ບາງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວຕໍ່ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ
ປັດຈຸບັນໂລກຂອງພວກເຮົາກຳລັງຜັນແປໄປຢ່າງສັບສົນ ເຊິ່ງມີຜົນກະທົບຕໍ່ປະເທດເຮົາໃນຫຼາຍດ້ານຕົ້ນຕໍແມ່ນທາງດ້ານແນວຄິດ, ຈິດຕະສາດຂອງສັງຄົມ. ດັ່ງນັ້ນ, ມັນເລັ່ງທວງໃຫ້ແກ່ນັກຮົບໃນຂົງເຂດເຮັດວຽກ ແນວຄິດທິດສະດີ ຕ້ອງໄດ້ເພີ່ມທະວີການຄົ້ນຄິດ, ວິເຄາະ, ວິໄຈສະພາບໃຫ້ເລິກເຊິ່ງເພື່ອສາມາດຮັບມືໄດ້ກັບສະຖານະການທີ່ຈະເກີດຂຶ້ນ ແລະ ເກີດຂຶ້ນແລ້ວ ໃນປັດຈຸບັນນີ້. ເວົ້າອີກຢ່າງໜຶ່ງ, ນັກຮົບດ້ານແນວຄິດ ຕ້ອງມີອາວຸດປະຈໍາຕົວຂອງຕົນທີ່ຄົມແຫຼມ ເພື່ອຕອບຕ້ານກັບສິ່ງຕ່າງໆ ທີ່ຈະບຸກເຂົ້າມາເຖິງຕົວເຮົາ. ເຊິ່ງສະຫາຍເລຂາທິການໃຫຍ່ໄດ້ເນັ້ນໜັກໃນ 7 ຂໍ້ສຳຄັນດ່ັງນີ້:
- ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ການເຜີຍແຜ່ເນື້ອໃນຂອງມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງໄດ້ເລີ່ມມີໜໍ່ແໜງ ການຫັນປ່ຽນໃນແບບວິທີການເຜີຍແຜ່ມາແລ້ວ ແລະ ເອກະສານທີ່ກົມການເມືອງ ມອບໃຫ້ບັນດາສະຫາຍກະກຽມເຜີຍແຜ່ອົບຮົມໃນຮູບແບບໃໝ່ ຂໍໃຫ້ສືບຕໍ່ປັບປຸງປ່ຽນແປງ ໄປຕາມແຕ່ລະເປົ້າໝາຍ ແລະ ແທດຕົວຈິງກັບ ກາລະ, ເທສະ.
- ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບດີ, ຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ້ງມາດ ປາຖະໜາຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆ ໃນສັງຄົມໃຫ້ເລິກເຊິ່ງ. ຈາກນັ້ນ, ກໍ ຮີບຮ້ອນຈັດສັນເນື້ອໃນ ແລະ ຮູບແບບສຶກສາອົບຮົມ ແຕ່ລະເປົ້າໝາຍໃຫ້ຖືກຕ້ອງ ສອດຄ່ອງກັບຈຸດພິເສດຂອງເປົ້າໝາຍນັ້ນໆ;
- ເພື່ອຕອບຕ້ານບັນດາກົນອຸບາຍ, ເລລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ ເຮັດວຽກໃນແນວຮົບແນວຄິດ ຕ້ອງກໍໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງຂອງພວກ ເຂົາເຫຼົ່ານັ້ນ ເພື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະ ການ. ໃນນັ້ນ, ຕ້ອງຕອບຕ້ານຢ່າງທັນການ, ແຕ່ຕ້ອງມີຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ຮັກສາໄດ້ສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ;
- ຕໍ່ວຽກງານໂຄສະນາ ຕ້ອງໂຄສະນາດ້ວຍຫຼາຍຮູບຫຼາຍສີ, ແຕ່ໃຫ້ຮັບ ປະກັນຄວາມເລິກເຊິ່ງ, ກວ້າງຂວາງອັນນີ້ແມ່ນມີຄວາມຈຳເປັນ ໃນສັງຄົມປັດຈຸບັນ. ພວກເຮົາສາມາດນໍາໃຊ້ສື່ມວນຊົນ ຢ່າງກວ້າງຂວາງ ທີ່ເປັນພາຫະນະສໍາຄັນ ທີ່ສັງຄົມ ຕ້ອງການ ແລະ ຫຼາກຫຼາຍ ນອກນັ້ນ, ກໍມີການຈັດປາຖະກະຖາ, ສໍາມະນາຜ່ານອົງ ການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ລະເປົ້າໝາຍ. ຖ້າເປັນໄປໄດ້ ຂ້າພະເຈົ້າ ສະເໜີໃຫ້ຄະນະໂຄສະນາອົບຮົມ ມີພາຫະນະເປັນສື່ທີ່ຂຶ້ນກັບຕົນເອງ ເຊັ່ນ: ໜັງສື ພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ ສາມາດນໍາໃຊ້ສື່ອອນລາຍໃຫ້ເປັນຂອງຕົນເອງ ທີ່ເປັນປະໂຫຍດໃນການເຮັດໜ້າທີ່ ເປັນພາຫະນະໃນການໂຄສະນາອົບຮົມ;
- ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບ ກັບສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳຂອງພັກ; ພົວພັນ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນ ກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້ານີ້ ໃຫ້ຖືກຕ້ອງ, ສອດ ຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ;
- ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາ ອົບຮົມສູນກາງພັກຄືນໃໝ່ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດ ບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່. ພ້ອມກັນນັ້ນ, ກໍຕ້ອງເອົາໃຈ ໃສ່ ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ບັນດາຕຳແໜ່ງງານໃຫ້ແທດເໝາະ;
- ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງອົງ ຄະນະພັກ ຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ເປັນຂໍ ກຸນແຈໃຫ້ແກ່ການຮັບປະກັນໜ້າວຽກ ທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ. ເປົ້າໝາຍໜຶ່ງ ທີ່ສໍາຄັນທີ່ ຜູ້ເຮັດວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ແມ່ນການ ຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມໃນຍຸກແຫ່ງການປ່ຽນແປງໃໝ່ໃຫ້ກ້າວໜ້າຕໍ່ໄປ. ສິ່ງສໍາຄັນທີ່ສຸດ ແມ່ນຄ່ານິຍົມຂອງສັງຄົມ-ຂອງຊາວໜຸ່ມ ວຽກງານໂຄສະນາອົບຮົມເຮົາຈະຕ້ອງໄດ້ຮັບມື ແລະ ຈັດຕັ້ງປະຕິບັດ.