ຝຶກອົບຮົມການນຳໃຊ້ ແລະ ການ ຄຸ້ມຄອງເຕັກໂນໂລຊີໂທລະພາບຢູ່ ສປ ຈີນ

ຝຶກອົບຮົມການນຳໃຊ້ ແລະ ການ ຄຸ້ມຄອງເຕັກໂນໂລຊີໂທລະພາບຢູ່ ສປ ຈີນ

            ໃນວັນທີ 25 ພຶດສະພາຜ່ານມານີ້ ທີ່ສູນປະຊຸມ ແລະ ຫໍວາງສະແດງ ສາກົນ ຕ້າຫົງເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ, ໄດ້ຈັດພິທີປິດການຝຶກອົບຮົມ ການນຳໃຊ້ ແລະ ການຄຸ້ມຄອງໂທລະພາບຄວາມລະອຽດສູງ ສຳລັບປະເທດທີ່ກຳລັງພັດທະນາ ຈັດໂດຍ ສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຊີສາກົນ (CBIC) ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງການຄ້າ ແຫ່ງ ສປ ຈີນ.   ເຂົ້າຮ່ວມມີ ທ່ານ ຊູ ຄ້າຍ (XU KAI) ຮອງປະທານສະຖາບັນຝຶກອົບຮົມນັກທຸລະກິດສາກົນ ຂອງກະຊວງການຄ້າ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

              ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບການຮ່ວມມືເພື່ອພັດທະນາຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດກໍາລັງພັດທະນາເຊີ່ງລວມມີ 7 ປະເທດເຂົ້າຮ່ວມເຊັ່ນ: ຟິຈິ, ແກມເບຍ, ອີຣັກ, ລາວ, ກູບາ,ມໍຣິຊຽດສ ແລະ ອີຢິບ  ມີນັກສຳມະນາກອນທັງໝົດ 31 ຄົນ. ການຝືກອົບຮົມໃຊ້ເວລາ 13 ມື້ ເລິ່ມແຕ່ວັນທີ 13 – 25 ພຶດສະພາ 2025.  ການຝຶກອົບຮົມດັ່ງກ່າວໄດ້ລົງເລິກການການນໍາໃຊ້ ແລະ ການຄຸ້ມຄອງໂທລະພາບໂດຍສະເພາະຊຶ່ງໄດ້ເນັ້ນເລື່ອງຄຸນນະພາບ, ຄວາມຄົມຊັດ ແລະ ເຕັກນິກຕ່າງໆ ເຊັ່ນ: ການສ້າງວີດີໂອສັ້ນ, ການໃຊ້ສຽງ, ການຖ່າຍທຳວີດີໂອສຳລັບໂຄສະນາອື່ນໆ. ນອກຈາກຮຽນພາກທິດສະດີແລ້ວຍັງໄດ້ລົງໄປທັດສະນະສຶກສາຂໍ້ມູນຕົວຈິງຢູ່ນອກສະຖານທີ່ຕື່ມອີກ ອັນໄດ້ເຮັດໃຫ້ນັກສໍາມະນາກອນຈາກ ສ ປປ ລາວ ພວກເຮົາໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງເລີກເຊີງຕື່ມເພື່ອນໍາເອົາມາໝູນໃຊ້ໃນການເຮັດວຽກວິຊາສະເພາະຂອງຕົນຢູ່ ສປປ ລາວດ້ວຍຄໍາຂັວນທີ່ວ່າ: “ ຮຽນແລ້ວຕ້ອງຮູ້ໝູນໃຊ້ເຂົ້າໃນຕົວຈິງ ”