ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມຝຶກອົບຮົມວິທີການນໍາໃຊ້ລະບົບເວັບໄຊ ໜັງສືພິມປະຊາຊົນ

ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມຝຶກອົບຮົມວິທີການນໍາໃຊ້ລະບົບເວັບໄຊ ໜັງສືພິມປະຊາຊົນ

ໃນວັນທີ 31 ພຶດສະພາ 2025 ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ຈັດຝຶກອົບຮົມວິທີການນໍາໃຊ້ລະບົບເວັບໄຊ ໜັງສືພິມປະຊາຊົນ ໃຫ້ພະນັກງານຂອງຕົນ ໂດຍການເປັນປະທານຂອງ ທ່ານ ສິວັນ ຫອມໄຊຍະເດດ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ມີບັນດາຄະນະບັນນາທິການ, ຫົວໜ້າພະແນກ – ຮອງພະແນກ, ວິທະຍາກອນ, ພະນັກງານຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ພະນັກງານຈາກວາລະສານອະລຸນໃໝ່ເຂົ້າຮ່ວມ.

ທ່ານ ສີວັນ ຫອມໄຊຍະເດດ ກ່າວວ່າ: ພາຍຫຼັງທີ່ໜັງສືພິມປະຊາຊົນ ໄດ້ມີການປັບປຸງເວັບໄຊໃຫ້ມີຄວາມວ່ອງໄວທັນສະໄໝຂຶ້ນກວ່າເກົ່າ. ດັ່ງນັ້ນ, ຈຶ່ງໄດ້ຈັດຝຶກອົບຮົມຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງ ເພື່ອໃຫ້ພະນັກງານຂອງໜັງສືພິມປະຊາຊົນໄດ້ຮຽນຮູ້ ແລະ ເຂົ້າໃຈ ວິທີການນໍາໃຊ້ລະບົບເວັບໄຊ ຂອງໜັງສືພິມປະຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ. ການຝຶກອົບຮົມໃນຄັ້ງນີ້ໄດ້ຮຽນຮູ້ທິດສະດີ ແລະ ປະຕິບັດຕົວຈິງໄປພ້ອມໆກັນ ຊຶ່ງເຮັດໃຫ້ພະນັກງານຂອງໜັງສືພິມປະຊາຊົນ ໄດ້ຮັບຮູ້ວິທີການນໍາໃຊ້ເວັບໄຊ, ຂັ້ນຕອນໃນການໂພດຂ່າວທີ່ວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ ເພື່ອນໍາໃຊ້ຕົວຈິງເຂົ້າໃນວຽກງານວິຊາສະເພາະຂອງຕົນ.