ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່?

ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່?

ມາເຖິງປີ 2025 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງປະຕິບັດມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາ ຂອງພັກ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງເທື່ອທີ 3 ໃນວາລະກອງປະຊຸມຕອນບ່າຍ ວັນທີ 20 ມີນາ 2025 ແລະ ທ່ານປະທານປະເທດໄດ້ອອກລັດຖະດຳລັດປະກາດໃຊ້ຢ່າງເປັນທາງການ ສະບັບເລກທີ 037/ປປທ, ລົງວັນທີ 22 ມີນາ 2025.

ເນື້ອໃນລັດຖະທຳມະນູນສະບັບນີ້ ປະກອບມີ: ຄໍານໍາ, 14 ໝວດ, 122 ມາດຕາ ຄື: ໝວດທີ 1 ວ່າດ້ວຍ ລະບອບການເມືອງ (ແຕ່ມາດຕາ 1 ຫາມາດຕາ 12), ໝວດທີ II ວ່າດ້ວຍລະບອບເສດຖະກິດ ແລະ ສັງຄົມ (ແຕ່ ມາດຕາ 13 ຫາມາດຕາ 30); ໝວດທີ III ວ່າດ້ວຍການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ແຕ່ມາດຕາ 31 ຫາ ມາດຕາ 34); ໝວດທີ IV ວ່າດ້ວຍສິດ ແລະ ພັນທະພື້ນຖານຂອງພົນລະເມືອງ (ແຕ່ມາດຕາ 35 ຫາມາດຕາ 52); ໝ ວດທີ V ວ່າດ້ວຍສະພາແຫ່ງຊາດ ( ແຕ່ມາດຕາ 53 ຫາມາດຕາ 65); ໝວດທີ VI ວ່າດ້ວຍປະທານປະເທດ (ແຕ່ ມາດຕາ 66 ຫາມາດຕາ 69); ໝວດທີ VII ວ່າດ້ວຍລັດຖະບານ (ແຕ່ມາດຕາ 70 ຫາມາດຕາ 76), ໝວດທີ VIII ວ່າ ດ້ວຍສະພາປະຊາຊົນທ້ອງຖິ່ນ (ແຕ່ມາດຕາ 77 ຫາມາດຕາ 85); ໝວດທີ IX ວ່າດ້ວຍການປົກຄອງທ້ອງຖິ່ນ (ແຕ່ ມາດຕາ 86 ຫາມາດຕາ 88); ໝວດທີ X ວ່າດວ້ຍສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ແຕ່ມາດຕາ 89 ຫາມາດຕາ 102); ໝວດທີ XI ວ່າດ້ວຍການກວດກາລັດ ແລະ ການກວດສອບແຫ່ງລັດ (ແຕ່ມາດຕາ 103 ຫາມາດຕາ 110), ໝວດທີ XII ວ່າດ້ວຍຄະນະກຳມະການເລືອກຕັ້ງ (ແຕ່ມາດຕາ 111 ຫາມາດຕາ 112); ໝວດທີ XIII ວ່າ ດ້ວຍພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ ແລະ ນະຄອນຫຼວງ (ແຕ່ມາດຕາ 113 ຫາມາດຕາ 119); ໝວດທີ XIV ວ່າດ້ວຍບົດບັນຍັດສຸດທ້າຍ (ແຕ່ມາດຕາ 120 ຫາມາດຕາ 122)

ຂໍ້ມູນ:ສະພາແຫ່ງຊາດ