ເປີດຊຸດຝຶກອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ເລຂາໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ບ້ານໃຫຍ່, ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ.

               

         ໃນວັນທີ 4-5 ກຸມພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ສຸຂຸມາ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນຢູ່ບ້ານໃຫຍ່ ບ້ານຫຽງ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 5 ບ້ານ ແລະ 2 ກຸ່ມບ້ານ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານໃຫຍ່ ບ້ານຫຽງ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າໂຄສະນາອົບຮົມ ແຂວງຈໍາປາສັກ; ສະຫາຍ ຄໍາກອງ ທຳມະເທວາ ຄະນະພັກ ຫົວກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ສົມເພັດ ບຸດສະດີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງສຸຂຸມາ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 47 ຄົນ, ຍິງ 6 ຄົນ ຊຶ່ງມາຈາກ 5 ບ້ານ ແລະ 2 ກຸ່ມບ້ານ: ຊຶ່ງໃນນັ້ນ ແມ່ນສະມາຊິກພັກທັງໝົດ 47 ສະຫາຍ, ຍິງ 6 ສະຫາຍ.ໃນເອກະສານອົບຮົມປະກອບມີ 2 ເອກະສານ: ເອກະສານທີ 1: ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ປະກອບມີ  5 ບົດ ຄື:

ບົດທີ 1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຄົນລາວ (ບັນຍາຍໂດຍ ສະຫາຍ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຈໍາປາສັກ ).

ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ (ບັນຍາຍໂດຍ ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ).

ບົດທີ 3: ຍົກສູງຄວາມສາມາດນໍາພັກຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ (ບັນຍາຍໂດຍ ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຈໍາປາສັກ)

ບົດທີ 4: ການສ້າງບ້ານພັດທະນາ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ເອກະສານທີ 2: ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ ແລະ ເອກະສານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ສະຫາຍ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສຸຂຸມາ).

ຜູ້ບັນຍາຍສ່ວນຫຼາຍແມ່ນຜູ້ທີ່ມີບົດບາດ ແລະ ມີປະສົບການ ຊຶ່ງສາມາດອະທິບາຍ, ຊີ້ແຈ້ງເນື້ອໃນເອກະສານໄດ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ມີການສົມທຽບລະຫວ່າງທິດສະດີກັບພຶດຕິກໍາຕົວຈິງ ເຮັດໃຫ້ຜູ້ເຂົ້າຮ່ວມອົບຮົມມີຄວາມຮັບຮູ້, ເຂົ້າໃຈເນື້ອໃນເອກະສານເປັນຢ່າງດີ.

ໃນຕອນທ້າຍຂອງການຝຶກອົບຮົມ ແມ່ນໄດ້ມີພິທີມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມທີ່ເຂົ້າຮ່ວມ ຊຶ່ງໃຫ້ກຽດມອບໃບຢັ້ງຢືນໂດຍ ແລະ ໂອ້ລົມ ພ້ອມກ່າວປິດຊຸດຝຶກອົບຮົມໂດຍ ສະຫາຍ ສົມເພັດ ບຸດສະດີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສຸຂຸມາ.