ພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໃນວັນທີ 12 ສິງຫານີ້ ທີ່ຫໍວັດທະນາທຳແຫ່ງຊາດ ໄດ້ຈັດພິທີພິທີໂຮມຊຸມນຸມໃຫຍ່ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ(13/08/1950-13/08/2025) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງສປປ ລາວ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ  ມີບັນດາການນໍາກະຊວງ, ຫົວໜ້າກົມ, ຫົວໜ້າສໍານັກສື່ມວນຊົນຕ່າງໆ, ພະນັກງານ ປະຕິວັດອາວຸໂສບຳນານ ແລະ ສື່ມວນຊົນເຂົ້າຮ່ວມ.​

ໃນພິທີດັ່ງກ່າວ,​ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຫວນຄືນມູນເຊື້ອກ່ຽວກັບຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ນີ້ວ່າ: ຕະຫຼອດໄລຍະ 75 ປີ ຜ່າມມາ, ວຽກງານຖະແຫຼງຂ່າວສື່ມວນຊົນ ແລະ ການພິມຈຳໜ່າຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫຼມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບ ປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ  ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ. ໃນໄລຍະຜ່ານມາ ເຖິງວ່າສະພາບການສາກົນໄດ້ມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບ, ແຕ່ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ກໍໄດ້ມີຄວາມພະຍາຍາມໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະໄດ້ເຮັດບົດບາດໂຄສະນາແນວທາງນະໂຍບາຍ ແລະ ອຸດົມການຂອງພັກຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານບັນດາຖ້ອຍທຳນອງໃສ່ຮາຍປ້າຍສີ ແລະ ທັດສະນະທີ່ຜິດພາດ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃນສັງຄົມ, ປຸກລະດົມນໍ້າໃຈ ຮັກຊາດ ຮັກລະບອບໃໝ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ; ພ້ອມກັນນີ້, ຂະແໜງການສື່ມວນຊົນ ແລະ ການພິມຈຳໜ່າຍ ຍັງໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ຮັບການປັບປຸງໃຫ້ທັນສະໄໝຍິ່ງຂຶ້ນ, ສື່ມວນຊົນຈໍານວນໜຶ່ງ ໄດ້ບືນຕົວຊອກແຫຼ່ງລາຍຮັບກຸ້ມຕົນເອງ ເພື່ອຫຼຸດຜ່ອນການແບກຫາບດ້ານງົບປະມານຂອງລັດ. ປັດຈຸບັນ, ສື່ມວນຊົນ ແລະ ການ ພິມຈຳໜ່າຍ ໄດ້ເຄື່ອນໄຫວເຮັດໜ້າທີ່ຕາມຫຼັກຈັນຍາບັນວິຊາຊີບ, ເນື້ອໃນທີ່ຕອບສະໜອງຄວາມ ຕ້ອງການຂອງປະຊາຊົນດີຂຶ້ນກວ່າເກົ່າ, ພື້ນຖານວັດຖຸເຕັກນິກ ໄດ້ຄ່ອຍໆຫັນປ່ຽນໄປສູ່ຄວາມທັນສະໄໝເທື່ອລະກ້າວ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງ ວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າ. ມາດຕະຖານ ແລະ ຄຸນນະພາບຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ກໍນັບມື້ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ. ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ.

ໃນໂອກາດດັ່ງກ່າວ,​ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ, ເຊິ່ງກ່ອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຂະແໜງສື່ມວນຊົນ ແລະ ການພິມຈຳໜ່າຍທີ່ຍາດມາໄດ້ໃນໄລຍະ 75 ປີຜ່ານມາ ແລະ ໄດ້ເນັ້ນໃຫ້ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ, ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ. ພ້ອມນີ້ ວຽກງານຖະແຫຼງຂ່າວ ພາຍຫຼັງທີ່ໂອນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທັງໝົດ ມາຂຶ້ນ ກັບຄະນະໂຄສະນາອົບຮົມສູນກາງພັກແລ້ວ ຕ້ອງສືບຕໍ່ ແລະ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດຂອງຕົນໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານຖະແຫຼງຂ່າວສື່ມວນຊົນ; ຍົກສູງບົດບາດຂອງໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂ່າວ, ສາລະບັນເທີງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ເພີ່ມກໍາລັງແຮງຂອງສະຖານີວິທະຍຸກະຈາຍສຽງໃນແຕ່ລະແຫ່ງ ໃຫ້ເປັນ ກະບອກສຽງສໍາ ຄັນໃນການນໍາສະເໜີຂ່າວສານ, ລາຍການໂຄສະນາ, ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດ ໄດ້ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ; ສ້າງລະບົບການຄຸ້ມຄອງສື່ມວນຊົນ ໃຫ້ເຂັ້ມແຂງ ສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນໃນການນໍາສະເໜີຂ່າວ ທາງການຂອງສໍານັກຂ່າວສານປະເທດລາວ ໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສ້າງສື່ສິ່ງພິມ ພາສາເຜົ່າ, ຖ້ອງຖິ່ນ ແລະ ຕ່າງປະເທດ ທີ່ຮັບປະກັນດ້ານເນື້ອໃນ, ຮູບການໃຫ້ມີຊີວິດຊີວາ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກ ສາອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ້ສື່ມວນຊົນ ສາມາດດໍາລົງບົດບາດ ໃນ ການເສີມສ້າງຄວາມສາມັກຄີ ປອງດອງປວງຊົນທັງຊາດ; ໃນການໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ, ຊຸກຍູ້, ປຸກລະດົມ ທົ່ວປວງຊົນ ເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໂຄສະນາດຶງດູດ ເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດຮອດການຕໍ່ສູ້ຕ້ານກັບບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ. ພ້ອມທັງ ໃຫ້ເລັ່ງປັບປຸງຂະຫຍາຍວຽກງານສື່ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ມີຄວາມທັນສະໄໝວ່ອງໄວ ພ້ອມກັນນັ້ນ ຕ້ອງຖືສໍາຄັນ ໃນການສົ່ງໜັງສືພິມໃຫ້ລົງຮອດທ້ອງຖິ່ນໃນທຸກເມືອງ, ທຸກໜ່ວຍງານ ຂອງ ພັກ-ລັດ ໃຫ້ວ່ອງໄວທັນການ ແລະ ຫັນເປັນດີຈີຕອນ (ຜ່ານທາງອອນລາຍ). ລົງທຶນສ້າງໂຮງພິມ ຢູ່ແຂວງທີ່ເປັນຈຸດສຸມຕື່ມ ຢ່າງໜ້ອຍໃຫ້ມີໂຮງພິມປະຈຳພາກ ເພື່ອຮັບປະກັນນໍາເອົາສື່ສິ່ງພິມລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອເລັກໂຕຣນິກ (ແບບອອນລາຍ); ປັບປຸງ ພື້ນຖານ ວັດຖຸ-ເຕັກນິກການພິມຈຳໜ່າຍໃຫ້ທັນສະໄໝຍິ່ງຂຶ້ນ. ສື່ມວນຊົນຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການ, ເອົາໃຈໃສ່ ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງ ດ້ານການເມືອງເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ມີເນື້ອໃນທີ່ອຸດົມສົມບູນຫລາຍຮູບ, ຫຼາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນໃນການສ່ອງ ແສງສະພາບຄວາມເປັນຈິງຂອງ ຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະແມ່ນຢູ່ຮາກຖານເຂດຫ່າງໄກສອກຫຼີກ.

ໃນນັ້ນ, ສື່ມວນຊົນຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກແຕ່ລະໄລຍະໃຫ້ເລິກເຊິ່ງເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ,ຖອຍທໍານອງທີ່ບິດເບືອນຄວາມເປັນຈິງຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ. ປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ກາຍເປັນຂໍ້ ກຳນົດ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານຂ່າວສານທາງດ້ານອິນເຕີເນັດ ຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກທີ່ທັນສະໄໝໃນການຮັບສົ່ງຂ່າວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື. ພ້ອມທັງ ປັບປຸງກົນໄກການຄຸ້ມຄອງ ແລະ ວິທີດຳເນີນງານຂອງບັນດາອົງການສື່ມວນຊົນ ໃຫ້ມີປະສິດທິຜົນ; ປັບປຸງບັນດາເນື້ອໃນຂ່າວ-ບົດ ໃນໜ້າໜັງສືພິມ, ລາຍການວິທະຍຸ, ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງານ ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ຂະຫຍາຍຕົວ. ໃນໂອກາດດັ່ງກ່າວ,​ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍບັັັນດາແຂກໄດ້ຢ້ຽມຊົມ ບັນດາຮ້ານວາງສະແດງຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍອີກດ້ວຍ.