ກອງປະຊຸມສໍາມະນາລະດັບຊາດ
ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ”
ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສົມທົບກັບ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນພຸດ, ວັນທີ 16 ກໍລະກົດ 2025, ຢູ່ທີ່ສະໂມສອນ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6). ໃຫ້ກຽດ ເປັນປະທານຮ່ວມກອງປະຊຸມ ໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ; ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ ແລະ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງ ຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ແຂກທີ່ຖືກເຊີນເຂົ້າຮ່ວມມີ ບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ບັນດາກະຊວງ, ອົງການ, ມີຄະນະ ພັກ, ຄະນະນໍາ, ພະນັກງານ ຈາກສູນກາງແນວລາວສ້າງຊາດ; ຄະນະພັກ-ຄະນະນໍາ, ພະນັກງານ ຈາກຄະນະ ໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພະນັກງານ, ຄູ-ອາ ຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດຈຳນວນ 200 ກວ່າທ່ານ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງ ສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທັງເປັນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ ຂອງຊາດ, ໂດຍສະເພາະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້.
ໃນກອງປະຊຸມ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຂຶ້ນກ່າວເປີດ ແລະ ມີຄຳເຫັນເນັ້ນໜັກວ່າ: “ພັກ ແລະລັດເຮົາ ຍາມໃດກໍຖືຄວາມສາມັກຄີປອງດອງຄົນລາວທັງຊາດ ເປັນນະໂຍບາຍກົກ ແລະປະຕິບັດນະໂຍບາຍດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍຕະ ຫຼອດມາ. ພວກເຮົາຖືວ່າປະຊາຊົນລາວທຸກເຜົ່າ ເປັນອ້າຍເອື້ອຍນ້ອງຮ່ວມເຮືອນດຽວກັນ, ຄົນລາວທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ມີປິຕຸພູມອັນດຽວກັນ. ກໍາລັງແຮງຄວາມສາມັກຄີປອງດອງຊາດ ຍັງ ເປັນປັດໄຈສໍາຄັນທີ່ສຸດໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໃນການສ້າງຊີວິດອັນສົມບູນ ພູນສຸກ ແລະ ປະຕິບັດຄວາມສະເໝີພາບ ລະຫວ່າງ ເຜົ່າຢ່າງແທ້ຈິງ”.
ຈາກນັ້ນ, ທ່ານ ຮສ. ພູວົງ ອຸ່ນຄໍາແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະ ຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ສະເໜີບົດນໍາ ຂອງກອງປະຊຸມໂດຍຍົກໃຫ້ເຫັນວ່າ: ຕະຫຼອດໄລຍະທີ່ຜ່ານມາ ຄວາມສາມັກຄີປອງດອງຄົນລາວທັງຊາດເປັນມູນເຊື້ອອັນສັກກະລະ, ເປັນຈຸດ ພິເສດ ແລະ ເປັນລັກສະນະຊາດທີ່ດີງາມຂອງປະຊາຊົນຄົນລາວເຜົ່າຕ່າງໆ. ຄວາມສາມັກຄີປອງດອງເຄີຍເປັນ ແລະ ກໍຍັງເປັນປັດໄຈຕັດສິນກວ່າໝູ່ ຕໍ່ການຍືນຍົງຄົງຕົວ ແລະ ການເຕີບໃຫຍ່ຂະຫຍາຍຂອງຊາດເຮົາ. ຫາກ ເບິ່ງຄືນຂະບວນວິວັດປະຫວັດສາດແຫ່ງການເກີດຂຶ້ນ ແລະ ຂະຫຍາຍຕົວຂອງຊາດລາວ ພວກເຮົາຈະເຫັນ ແຈ້ງທີ່ສຸດວ່າ ເວລາໃດ, ສະໄໝໃດ ປະເທດຊາດ ມີຄວາມເປັນເອກະພາບ, ປະຊາຊົນມີຄວາມສາມັກຄີປອງ ຕອງ, ປຸ້ມລຸ່ມກັນເປັນຈິດໜຶ່ງໃຈດຽວ ເວລານັ້ນ, ສະໄໝນັ້ນ ປະເທດລາວກໍມີຄວາມເຂັ້ມແຂງ, ຮຸ່ງເຮືອງ ແລະ ປະຊາຊົນກໍຢູ່ເຢັນເປັນສຸກ
ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ 05 ຫົວຂໍ້ຍ່ອຍ ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີບັນດາເຜົ່າ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີບັນດາຊັ້ນຄົນ, ແນວຄິດໄກສອນ ພົມວິຫານ ກ່ຽວກັບຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງສາສະໜາຕ່າງໆ, ແນວ ຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີ ລະຫວ່າງ ບັນດາກຳລັງທີ່ຮັກຊາດ. ແຕ່ລະຫົວຂໍ້ໄດ້ຍົກໃຫ້ ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີປອງດອງຊາດ. ທີ່ສອດຫ້ອຍ ແລະຊີ້ນໍາການ ເຄື່ອນໄຫວຕົວຈິງ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບ ການສ້າງຄວາມສາມັກຄີປອງດອງຊາດ ທີ່ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ສະນັ້ນ, ໃນການເຕົ້າໂຮມ ແລະຮັກສາຄວາມສາມັກຄີ ຂອງປະຊາຊົນ ແມ່ນເປັນຈຸດເລີ່ມຕົ້ນໃນການສ້າງສາ ແລະ ພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນຕອນທ້າຍ ຂອງກອງປະຊຸມສຳມະນາ ພວກເຮົາໄດ້ຮັບຟັງການໃຫ້ທິດຊີ້ນໍາຂອງທ່ານ ປອ ສິນລະ ວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມສຳມະນາວິທະຍາສາດວ່າດ້ວຍແນວຄິດໄກສອນ ພົມວິຫານຢູ່ໃນຂົງເຂດວຽກງານການສ້າງຄວາມສາມັກຄີປອງດອງຊາດໃນໄລຍະປົດປ່ອຍຊາດກໍຄືໄລຍະປັດຈຸບັນ.