ກົມກວດກາຄະນະໂຄສະນາອົມຮົມສູນກາງພັກ ລົງຕິດຕາມກວດກາປົກກະຕິ  ປະຈໍາປີ 2024.

ກົມກວດກາຄະນະໂຄສະນາອົມຮົມສູນກາງພັກ ລົງຕິດຕາມກວດກາປົກກະຕິ  ປະຈໍາປີ 2024.

ປະຕິບັດຕາມແຜນການເຄື່ອນໄຫວວຽກງານ ຂອງກົມກວດກາ ໃນຕອນເຊົ້າ ວັນທີ 08 ເມສາ 2025 ທີ່ຫ້ອງປະຊຸມຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ສະຫວ່າງ ດາລາແສນ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ໄດ້ນໍາພາທີມງານກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວ ກວດກາ ຕາມແຜນປົກກະຕິ ປະຈໍາປີ 2024 ຢູ່ ກົມຕັ້ງຈັດ-ພະນັກງານ ຄອສພ ເຂົ້າຮ່ວມມີ ສະຫາຍ ນ ພວງມະລີ ອັກຄະມຸນຕີຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນກງານ ພ້ອມຄະນະກົມ, ພະແນກທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນ ພວງມະລີ ອັກຄະມນຕີ, ກໍາມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ລາຍງານຜົນສໍາເລັດທີ່ພົ້ນເດັ່ນ ທີ່ຍາດມາໄດ້ໃນການເຄື່ອນໄຫວ ຊີ້ນໍາ-ນໍາພາວຽກງານກົມຈັດຕັ້ງ-ພະນັກງານ ໃນໄລຍະໜຶ່ງປີຜ່ານມາ ໄດ້ຖືສໍາຄັນການນໍາພາ ວຽກງານການເມືອງແນວຄິດ ຂອງພະນັກງານ; ໄດ້ນໍາພາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ໜ້າທີ່, ຂໍ້ຫ້າມຂອງສະມາຊິກພັກ ດໍາເນີນຊິວິດການເມືອງພາຍໃນໜ່ວຍພັກປົກກະຕິແຕ່ລະເດືອນ, ມີການຕີລາຄາສະມາຊິກພັກ ດ້ານດີ, ດ້ານອອ່ນ ຂໍ້ຄົງຄ້າງອີງໃສ່ 7 ໜ້າທີ່ຂອງສະມາຊິກພັກ, ສິດຂອງສະມາຊິກພັກ, ມີຄວາມຈິງໃຈຕໍານິຕິຊົມກັນ ເສີມຂະຫຍາຍດ້ານດີ, ຂໍ້ຄົງຄ້າງ, ຫຼີກເວັ້ນແນວຄິດອັກຄະຕິເພື່ອສ້າງການຫັນປ່ຽນ ດ້ານແນວຄິດຫັນໄປລວງດຽວກັນ, ສ້າງໄດ້ຄວາມສາມັກຄີ, ເອື້ອເຟື້ອເພື່ອແຜ່, ມີຄວາມບຸກບຶນຄົ້ນຄວ້າພັດທະນາຕົນເອງທຸກດ້ານບົນພື້ນຖານຮັບປະກັນລັກສະ ນະນໍາພາ, ລັກສະນະສຶກສາອົບຮົມໜຶ່ງປີຜ່ານມາບໍ່ມີສະ ມາຊິກພັກພາຍໃນກົມລະເມີດຂໍ້ຫ້າມກໍຄືກົດລະບຽບຂອງພັກ ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີຄວາມສາມັກຄີ, ມີແບບແຜນດໍາລົງຊີວິດປອດໃສ, ສະມາຊິກໃນໜ່ວຍພັກມີຄວາມອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໜັ້ນ ຕໍ່ການນໍາພາຂອງພັກ ແລະ ໄດ້ຍົກສູງຄວາມຮັບຜິດຊອບ ໃນການເຮັດວຽກຕາມພາລະບົດບາດ ອັນໄດ້ເຮັດໃຫ້ວຽກງານກົມຈັດຕັ້ງ-ພະ ນັກງານ ພົ້ນເດັ່ນຂຶ້ນເທື່ອລະກ້າວ, ຄຽງຄູ່ກັບດ້ານດີແຕ່ຍັງບາງດ້ານຄວນເອົາໃຈໃສ່ເປັນຕົ້ນ ມີພະນັກງານສະມາຊິກພັກຈໍານວນໜຶ່ງທີ່ຍັງຂາດຄວາມເອົາໃຈໃສ່ໃນການປະຕິບັດລະບຽບຂອງລັດຖະກອນຍັງບໍ່ທັນເຂັ້ມງວດ ເປັນຕົ້ນການປະ ຕິບັດໂມງເວລາ, ການຕໍານິຕິຊົມເຊິ່ງ ກັນ ແລະ ກັນ ໃນເວລາຮ່ວມຊີວິດພັກ ຍັງມີລັກສະນະຈົ່ງຈຽມ, ການປະຕິບັດພາລະບົດບາດເຫັນວ່າມີບາງຈຸດ, ບາງວຽກງານຍັງບໍ່ໄດ້ກໍານົດລະອຽດຈະແຈ້ງ ເຮັດໃຫ້ເວລາປະຕິບັດ ແລະ ເຄື່ອນໄຫວຕົວຈິງບາງວຽກງານຊໍ້າຊ້ອນພະແນກດ້ວຍກັນ, ພະນັກງານ-ລັດຖະກອນບາງກົມຍັງຖືເບົາໃນການຈັດຕັ້ງການປະເມີນຜົນ ແລະ ຍັງບໍ່ເຂົ້າໃຈເລິກເຊິ່ງກ່ຽວກັບຂັ້ນຕອນ ແລະ ລະບົບການປະເມີນ ເນື່ອງຈາກມີການສັບປ່ຽນພະນັກງານ ທີ່ມາຮັບຜິດ ຊອບວຽກງານປະເມີນ ຈຶ່ງເຮັດໃຫ້ມີຄວາມຫຍຸງຍາກ ແລະ ສົ່ງຜົນການປະເມີນຊັກຊ້າ, ການເປັນເສນາທິການໃຫ້ແກ່ຄະນະພັກຄະນະນໍາຍັງຊັກຊ້າ ເນື່ອງຈາກງົບປະມານຮັບໃຊ້ເຂົ້າໃນວຽກງານດັ່ງກວ່າຍັງບໍ່ທັນຕອບສະໜອງໄດ້ພຽງພໍ ແລະ ທັນເວລາ.

ໃນຕອນທ້າຍ ສະຫາຍ ສະຫວ່າງ ດາລາແສນ ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ສະແດງຄວາມຊົມເຊີຍ ຕໍ່ຄະນະ ໜ່ວຍພັກກົມຈັດຕັ້ງ-ພະນັກງານ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານກໍຄືປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈົນສາມາດຍາດມາໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ພ້ອມນັ້ນ ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດປັດຈຸ ບັນ ສະຫາຍຍັງໄດ້ເນັ້ນໃຫ້ສຶບຕໍ່ນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັັນ, ພ້ອມກັນສູ້ຊົນຈັດຕັ້ປະຕິບັດທິດທາງແຜນການທີ່ໜ່ວຍພັກວາງອອກໃຫ້ມີຜົນສໍາເລັດຕາມແຜນການ.