ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.
ໃນລະຫວ່າງວັນທີ 8-10 ມິຖຸນາ 2025 ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.
ຈຸດປະສົງຂອງການເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ໃນຄັ້ງນີ້ ກໍເພື່ອແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມບັນດາແຂວງທົ່ວປະເທດ, ເປັນຕົ້ນແມ່ນເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາ ອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0 ແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງທົ່ວປະເທດມີຄວາມຮູ້, ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ, ການຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການໂຄສະນາ ຫຼື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງໃຫ້ມີຄວາມເຂັ້ມແຂງໃນການນຳໃຊ້ສື່ທີ່ທັນສະໄໝທັງສາມາດຜັນຂະຫຍາຍລົງສູ່ຮາກຖານ ກໍຄືບັນດາເມືອງ ໃຫ້ນັບມື້ນັບສູງຂຶ້ນ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປັດຈຸບັນ.
ນອກຈາກນັ້ນ, ທ່ານ ນາງ ວິລະວອນ ພັນທະວົງ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກງານຢູ່ໂຄສະນາອົບຮົມເມືອງບາຈຽງຈະເລີນສຸກ ພ້ອມທັງມອບຄອມພິວເຕີຈຳນວນ 1ຊຸດ ປະກອບໃຫ້ຄະນະໂຄສະນາອົບຮົມເມືອງເຂົ້າໃນການເຮັດວຽກງານໃຫ້ມີຄວາມສະດວກຍີ່ງຂື້ນ.
ໂດຍ: ກົງເພັດ