ກົມອົບຮົມໄດ້ສໍາເລັດການຝຶກອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ແຂວງ ອຸດົມໄຊ
ໃນວັນທີ 4 ເມສາ 2025 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ແລະ ຄະນະໂຄສະນາອົບຮົມ ເມືອງໄຊ ໄດ້ຈັດຊຸດອົບຮົມວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາ ຢູ່ທີ່ສະໂມສອນຂອງກຸ່ມບ້ານຫົວນໍ້າງາ ເມືອງ ໄຊ ແຂວງ ອຸດົມໄຊ.
ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມທັງໝົດ 41 ສະຫາຍ, ຍິງ 2 ສະຫາຍ.
ຈຸດປະສົງຂອງການອົບຮົມແມ່ນ ເພື່ອຍົກລະດັບຄວາມຮູ້ໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຮັບຮູ້, ເຂົ້າໃຈ ກ່ຽວກັບບົດບາດໜ້າທີ່ ຂອງຜູ້ຊົງຄຸນວຸດທິບັນດາເຜົ່າ, ການເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ.
ຜ່ານການອົບຮົມ ນັກສໍາມະກອນສ່ວນຫຼາຍ ມີຄວາມຮັບຮູ້, ເຂົ້າໃຈ ຊຶ່ງສະແດງອອກໃນການແລກ ປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ຢ່າງມີບັນຍາກາດຟົດຟື້ນ.