ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພົບປະແລກປ່ຽນບົດຮຽນຮ່ວມກັບ ກົມວິຊາການທີ່ກ່ຽວຂ້ອງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.


ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຕອນເຊົ້າຂອງ ວັນທີ 31 ກໍລະກົດ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບ ສູນບໍລິຫານລັດດີຈີຕອນ ແລະ ສູນສົ່ງເສີມ ແລະ ຖ່າຍຖອດເທັກໂນໂລຊີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ; ເຂົ້າຮ່ວມມີ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ , ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ , ທ່ານ ຄໍາຜາຍ ອິນທະລາ ຮອງຫົວຫນ້າສູນບໍລິຫານລັດດີຈີຕອນ ພ້ອມດ້ວຍຄະນະ, ຫົວຫນ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຂອງທັງສອງຝ່າຍ.
ຈຸດປະສົງຂອງການພົບປະແລກປ່ຽນຮ່ວມກັນຄັ້ງນີ້ມີ 2 ວຽກຫຼັກຄື: 1. ສໍາຫຼວດໂຄງລ່າງພື້ນຖານລະບົບເອເລັກໂຕຣນິກ (ການຕິດຕັ້ງລະບົບ Access-point TP-link (EAP610) ໃນການແຈກຢາຍສັນຍານ Wifi ໃຫ້ຄວບຄຸມທຸກພື້ນທີ່ທົ່ວ ຄອສພ) ຂອງຄະນະໂຄສະນາອົບຮົມສູນກາງພັກ (ພົບປະຢູ່ທີ່ຫ້ອງປະຊຸມທາງໄກ ຊັ້ນ4 ນໍາໂດຍ ທ່ານ ພູວັນ ສຸວັນ ຮອງຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍພະແນກ ລະບົບເອເລັກໂຕຣນິກ ແລະ ຄອມພິວເຕີ)
2.ນໍາສະເໜີກ່ຽວກັບລະບົບ E-Book (ຫໍສະໝຸດ ຄັງເອກະສານແບບເອເລັກໂຕຣນິກ) (ພົບປະຢູ່ທີ່ ຫ້ອງສະໝຸດ ຊັ້ນ3 ນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍ ພະແນກສໍາເນົາ ແລະ ຫ້ອງສະໝຸດ.
ໃນພິທີ ທ່ານ ພູວັນ ສຸວັນ ໄດ້ລາຍງານສະພາບລວມການນໍາໃຊ້ ແລະ ຄຸ້ມຄອງ ລະບົບອິນເຕີເນັດພາຍໃນ ຄອສພ ສໍານັກງານ (ຫຼັກ6) ໃນໄລຍະຜ່ານມາ ແລະ ທິດທາງແຜນການພັດທະນາລະບົບໃນຕໍ່ໜ້າ ຫຼັງຈາກນັ້ນ ທ່ານ ຄໍາຜາຍ ອິນທະລາ ຮອງຫົວຫນ້າສູນບໍລິຫານລັດດີຈີຕອນ ໄດ້ມີຄໍາເຫັນຕໍ່ພິທີເຊິ່ງທ່ານໄດ້ນຳສະເຫນີສະພາບ ລວມໃນການຄຸ້ມຄອງ, ນຳໃຊ້ລະບົບເຄືອຂ່າຍຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ ແລະ ປັດຈຸບັນ ພ້ອມດ້ວຍທິດທາງແຜນການພັດທະນາໃນຕໍ່ໜ້າ. ໃນໂອກາດດັ່ງກ່າວທັງສອງຝ່າຍຍັງໄດ້ປະກອບຄໍາເຫັນ ເຊິ່ງກັນ ແລະ ກັນ ຕໍ່ກັບແຜນວຽກທີ່ຈະປະຕິບັດຮ່ວມກັນໃນຕໍ່ໜ້າຢ່າງເລິກເຊິ່ງ; ຫຼັງຈາກນັ້ນກໍໄດ້ມີການລົງສໍາຫຼວດເບິ່ງພຶ້ນຖານໂຄງລ່າງຂອງລະບົບໃນການຄຸ້ມຄອງ, ນໍາໃຊ້ອິນເຕີເນັດ ແລະ ຫ້ອງເຊີເວີ ຂອງ ຄອສພ.

ນອກຈາກນັ້ນ ທ່ານ ສຸກສັນ ສິດທິເດດ ຫົວໜ້າພະແນກ ສໍາເນົາ ແລະ ຫ້ອງສະໝຸດ ໄດ້ລາຍງານຫຍໍ້ກ່ຽວກັບການບໍລິຫານຈັດການວຽກງານພາຍໃນຫ້ອງສະໝຸດ ແລະ ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການບໍລະຫານຈັດການປຶ້ມ, ເອກະສານຕ່າງໆ ໃນໄລຍະຜ່ານມາ ຫຼັງຈາກນັ້ນທັງສອງຝ່າຍໄດ້ແລກປ່ຽນເຊິ່ງກັນ ແລະ ກັນ ຕາມຫົວຂໍ້ເຈາະຈິ້ມຄື:
1. ກ່ຽວກັບ ລະບົບ E-book ເຊັ່ນ: ລະບົບບໍລິຫານຈັດການຖານຂໍ້ມູນ-ມີວິທີການແນວໃດ?
2. ຂໍຝາກຂໍ້ມູນປື້ມຢູ່ຫ້ອງສະໝຸດ ຄອສພ ເຂົ້າໃນລະບົບ E-book ຂອງ ກະຊວງ ຫຼື ບ່ອນອື່ນທີ່ເຫັນວ່າສົມຄວນແກ່ການໂຄສະນາ ແລະ ໃຫ້ມວນ ຊົນເຂົ້າເຖິງບັນດາເອກະສານ ແລະ ປຶ້ມເຫຼົ່ານັ້ນ.