ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ.

ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ.

ບໍ່ວ່າລະບອບການເມືອງ, ສັງຄົມໃດ, ກົດໝາຍ ແມ່ນເຄື່ອງມືຕົ້ນຕໍໃນການປົກປັກຮັກສາການປົກຄອງ ຂອງຊົນຊັ້ນກໍາອໍານາດ ແລະ ດໍາເນີນການປົກຄອງປະເທດ ຕາມແນວທາງການເມືອງຂອງພັກ. ປະທານ ໄກສອນ ພົມວິຫານ ເອົາໃຈໃສ່ສຶກສາຄົ້ນຄວ້າ ກ່ຽວກັບການສ້າງກົດ ໝາຍຂອງປະເທດເຮົາ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ. ເພິ່ນກ່າວວ່າ: “ສ້າງກົດໝາຍ ໂດຍແນໃສ່ປົກປັກຮັກສາອະທິປະໄຕຂອງຊາດ, ສິດ ແລະ ຜົນປະໂຫຍດ ແລະ ພັນທະຂອງປະຊາຊົນຜູ້ອອກແຮງງານທຸກເຜົ່າ”¹. ຫຼັງຈາກນັ້ນຕໍ່ ມາໃນເວລາເວົ້າເຖິງທິດທາງ ແລະ ໜ້າທີ່ຕົ້ນຕໍທາງດ້ານເສດຖະກິດ-ສັງຄົມ ຂອງສະໄໝຂ້າມຜ່ານ ແລະ ຂອງຊຸມປີຕໍ່ໜ້າ, ປະທານ ໄກສອນ ພົມວິຫານ ຍິ່ງເຫັນໄດ້ບົດບາດຂອງກົດໝາຍໃນການຄຸ້ມຄອງສັງຄົມ, ເພິ່ນໄດ້ກ່າວວ່າ: “ຢາກຄຸ້ມຄອງສັງຄົມໄດ້ ແມ່ນບໍ່ມີວິທີທາງໃດອື່ນນອກເໜືອໄປຈາກການສ້າງ ແລະບູລະນະລະບົບນະໂຍບາຍກ່ຽວກັບດ້ານຕ່າງໆ ຂອງຊີວິດສັງຄົມ… ຄຽງຄູ່ ກັບການສ້າງ ແລະ ບູລະນະນະໂຍບາຍ, ພວກເຮົາຈະຕ້ອງເຮັດໃຫ້ນະໂຍບາຍ ເຫຼົ່ານັ້ນ ເປັນລະບົບກົດໝາຍ, ເປັນກົດບັນຍັດລະອຽດ ເພາະວ່າ ຖ້າຫາກບໍ່ມີ ກົດໝາຍ, ບໍ່ມີກົດຂໍ້ບັງຄັບໃນສັງຄົມແລ້ວ ກໍຈະຄຸ້ມຄອງສັງຄົມບໍ່ໄດ້ “(1). ທັດສະນະຊີ້ນໍາຂອງປະທານ ກ່ຽວກັບການສ້າງກົດໝາຍ ນັບມື້ມີຄວາມກະຈ່າງແຈ້ງຂຶ້ນເລື້ອຍໆ. ໂດຍສະເພາະ ໃນເມື່ອປະເທດຊາດໄດ້ຮັບການປົດປ່ອຍ ແລະ ດໍາເນີນພາລະກິດປ່ຽນແປງໃໝ່ລະບົບການເມືອງ, ປະທານ ໄກສອນ ກົດ ພົມວິຫານ ໄດ້ເນັ້ນຕື່ມວ່າ: “ລັດປະຊາທິປະໄຕປະຊາຊົນ ໄດ້ຮັບການສ້າງຕັ້ງ ຂື້ນ ແລະ ເຄື່ອນໄຫວຕາມລັດຖະທຳມະນູນ ແລະ ກົດໝາຍ, ລັດຄຸ້ມຄອງສັງ ຄົມຕົ້ນຕໍແມ່ນກົດໝາຍ ໂດຍນໍາໃຊ້ມາດຕະການທາງດ້ານການຈັດຕັ້ງ, ສຶກສາ ອົບຮົມໂຄສະນາຊວນເຊື່ອເປັນສໍາຄັນເພື່ອປະຕິບັດບັນດາມາດຕະການດັ່ງກ່າວ, ປົກ ລັດຕ້ອງຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ, ເປັນແຜນການ, ນະໂຍບາຍລະອຽດ, ເປັນມາດຕະການ ແລະ ກຳນົດໝາຍ ທີ່ມີລັກສະນະກົດໝາຍ ທັງເປັນຜູ້ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວຢ່າງເຂັ້ມງວດ”.

  • ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ, ເຫຼັ້ມ 2, ສຳນັກພິມສປປ ລາວ, ປີ 1987, ໜ້າ 473

ທີ່ມາ: ສະພາທິດສະດີສູນກາງພັກ (ປຶ້ມ: ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ)