ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບ ດ້ານວຽກງານການສ້າງຫຼັກສູດການຮຽນການສອນ ກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ ແລະ ກິລາ
ໃນຕອນເຊົ້າວັນທີ 20 ພຶດສະພາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບ ດ້ານວຽກງານການສ້າງຫຼັກສູດການຮຽນການສອນ ກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ ແລະ ກິລາ ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນຳລວມ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະ.
ໃນພີທີທ່ານ ອຸທິດ ທິບມະນີ ຜູ້ຊີ້ນຳລວມ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ລາຍງານສະພາບການ, ການຈັດຕັ້ງ-ເຄື່ອນໄຫວວຽກງານຂອງສະຖາບັນ ໃນໄລຍະຜ່ານມາໂດຍສັງເຂບ ໂດຍສະເພາະແມ່ນວຽກງານຝຶກອົບຮົມ, ວຽກງານຄົ້ນຄວ້າ-ຮຽບຮຽງຫຼັກສູດ, ວຽກງານຍົກລະດັບບຳລຸງກໍ່ສ້າງພະນັກງານໃນການຈັດຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ, ວຽກງານການຄຸ້ມຄອງ-ບໍລິຫານ, ພົວພັນປະສານງານ ແລະ ວຽກງານການນຳໃຊ້ເຕັກໂນໂລຊີເຂົ້າໃນການຮຽນການສອນ.
ໃນໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ຄະນະນຳຂອງສະຖາບັນທີ່ໄດ້ເສຍສະຫຼະເວລາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໃຫ້ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານຂອງວຽກງານຝຶກອົບຮົມ ໃຫ້ແກ່ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງລະອຽດເລິກເຊິ່ງຈະແຈ້ງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ວຽກງານຝຶກອົບຮົມ. ນອກຈາກນັ້ນ ທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນຫຼາຍໆດ້ານທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ: 1. ວຽກງານການສ້າງຫຼັກສູດ, 2. ວຽກງານຍົກລະດັບບຳລຸງກໍ່ສ້າງພະນັກງານໃນການຈັດຝຶກອົບຮົມ, ການພົວພັນປະສານງານ, ການບໍລິການ ແລະ ບໍລິຫານວຽກງານການຝຶກອົບຮົມ, 3. ວຽກງານການນຳໃຊ້ເຕັກໂນໂລຊີເຂົ້າໃນການຮຽນການສອນ, 4. ວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ, ແລະ ອື່ນໆ. ຜ່ານການແລກປ່ຽນໃນຄັ້ງນີ້ ທັງສອງຝ່າຍໄດ້ເປັນເອກະພາບຈະສືບຕໍ່ແລກປ່ຽນລົງເລິກທາງດ້ານວິຊາການໃນແຕ່ລະ ລະດັບຕື່ມໃນອະນາຄົດ.