ນິທານເລື່ອງ: “ເກີບຄູ່ສຸດທ້າຍ”
ຢູ່ໃນບ້ານນ້ອຍໆແຫ່ງໜຶ່ງ, ມີພໍ່ລຸງຄົນໜຶ່ງຊື່ວ່າ “ລຸງເຕ້ຍ”. ລາວເປັນພຽງຊ່າງຫຍິບເກີບທຳມະດາ. ທຸກໆມື້ລາວມັກນັ່ງຫຍີບເກີບຢູ່ກ້ອງຕົ້ນໄມ້ໃຫຍ່ແຖວຕະຫຼາດ. ລາວບໍ່ເຄີຍເອີ້ນຄ່າຫຍິບເກີບໃນລາຄາທີ່ແພງ ແລະ ລາວກໍບໍ່ເຄີຍປະຕິເສດໃຜ.
ມື້ໜຶ່ງ, ໄດ້ມີເດັກນ້ອຍຜູ້ຊາຍຄົນໜຶ່ງຊື່ວ່າ “ສົມໝາຍ” ໄດ້ຍ່າງຕີນເປົ່າໄປຫາລຸງເຕ້ຍ. ຕີນຂອງລາວດຳ ແລະ ເປື້ອນເຕັມໄປດ້ວຍບາດແຜ. ລາວໄດ້ເອົາເກີບເກົ່າທີ່ຈີກຂາດທີ່ເກັບມາຈາກຖັງຂີ້ເຫຍື້ອ ເພື່ອຂໍໃຫ້ລຸງເຕ້ຍຊ່າງຫຍິບເກີບຊ່ວຍຊ້ອມແປງ. ລາວເວົ້າຢ່າງອ່ອນໂຍນວ່າ, “…
ລຸງ “ຫຼານຢາກໃສ່ເກີບໄປໂຮງຮຽນ ແມ່ບໍ່ມີເງິນຊື້ເກີບໃໝ່ໃຫ້ຫຼານ.” ລຸງຊ່ວຍແປງໃຫ້ຫຼານໄດ້ບໍ?
ເມື່ອລຸງເຕ້ຍໄດ້ຍິນ ແລະ ເຫັນແນວນັ້ນກໍໄດ້ມິດງຽບໄປຊົ່ວຄາວ……
ກ່ອນຈະລຸກຂຶ້ນ, ລຸງໄດ້ຈັບເອົາກ່ອງໄມ້ທີ່ລາວເກັບໄວ້ກ້ອງໂຕະ. ພາຍໃນກ່ອງມີເກີບໜັງສີດໍາຄູ່ໜຶ່ງ – ຍີ່ຫໍ້ໃໝ່. ລຸງຄ່ອຍໆຈັບມັນ ແລະ ຍື່ນເກີບໃຫ້ ທ. ສົມໝາຍ.
ແລະ ລຸງໄດ້ເວົ້າວ່າ:
“ເກີບຄູ່ນີ້ແມ່ນຂອງຂວັນທີ່ລຸງຕັ້ງໃຈເຮັດໃຫ້ລູກຊາຍຂອງລຸງ ແຕ່ຕອນນີ້ລາວບໍ່ຢູ່ແລ້ວ”
ສົມໝາຍໄດ້ຂອບໃຈ ແລະ ຮູ້ສຶກດີໃຈຈົນນ້ຳຕາໄຫຼອາບໜ້າ.ມື້ຕໍ່ມາ…
ສົມໝາຍໃສ່ເກີບໄປໂຮງຮຽນດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໃນຂະນະທີ່ລຸງເຕ້ຍໄດ້ແຕ່ຍັງນັ່ງຍິ້ມແບບມີຄວາມສຸກ…
ຂໍ້ຄິດ: “ຄົນດີ ອາດບໍ່ໄດ້ມີຊື່ສຽງທີ່ໂດ່ງດັງ ແຕ່ຫົວໃຈຂອງພວກເຂົາ ສ່ອງແສງໄດ້ໄກກວ່າດວງດາວ”
ແລະ ບາງຄັ້ງ… ຂອງຂັວນທີ່ມີຄ່າທີ່ສຸດ ບໍ່ແມ່ນສິ່ງຂອງລາຄາແພງສະເໝີໄປ
ແຕ່ຄືນ້ຳໃຈທີ່ເສຍສະຫຼະໃຫ້ກັນ… ໂດຍບໍ່ຫວັງສິ່ງໃດຕອບແທນ