ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າພົບປະພິເສດກັບ ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ
ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດສື່ມວນຊົນເອຊີຄັ້ງທີ 20 (20th Asia Media Summit) ທີ່ປະເທດກຳປູເຈຍເປັນເຈົ້າພາບນີ້ ເຊິ່ງຈັດຂຶ້ນໃນວັນທີ 22 ກໍລະກົດ ປີ 2025 ທີ່ນະຄອນສຽມຣຽບ ປະເທດກຳປູເຈຍ. ໃນໂອກາດດັ່ງກ່າວໄດ້ຈັດການພົບປະນັດພິເສດລະຫວ່າງ ທ່ານ ແນັດ ແພຕຼາ Neth Pheaktra ລັດຖະມົນຕີກະຊວງຖະແຫຼ່ງຂ່າວປະເທດກຳປູເຈຍ ກັບ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທັງສອງຝ່າຍໄດ້ສົນທະນາປຶກສາຫາລື ແລະ ເຫັນພ້ອມນຳກັນໃນການເພີ່ມທະວີການຮ່ວມມືໃນການຕໍ່ຕ້ານຂ່າວປອມ ໃນຍຸກປັນຍາປະດິດ (AI) ເຊິ່ງກຳລັງມີການພັດທະນາຢ່າງວ່ອງໄວໃນໂລກປັດຈຸບັນ.
ໃນພິທີພົບປະດັ່ງກ່າວ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕີລາຄາສູງຕໍ່ກະຊວງຖະແຫຼ່ງຂ່າວກຳປູເຈຍ ທີ່ຈັດການປະຊຸມຄັ້ງນີ້ໄດ້ຢ່າງມີປະສິດທິພາບ ແລະ ມີຜົນສຳເລັດຢ່າງຈົບງາມ; ພ້ອມກັນນີ້ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສະເໜີຕໍ່ທ່ານລັດຖະມົນຕີກຳປູເຈຍເພື່ອແບ່ງປັນປະສົບການໃນການຕໍ່ຕ້ານຂ່າວປອມ ໃນຍຸກປັນຍາປະດິດ AI ທີ່ກຳລັງພັດທະນາຢ່າງກ້າວກະໂດດ.
ການພົບປະສອງຝ່າຍໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ເຫັນດີແລກປ່ຽນ ກັບ ສປປ ລາວ ໃນສົ່ງເສີມ ແລະ ຍົກລະດັບ ການຮ່ວມມືສອງຝ່າຍໃນ ການສະກັດກັ້ນ ແລະ ຕ້ານຂ່າວປອມ; ພ້ອມທັງ ຢືນຢັນວ່າ ກຳປູເຈຍ-ລາວ ຈະພັດທະນາຄວາມຮ່ວມມືໃນຂະແໜງການສື່ ແລະ ວຽກງານສື່ມວນຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະຈະໄດ້ທົບທວນບົດບັນທຶກຊ່ວຍຈຳ (MOU) ທີ່ໄດ້ລົງນາມກັນເມື່ອປີ 2010 ເພື່ອສົ່ງເສີມການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ແລະ ຊ່ວຍກັນພັດທະນາຂົງເຂດວຽກງານສື່ມວນຊົນໃຫ້ທັນກັບຍຸກ4,0.