຈຢ່າງຈົດຈໍ່ຕໍ່ໄພພິບັດນ້ຳຖ້ວມນະຄອນຫຼວງໃນຄັ້ງນີ້.

ຈາກນັ້ນ ຄະນະນໍາ ຄອສພ ໄດ້ເດີນທາງໄປຢ້ຽມຢາມທ່າເຮືອຫຼັກ4 ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ຊຶ່ງຖືກຕ້ອບຮັບ ຈາກ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ,  ເພື່ອໃຫ້ກໍາລັງໃຈໃນການເຮັດວຽກງານ ຂອງພະນັກງານ, ປະຊາຊົນທີ່ເຝົ້າຕິດຕາມ, ເວນຍາມ ລະດັບນໍ້າຂອງ ຂຶ້ນ-ລົດ ຕື່ມອີກ.  ຢູ່ທີ່ທ່າເຮືອຫຼັກ4, ພໍ່, ແມ່, ປະຊາຊົນ ໄດ້ປະກອບສ່ວນຕັ້ງຄົວເຄື່ອນທີ່ເພື່ອປຸງແຕ່ງອາຫານ, ເຄື່ອງກິນ, ເຄື່ອງດື່ມ ໄວ້ຄອຍບໍລິການພະນັກງານ ກໍຄືເຈົ້າໜ້າທີ່ຮັກສາຄວາມສະຫງົບຢູ່ໃນຂອບເຂດທີ່ຕົນຮັບຜິດຊອບຢ່າງມີບັນຍາກາດຄືກຄື້ນ.

ຂ່າວ-ພາບ: ແສງຈັນ