ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2024 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີມອບ-ຮັບປື້ມ ລະຫວ່າງສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ອຳນວຍການໃຫຍ່ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ.
ປື້ມທີ່ນໍາມາມອບໃນຄັ້ງນີ້ປະກອບມີ 15 ຫົວເລື່ອງ, ໃນນັ້ນມີປຶ້ມບົດນິພົນເລືອກເຟັ້ນ ຂອງ ປະທານ ໄກສອນ ພົມວິຫານ 4 ເຫຼັ້ມ, ປຶ້ມຊ່ວຍ ເຫຼືອຈາກສໍານັກພິມການເມືອງແຫ່ງຊາດສື້້ເຖິດ ສສ ຫວຽດນາມ ຈໍານວນ 19 ຫົວເລື່ອງ, 20 ຊຸດ ລວມທັງໝົດ 380 ຫົວ ຄິດສະເລ່ຍເປັນມູນຄ່າຈໍານວນ 38.000.000 ກີບ. ໃນໂອກາດດັ່ງກ່າວ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ອຳນວຍການໃຫຍ່ສຳນັກພິມ ແລະ ຈຳ ໜ່າຍປື້ມແຫ່ງລັດໄດ້ກ່າວວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດຄືວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ສະນັ້ນຈຶ່ງມີຈຸດປະສົງນໍາປຶ້ມດັ່ງກ່າວມອບໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອປະກອບສ່ວນຄັງສາງຄວາມຮູ້ເຂົ້າໃນການຄົ້ນຄວ້າຂີດຂຽນ ຢ່າງເລິກເຊິ່ງ ແລະ ປະກອບສ່ວນສໍາຄັນເຂົ້າໃນວຽກງານໂຄສະນາອົບຮົມໃນແຕ່ລະໄລຍະຢ່າງທົ່ວເຖິງ.
ໃນໂອກາດທີ່ມີຄວາມສໍາຄັນນີ້ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກ ກ່າວສະແດງຄວາມຂອບໃຈທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອ ຈາກສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ນໍາເອົາປື້ມດັ່ງກ່າວມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນຂໍ້ມູນໃນການຄົ້ນຄ້ວາຂິດຂຽນໃຫ້ແກ່ພະນັກ ງານ-ລັດຖະກອນ, ນັກຮຽນ, ນັກສືກສາ ຫຼື ຜູ້ອື່ນໆ ທີ່ມີຄວາມສົນໃຈຢາກຈະສຶກສາຄົ້ນຄ້ວາ ແລະ ຈະນຳໃຊ້ປື້ມຈໍານວນດັ່ງກ່າວໃຫ້ເກີດປະ ໂຫຍດສູງສຸດ.